ວີໂອເອ ສຳພາດ ທ້າວ ຕົວ ມົວ ດາຣາ ຮໍລີວູດ ຜູ້ຂຽນບົດຮູບເງົາ The Harvest

ທ້າວ ຕົວ ມົວ, ຂວາ, ຂັບລົດໃນລະຫວ່າງການສະແດງຮູບເງົາ The Harvest.

ເມື່ອ​ວັນ​ອາ​ທິດ​ແລ້ວນີ້, ຮູບ​ເງົາ The Harvest, ທີ່​ຂຽນ​ໂດຍ​ດາ​ຣາ​ນັກ​ສະ​ແດງ ຮໍ​ລີ​ວູດ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ມົ້ງ ທ້າວ ຕົວ ມົວ, ໄດ້ເຂົ້າສາຍ​ຢູ່ໃນເທດ​ສະ​ການ​ຮູບ​ເງົາ​ໃນ​ເມືອງ ແຊນ​ຕ້າ ບາ​ບາ​ຣາ. ທ້າວ ຕົວ ມົວ ມີ​ຈຸດ​ປະ​ສົງຢາກ​ຜະ​ລິດ​ຮູບ​ເງົາ​ໃຫ້​ແຕກ​ຕ່າງ​ຈາກ​ຮູບ​ເງົາ​ທົ່ວ​ໄປ​ໃນ ສະ​ຫະ​ລັດ, ໂດຍ​ໄດ້ເພັ່ງ​ເລັງ​ໃສ່​ຄົນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ໂດຍ​ສະ​ເພາະ​ຄອບ​ຄົວ​ມົ້ງ​ຄອບ​ຄົວ​ນຶ່ງທີ່​ອາ​ໄສ​ຢູ່​ໃນລັດ​ຄາ​ລິ​ຟໍ​ເນຍ. ເຊີນ​ທ່ານ​ຟັງ​ການ​ສຳ​ພາດ​ກັບ ພຸດ​ທະ​ສອນ ໄດ້ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ວີໂອເອສຳພາດ ທ້າວ ຕົວ ມົວ ດາຣາ ຮໍລີວູດ ຜູ້ຂຽນບົດຮູບເງົາ The Harvest.

ທ້າວ ຕົວ ມົວ ຮູ້​ສຶກ​ມີ​ຄວາມ​ດີ້ນ​ຮົນ​ໃນ​ອາ​ຊີບ​ການ​ສະ​ແດງ​ຂອງ​ລາວ ຫຼັງ​ຈາກ​ໄດ້​ສະ​ແດງ​ໃນ​ຮູບ​ເງົາ ແກ​ຣນ ໂຕ​ຣີ​ໂນ, ເຊິ່ງ​ລາວບໍ່​ຮູ້​ວ່າ​ເມື່ອ​ໃດ​ຈະ​ມີ​ໂອ​ກາດ ແລະ ຜູ້​ໃດ​ຈະ​ຂຽນ​ບົດ​ໃຫ້​ລາວ​ໄດ້​ສະ​ແດງ​ອີກຖ້າ​ລາວບໍ່​ທຳ​ການ​ຕັດ​ສິນ​ໃຈ​ດ້ວຍ​ຕົນ​ເອງ. ດັ່ງ​ນັ້ນ, ລາວ​ຈຶ່ງ​ໄດ້​ເລີ່ມ​ຄິດ ກ່ຽວ​ກັບ ເລື່ອງທີ່​ລາວ​ຢາກບອກ​ໃຫ້​ຄົນ​ຮູ້, ເລື່ອງ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊຸມ​ຊົນ ແລະສັງ​ຄົມ​ຂອງ​ຊາວ​ມົ້ງ. ດ້ວຍ​ເຫດ​ນັ້ນ ລາວ​ຈຶ່ງ​ໄດ້​ຂຽນ​ບົດ​ຮູບ​ເງົານຶ່ງ​ອອກ​ມາ ຊື່​ວ່າ The Harvest.

ຮູບ​ເງົາ​ນີ້​ແມ່ນ​ ກ່ຽວ​ກັບ ຄອບ​ຄົວ​ມົ້ງ​ທີ່​ມີ​ບັນ​ຫາ​ຄອບ​ຄົວ​ນຶ່ງ​ໃນ​ລັດ​ຄາ​ລິ​ຟໍ​ເນຍ​ ເຊິ່ງ​ລູກ​ຊາຍ​ໃນ​ຄອບ​ຄົວ​ນັ້ນ​ໄດ້​ກັບ​ຄືນ​ມາ​ບ້ານໃນ​ເມືອງ ລອງ ບີ​ຈ ​ຈາກ​ນະ​ຄອນ ແຊນ​ແຟ​ຣນ​ຊິ​ສ​ໂກ ເພື່ອ​ເບິ່ງ​ແຍງພໍ່​ຂອງ​ລາວ​ຜູ້​ທີ່​ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ລົດຕຳ​ກັນ​ ແລະ ເວ​ລາ​ທີ່​ລາວ​ໄດ້​ກັບ​ມາ​ບ້ານ​ນັ້ນ​ບັນ​ຍາ​ກາດ​ຢູ່​ໃນ​ບ້ານ​ກໍ​ໄດ້​ປ່ຽນ​ແປງ, ອີງ​ຕາ​ການ​ເລົ່າ​ຊູ່​ຟັງ​ໂດຍ​ທ້າວ ຕົວ.

ຮູບ​ເງົາ​ທີ່​ວ່ານີ້​ສ່ວນ​ນຶ່ງ​ແມ່ນ​ອີງ​ໃສ່​ຊີ​ວິດ​ຈິງ, ເຊິ່ງ​ມັນ​ມີຫຼາຍ​ອົງ​ປະ​ກອບ, ຫຼາຍ​ບັນ​ຫາ​ທີ່​ແຕກ​ຕ່າງ​ກັນ​ຈາກ​ການ​ເປັນ​ຄົນອົບ​ພະ​ຍົບ, ຄົນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ສິ່ງ​ຕ່າງໆ​ທີ່​ຄົນ​ເອ​ເຊຍ​ໄດ້​ຜ່ານ​ຜ່າ​ໃນ​ລັດ​ດັ່ງ​ກ່າວ. ສ່ວນ​ທີ່​ວ່າ​ຮູບ​ເງົາ​ດັ່ງ​ກ່າວ​ຈະ​ຈົບ​ດ້ວຍ​ຄວາມ​ສຸກ ຫຼື ໂສກ​ເສົ້າ​ນັ້ນ ທ້າວ ຕົວ ເວົ້າ​ວ່າ​ລາວບອກບໍ່​ໄດ້, ຕ້ອງ​ໄດ້​ໄປ​ເບິ່ງ​ເອົາ​ເອງ.

ການ​ສ້າງ​ຮູບ​ເງົາ The Harvest ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ເນື່ອງ​ຈາກວ່າ​ມັນ​ບໍ່​ແມ່ນ​ຮູບ​ເງົາ​ສາຍຫຼັກ ເຊິ່ງ​ທ້າວ ຕົວ ມົວ ກ່າວ​ວ່າ

“ພາກ​ສ່ວນ​ທີ່​ຍາກ ກ່ຽວ​ກັບ ຮູບ​ເງົາ​ນີ້​ກໍ​ແມ່ນ, A: ມັນ​ແມ່ນ​ ຮູບ​ເງົາ ເອ​ເຊຍ ອາ​ເມ​ຣີ​ກັນ, B: ມັນ​ເພັ່ງ​ເລັງ​ໃສ່​ຄອບ​ຄົວ​ຊາວ​ມົ້ງ ແລະ ຂ້າ​ພະ​ເຈົ້າ​ມີ​ຜູ້​ຜະ​ລິດຫຼາຍ​ຄົນ​ທີ່​ແຕກ​ຕ່າງ​ກັນ​ຈາກ​ທຸກ​ຊົນ​ເຜົ່າ​ທີ່​ຢາກ​ຖ່າຍ​ຮູບ​ເງົາ, ແຕ່​ຢາກ​ໃຫ້​ມັນ​ເປັນ ກ່ຽວ​ກັບ ຊົນ​ເຜົ່າ​ຂອງ​ເຂົາ​ເຈົ້າ​ເອງ, ຄື​ເຮັດ​ໃຫ້​ມັນ ກ່ຽວ​ກັບ ຄົນ​ຂາວ, ເຮັດ​ໃຫ້​ມັນ ກ່ຽວ​ກັບ ຄົນ​ຜິວ​ດຳ, ເຮັດ​ໃຫ້​ມັນ​ ກ່ຽວ​ກັບ ຄົນ​ຈີນ, ເກົາຫຼີ, ຫວຽດ​ນາມ, ຍີ່​ປຸ່ນ. ເຮັດ​ໃຫ້​ມັນ​ຖືກ​ຕ້ອງ​ທີ່​ຈະ​ຖ່າຍ​ທຳ. ສະ​ນັ້ນ, ຍ້ອນ​ແນວ​ນັ້ນ​ມັນ​ຈຶ່ງ​ໃຊ້​ເວ​ລາ​ດົນຫຼາຍ​ທີ່​ຈະ​ມາ​ເຖິງ​ຈຸດນີ້, ສຳ​ລັບ​ຮູບ​ເງົາ​ທີ່​ຈະ​ຖືກ​ຜະ​ລິດ​ຂຶ້ນ.”

ທ້າວ ຕົວ ມົວ ໃນຮູບເງົາ The Harvest.

