ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໕ ພຶດສະພາ ໒໐໒໕

ນາຍົກລັດຖະມົນຕີກ່າວວ່າ ຍີ່ປຸ່ນ ຈໍາເປັນຕ້ອງເສີມຂະຫຍາຍສາຍພົວພັນກັບ NATO ເພື່ອຮັກສາສັນຕິພາບໂລກ


ແຟ້ມຮູບ-ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອະ ກິຊິດະ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງບຣັສເຊີລສ໌, ປະເທດແບລຈ້ຽມ, ວັນທີ 13 ກໍລະກົດ 2023.
ແຟ້ມຮູບ-ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອະ ກິຊິດະ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງບຣັສເຊີລສ໌, ປະເທດແບລຈ້ຽມ, ວັນທີ 13 ກໍລະກົດ 2023.

ການຮ່ວມມືທາງທະຫານທີ່ເລິກເຊິ່ງຂອງ ຣັດເຊຍ ແລະ ເກົາຫຼີເໜືອ ໄດ້ເນັ້ນ ໃຫ້ເຫັນເຖິງຄວາມຈຳເປັນຂອງ ຍີ່ປຸ່ນ ທີ່ຈະຮັດແໜ້ນສາຍພົວພັນກັບອົງການ NATO ເນື່ອງຈາກໄພຂົ່ມຂູ່ດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ໄດ້ກາຍມາກ່ຽວ ຂ້ອງກັນຫຼາຍຂຶ້ນ, ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຟູມິໂອະ ກິຊິດະ ກ່າວຕໍ່ອົງການຂ່າວ Reuters.

ໃນການສະແດງຄວາມເຫັນທີ່ເປັນລາຍລັກອັກສອນກ່ອນການເຂົ້າຮ່ວມກອງປະຊຸມສຸດຍອດອົງການ NATO ໃນນະຄອນຫຼວງວໍຊິງຕັນອາທິດນີ້, ທ່ານ ກິຊິດະ ຍັງໄດ້ສະແດງໃຫ້ເຫັນເຖິງສັນຍານຂອງຄວາມກັງວົນຕໍ່ບົດບາດທີ່ຖືກກ່າວຫາ ຂອງປັກກິ່ງ ໃນການຊ່ວຍເຫຼືອສົງຄາມສອງປີຢູ່ໃນ ຢູເຄຣນ ຂອງ ມົສກູ, ເຖິງແມ່ນທ່ານຈະບໍ່ໄດ້ລະບຸຊື່ ຈີນ ອອກມາກໍຕາມ.

ທ່ານ ກິຊິດະ ກ່າວ​ວ່າ “ຄວາມໝັ້ນຄົງກ່ຽວກັບ ຢູໂຣ-ແອັດແລນຕິກ (Euro-Atlantic) ​ແລະ ອິນ​ໂດ-ປາຊີ​ຟິກ (Indo-Pacific) ​ແມ່ນ​ບໍ່​ສາມາດແຍກ​ອອກຈາກກັນ​ໄດ້, ​ແລະ ການ​ຮຸກ​ຮານຕໍ່ ​ຢູ​ເຄຣນ ຂອງ ຣັດເຊຍ ​ພ້ອມດ້ວຍ​ການ​ຮ່ວມ​ມືທີ່​ເລິກ​ເຊິ່ງທາງທະຫານຂອງພວກເຂົາກັບ​ເກົາຫລີ​ເໜືອ ແມ່ນ​ການ​ເຕືອນ​ທີ່ເຂັ້ມ​ແຂງ​ຕໍ່​ເລື່ອງດັ່ງກ່າວ​ນັ້ນ.

ທ່ານ ກິຊິດະ ກ່າວຕື່ມວ່າ “ຍີ່ປຸ່ນ ມີຄວາມຕັ້ງໃຈທີ່ຈະເສີມຂະຫຍາຍການ ຮ່ວມມືຂອງຕົນກັບອົງການ NATO ແລະບັນດາປະເທດພາຄີອື່ນໆຂອງຕົນ.”

ຜູ້ນຳ​ຍີ່ປຸ່ນ​ກ່າວ​ວ່າ ​ໂລກ ​ບໍ່​ຄວນ​ໃຫ້​ການ​ຜ່ອ​ນ​ຜັນ​ຕໍ່​ຄວາມ​ພະຍາຍາມ​ຂອງ​ບາງ​ປະ​ເທດ​ທີ່​ຈະ​ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ​ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ​ກ່າວ​ເຕືອນຊໍ້າແລ້ວຊໍ້າອີກ​ວ່າ ​ຢູເຄຣນ ໃນ​ມື້​ນີ້ ​ອາດ​ກາຍມາ​ເປັນເ​ອ ເຊຍ​ຕາ​ເວັນ​ອອກ​ໃນ​ມື້​ອື່ນ. ນອກນັ້ນ ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຮ່ວມ​ມືກັນ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມ​ຂູ່ດ້ານ​ຄວາມໝັ້ນຄົງ​ອັນໃໝ່ ທີ່​ຢູ່ເໜືອຂອບເຂດ​ທາງດ້ານ​ພູ​ມ​ສາດການເມືອງເຊັ່ນ ​ການ​ໂຈມ​ຕີ​ທາງ​ດ້ານໄຊເບີ້ ​ແລະ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່ໃນ​ອະ​ວະ​ກາດ.

ເກົາຫຼີໃຕ້, ອອສເຕຣເລຍ ແລະ ນິວຊີແລນ ພ້ອມດ້ວຍ ຍີ່ປຸ່ນ ຮູ້ໃນອີກຊື່ນຶ່ງວ່າ 4 ປະເທດອິນໂດ-ປາຊີຟິກ ຫຼື IP4, ກໍ່ຈະເຂົ້າຮ່ວມກອງປະຊຸມກັບບັນດາຜູ້ນຳ ຂອງອົງການ NATO ໃນວັນທີ 10 ຫາ 11 ກໍລະກົດນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG