ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ພຶດສະພາ ໒໐໒໕

ຈີນເປີດເຜີຍແຜນການສ້າງ “ ປະເທດແຫ່ງການສຶກສາທີ່ເຂັ້ມແຂງ” ພາຍໃນປີ 2035


ນັກຮຽນກຽມສອບເສັງເຂົ້າມະຫາວິທະຍາໄລໃນເມືອງເຫີເປີຍ ແຂວງ ອານຮຸຍ ປະເທດຈີນ
ນັກຮຽນກຽມສອບເສັງເຂົ້າມະຫາວິທະຍາໄລໃນເມືອງເຫີເປີຍ ແຂວງ ອານຮຸຍ ປະເທດຈີນ

ຈີນໄດ້ປະກາດແຜນການປະຕິບັດງານແຫ່ງຊາດຄັ້ງທຳອິດຂອງຕົນເພື່ອສ້າງ “ ປະເທດທີ່ມີການສຶກສາເຂັ້ມແຂງ ” ໃນປີ 2035 ຊຶ່ງຈີນກ່າວວ່າຈະຊ່ອວຍໃຫ້ປະສານງານການພັດທະນາການສຶກສາ ປັບປຸງປະສິດທິຜົນນະວັດຕະກຳ ແລະ ສ້າງ“ ປະເທດທີ່ເຂັ້ມແຂງ”ອີງຕາມການລາຍງານຂອງອົງການຂ່າວ ຣອຍເຕີ້ສ

ແຜນດັ່ງກ່າວຊຶ່ງອອກໂດຍຄະນະກຳມະການສູນກາງພັກຄອມມູນິດ ແລະ ສະພາແຫ່ງລັດ ເມື່ອວັນອາທິດຜ່ານມາ ທີມີຈຸດປະສົງເພື່ອສ້າງ “ລະບົບການສຶກສາຄຸນນະພາບສູງ” ທີ່ເຂົ້າເຖິງໄດ້ແລະມີຄຸນນະພາບ “ຢູ່ໃນລະດັບທີ່ດີທີ່ສຸດໃນໂລກ”

ການປະກາດດັ່ງກ່າວເກີດຂື້ນຫຼັງຈາກຂໍ້ມູນເມື່ອວັນສຸກຜ່ານມາສະແດງໃຫ້ເຫັນວ່າປະຊາກອນຈີນຫຼຸດລົງເປັນປີທີສາມຕິດຕໍ່ກັນໃນປີ 2024 ໂດຍຈຳນວນຜູ້ເສຍຊີວິດເພີ້ມຂຶ້ນຫຼາຍກ່ວາການເກີດລູກເລັກນ້ອຍ ແລະ ຜູ້ຊ່ຽວຊານເຕືອນວ່າພາວະການຖົດຖອຍຂອງຫານຫຼຸດລົງຈະຮ້າຍແຮງຂື້ນໃນຊຸມປີຂ້າງໜ້າ

ຄ່າໃຊ້ຈ່າຍໃນການລ້ຽງດູເດັກນ້ອຍແລະການສຶກສາທີ່ສູງເປັນປັດໄຈທີ່ສຳຄັນເຮັດໃຫ້ຊາວຈີນຈຳນວນຫຼາຍເລືອກທີ່ຈະບໍ່ມີລູກໃນຊ່ວງທີ່ຫຼາຍຄົນປະເຊີນກັບຄວາມບໍ່ແນ່ນອນກ່ຽວກັບໂອກາດໃນການເຮັດວຽກທ່າມກາງການເຕີບໂຕຂອງເສດຖະກິດທີ່ຊ້າລົງ

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ “ພາຍໃນປີ 2035 ພະລັງແຫ່ງການສຶກສາຈະຖືກສ້າງຂື້ນ” ແລະ ກ່າວຕື່ມວ່າ ຈີນຈະສືບຕໍ່ຂະຫຍາຍຂອບເຂດການສຶກສາແບບບໍ່ເສຍຄ່າເທື່ອລະກ້າວ ເພີ່ມຈຳນວນນັກສຶກສາລະດັບປະລິນຍາຕຣີທີ່ມີຄຸນນະພາບ

ຂະຫຍາຍການສຶກສາລະດັບປະລິນຍາໂທ ແລະ ເພີ່ມອັດຕາສ່ວນຂອງນັກສຶກສາລະດັບປະລິນຍາເອກ

ແຜນດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມ “ ການເຕີບໂຕທີ່ມີສຸຂະພາບດີແລະການພັດທະນາຮອບດ້ານຂອງນັກສຶກສາ” ໂດຍໃຫ້ແນ່ໃຈວ່ານັກຮຽນລະດັບປະຖົມສຶກສາແລະມັດທະຍົມສຶກສາຈະມີກິດຈະກຳທາງກາຍຢ່າງໜ້ອຍ 2 ຊົ່ວໂມງຕໍ່ວັນເພື່ອຄວບຄຸມພາວະສາຍຕາສັ້ນແລະໂຣກຕຸ້ຍໄດ້ຢ່າງມີປະສິດທິພາບ

ນອກຈາກນີ້ຍັງຈະມີການນໍາ “ ການເຜີຍແຜ່” ການສຶກສາສຸຂະພາບຈິດແລະການຈັດຕັ້ງລະບົບຕິດຕາມແລະເຕືອນສະຕິສຸຂະພາບຈິດຂອງນັກຮຽນແຫ່ງຊາດໄປປະຕິບັດນໍາດ້ວຍ

ໂດຍແຜນດັ່ງກ່າວຍັງມີເປົ້າໝາຍທີ່ຈະຫຼຸດຊ່ອງຫວ່າງລະຫວ່າງເຂດເມືອງແລະຊົນນະບົດເພື່ອປັບປຸງສະພາບການດຳເນີນງານຂອງໂຮງຮຽນຂະໜາດນ້ອຍໃນຊົນນະບົດແລະປັບປຸງລະບົບການດູແລເດັກນ້ອຍພິການແລະເດັກນ້ອຍທີ່ຍ້າຍຖີ່ນຖານຈາກພາກກະສິກໍາ

ແຜນດັ່ງກ່າວຍັງມີເປົ້າໝາຍທີ່ຈະເພີ່ມຈຳນວນໂຮງຮຽນອະນຸບານ ແລະ ການເຂົ້າເຖິງການສຶກສາໃນລະດັບກ່ອນໄວຮຽນຢ່າງຕໍ່ເນື່ອງ

ອ່ານຂ່າວນີ້ເປັນພາສາອັງກິດ

BEIJING, Jan 19 (Reuters) - China issued its first national action plan to build a "strong education nation" by 2035, which it said would help coordinate its education development, improve efficiencies in innovation and build a "strong country."

The plan, issued Sunday by the Communist Party's central committee and the State Council, aims to establish a "high quality education system" with accessibility and quality "among the best in the world."

The announcement was made after data on Friday showed China's population fell for a third consecutive year in 2024, with the number of deaths outpacing a slight increase in births, and experts cautioning that the downturn will worsen in the coming years.

High childcare and education costs have been a key factor for many young Chinese opting out of having children, at a time when many face uncertainty over their job prospects amid sluggish economic growth.

"By 2035, an education power will be built," the official Xinhua news agency said, adding that China would explore gradually expanding the scope of free education, increase "high-quality" undergraduate enrolment, expand postgraduate education, and raise the proportion of doctoral students.

The plan aims to promote "healthy growth and all-round development of students," making sure primary and secondary school students have at least two hours of physical activity daily, to effectively control the myopia, or nearsightedness, and obesity rates.

"Popularizing" mental health education and establishing a national student mental health monitoring and early warning system would also be implemented, it said.

It also aims to narrow the gap between urban and rural areas to improve the operating conditions of small-scale rural schools and improve the care system for children with disabilities and those belonging to agricultural migrant populations.

The plan also aims to steadily increase the supply of kindergarten places and the accessibility of preschool education.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG