ເກີດແຜ່ນດິນໄຫວຄວາມແຮງ 6.4 ໃນເຂດພູແລະພື້ນທີ່ຫ່າງໄກສອກຫລີກພາກໃຕ້ຂອງເກາະໄຕ້ຫວັນ ໃນວັນອັງຄານມື້ນີ້ ຕາມເວລາໃນທ້ອງຖິ່ນ ທີ່ເຮັດໃຫ້ເກີດຄວາມເສຍຫາຍຫຼາຍແຫ່ງ ຕາມລາຍງານຂອງອົງການຂ່າວຣອຍເຕີສ ທີ່ອ້າງຂໍ້ມູນຈາກໜ່ວຍງານສະພາບອາກາດຂອງໄຕ້ຫວັນ.
ໜ່ວຍງານດັ່ງກ່າວຂອງໄຕ້ຫວັນ ລະບຸວ່າ ແຮງສັ່ນສະເທືອນຄັ້ງນີ້ ມີຈຸດສູນກາງຢູ່ທີ່ເມືອງຕ້າຝູ ໃນລະດັບຄວາມເລິກ 9.4 ກິໂລແມັດ ເຊິ່ງເກີດຂຶ້ນເລີຍຕອນກາງຄືນຂອງວັນຈັນ ແລະຮັບຮູ້ໄດ້ເຖິງນະຄອນຫຼວງໄທເປ.
ໜ່ວຍງານດັບເພີງລາຍງານດ້ວຍວ່າ ມີປະຊາຊົນ 3 ຄົນຕິດຢູ່ໃນຊາກຕຶກອາຄານແຫ່ງນຶ່ງໃນເມືອງໄຖໜານ ເຊິ່ງໄດ້ຮັບຄວາມເສຍຫາຍຈາກເຫດການຄັ້ງນີ້ ຂະນະທີ່ໜ່ວຍດັບເພີງຂອງເຂດຈ້າອີ້ ບອກກັບຣອຍເຕີສ ວ່າ ບໍ່ມີລາຍງານຜູ້ເສຍຊີວິດ ຫຼືຜູ້ໄດ້ຮັບບາດເຈັບໜັກໃນພື້ນທີ່ຂອງເມືອງເລີຍ.
ຂະນະດຽວກັນ ບໍລິສັດ TSMC ຜູ້ຜະລິດຊິປ (chip) ຄອມພິວເຕີ ຊັ້ນນຳເປີດເຜີຍວ່າ ໄດ້ສັ່ງໃຫ້ມີການອົບພະຍົບພະນັກງານທີ່ໂຮງງານ ໃນພື້ນທີ່ພາກກາງແລະພາກໃຕ້ຂອງໄຕ້ຫວັນ ແລ້ວ.
ໄຕ້ຫວັນຕັ້ງຢູ່ໃນຈຸດເຊື່ອມຕໍ່ຂອງເປືອກໂລກ 2 ແຜ່ນ ເຮັດໃຫ້ມີໂອກາດສູງທີ່ຈະປະເຊີນກັບແຜ່ນດິນໄຫວ.
ໃນເດືອນເມສາ ປີກາຍນີ້ ເກີດເຫດແຜ່ນດິນໄຫວຄວາມແຮງ 7.2 ທີ່ເມືອງຮວາຫຼຽນທາງພາກຕາເວັນອອກຂອງໄຕ້ຫວັນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ.
ແລະເມື່ອປີ 2016 ມີປະຊາຊົນເສຍຊີວິດກວ່າ 100 ຄົນ ໃນເຫດແຜ່ນດິນໄຫວໃນພື້ນທີ່ພາກໃຕ້ຂອງໄຕ້ຫວັນ ຂະນະທີ່ເຫດແຜ່ນດິນໄຫວ ຂະໜາດຄວາມແຮງ 7.3 ເມື່ອປີ 1999 ໄດ້ເອົາຊີວິດຜູ້ຄົນກວ່າ 2,000 ຄົນ.
ຟໍຣັມສະແດງຄວາມຄິດເຫັນ