The Harvest ແມ່ນ​ຮູບ​ເງົາ​ອິນ​ດີ, ເປັນ​ຮູບ​ເງົາ​ທີ່​ໃຊ້​ງົບ​ປະ​ມານ​ຕ່ຳ. ນັກ​ສະ​ແດງ​ໃນ​ຮູບ​ເງົາ​ນີ້​ສ່ວນຫຼາຍ​ຈະ​ເປັນ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍມົ້ງ. ທ້າວ ຕົວ​ ເວົ້າ​ວ່າ​ລາວ​ຢາກ​ໃຫ້​ໂອ​ກາດ​ແກ່​ຄົນ​ໃນ​ຊຸມ​ຊົນ​ຊາວ ມົ້ງ ມາ​ເປັນ​ສ່ວນ​ຮ່ວມ​ຂອງ​ຮູບ​ເງົາ ພ້ອມ​ກັບ​ຢາ​ກໃຫ້​ຄົນ​ເຊື້ອ​ສາຍ​ອື່ນ​ມີ​ສ່ວນ​ຮ່ວມ​ນຳຄື​ຄົນ ລາວ, ກຳ​ປູ​ເຈຍ, ໄທ, ຟີ​ລິບ​ປິນ, ຈີນ, ສິງກ​ະ​ໂປ ແລະ ອື່ນໆ. ​ການ​ຊອກ​ຫາ​ນັກ​ສະ​ແດງ​ນັ້ນ​ເຂົາ​ເຈົ້າ​ກໍ​ມີ​ຜູ້ຄັດ​ເລືອກ​ນັກ​ສະ​ແດງ ແລະ ຂັ້ນ​ຕອນ​ຕ່າງໆ. ​ສຳ​ລັບ​ຜູ້​ຖ່າຍ​ທຳ​ຮູບ​ເງົາ​ກໍ​ມີ​ຄົນ ຫວຽດ​ນາມ, ໄທ ແລະ ຜູ້​ກຳ​ກັບ​ເປັນ​ຄົນ​ກຳ​ປູ​ເຈຍ.

​ເນື່ອງ​ຈາກຮູບ​ເງົາ The Harvest ເປັນ​ຮູບ​ເງົາ​ທີ່​ກ່ຽວ​ກັບຄອບ​ຄົວ​ຄົນ​ເອ​ເຊຍ, ທ້າວ ຕົວ ມົວ ກໍຫວັງ​ວ່າຮູບ​ເງົາ​ດັ່ງ​ກ່າວຈະ​ໄດ້​ສາຍ​ຢູ່​ຕ່າງ​ປະ​ເທດ.

ທ້າວ ຕົວ ທົວ ເວົ້າ​ວ່າ “ພວກ​ເຮົາ​ຫວັງ​ວ່າ​ ຈະ​ມີ​ການ​ຈຳ​ໜ່າຍ​ຮູບ​ເງົາ, ພວກ​ເຮົາ​ຫວັງ​ວ່າ​ບໍ​ລິ​ສັດ​ຜູ້​ຈຳ​ໜ່າຍ​ໃນ​ປະ​ເທດ ລາວ ຫຼື ໄທ​, ກຳ​ປູ​ເຈຍ ຢູ່​ຂ້າມ​ມະ​ຫາ​ສະ​ໝຸດພຸ້ນຈະ​ຊື້​ຮູບ​ເງົາ​ນີ້ ແລະ ນຳ​ເອົາ​ໄປ​ສາຍ​ຢູ່​ໃນ​ໂຮງ​ໜັງ​ຂອງ​ເຂົາ​ເຈົ້າ.”

ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ມົ້ງ​ທ່ານ​ນຶ່ງຈ​າກ​ລັດ​ຄາ​ລິ​ຟໍ​ເນຍ ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ ກ່ຽວ​ກັບ ການ​ຜະ​ລິດ​ຮູບ​ເງົາ The Harvest ຕໍ່​ພວກ​ເຮົາ​ວ່າ

Your browser doesn’t support HTML5

ຊາວມົ້ງ ໃນລັດວິສຄອນຊິນ.

ຮູບ​ເງົາ The Harvest ໄດ້​ເປີດ​ຕົວ​ສາຍ​ຢູ່​ໃນ​ເທດ​ສະ​ການ​ຮູບ​ເງົາ​ສາ​ກົນ ແຊນ​ຕ້າ ບາ​ບາ​ຣາ ຄັ້ງ​ທີ 38 ຢູ່​ເມືອງ ແຊນ​ຕ້າ ບາ​ບາ​ຣາ, ລັດ ຄາ​ລິ​ຟໍ​ເນຍ ເມື່ອວັນ​ທີ 12 ກຸມ​ພາ​ທີ່​ຜ່ານ​ມາ. ເທດ​ສະ​ການ​ດັ່ງ​ກ່າວ​ໄດ້​ເລີ່ມ​ຂຶ້ນ ແລະ ສິ້ນ​ສຸດ​ລົງເມື່ອ​ວັນ​ທີ 18 ກຸມ​ພາ​ວານນີ້.