ຣັດເຊຍ ກ່າວວ່າ ຕົນໄດ້ຍິງໂດຣນ ຢູເຄຣນ ສອງລຳຕົກ ທີ່ແນເປົ້າໃສ່ ມົສກູ

ທ່ານມີຄາຍໂລ ເຟໂດຣັອຟ ລັດຖະມມົນຕີ digital transformation ຊ້າຍ ແລະທ່ານຢູຣີ ໂຊໂກລ ຫົວໜ້າສື່ສານພິເສດ ຢືນຢູ່ໃກ້ກັຍໂດຮນ ທີ່ກຳໍັລັງຈະສົ່ງໄປແນວໜ້າໃນນະຄອນກິຢິບ ປະະເທດຢູເຄຣນ ໃັນທີ 25 ກໍລະກົດ 2023

ຣັດເຊຍ ກ່າວວ່າຕົນໄດ້ຍິງເຮືອບິນບໍ່ມີຄົນຂັບຫຼື ໂດ​ຣນ 11 ລໍາຕົກ ທີ່ມູ້ງໜ້າ ໄປສູ່ແຫຼມ ໄຄຣເມຍ ແລະ ອີກສອງລໍາມູ້ງໜ້າໄປສູ່ນະ​ຄອນຫຼວງ ມົສກູ.

ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວຢູ່ໃນຖະແຫລງການໃນ Telegram ວ່າໂດຣນສອງລຳທີ່ແນເປົ້າໝາຍໃສ່ມົສກູໄດ້ຖືກຍິງຕົກ ໃນຂະນະທີ່ໄດ້ເຂົ້າໃກ້ ເມືອງ ເຊີວາສໂຕໂປລ ຢູ່ຊາຍຝັ່ງແຫຼມ ໄຄຣເມຍ. ຖະແຫລງການກ່າວວ່າ ໂດຣນ “ໄດ້ຖືກທຳ​ລາຍໂດຍເຄື່ອງ​ອີ​ເລັກ​ໂທ​ຣ​ນິກ​ທາງສົງຄາມ ແລະໄດ້ຕົກ ລົງສູ່ທະເລດຳ.”

ໃນວັນພຸດວານນີ້ ເຈົ້າຄອງ​ນະ​ຄອນຫຼວງ ມົ​ສ​ກູ ທ່ານ ເຊີິກີ ໂຊເບຍນິນ ໄດ້ກ່າວວ່າ ໂດຣນທີີ່ບິນເວີ່ນຢູ່ເທິງອາກາດໄດ້ຖືກຍິງຕົກ ຢູ່ໃນພາກ​ພື້ນ ໂດໂມເດີໂດໂວ ທີ່​ຕັ້ງ​ຢູ່ພາກໃຕ້ຂອງນະຄອນຫລວງ ຊຶ່ງເປັນທີ່​ຕັ້ງ​ຂອງນຶ່ງ​ໃນສະໜາມບິນທີ່ມີ​ການ​ສັນ​ຈອນ​ໜາ​ແໜ້ນ​ທີ່​ສຸດຂອງມົສກູ ໃນຂະນະທີ່ໂດຣນ ລຳອື່ນໆໄດ້ຖືກຍິງຕົກໃກ້ກັບທາງຫຼວງ​ຢູ່​ພາກ​ຕາ​ເວັນ​ຕົກຂອງ​ເມືອງ Minsk.

ທ່ານ ໂຊເບຍນິນ ກ່າວວ່າ ບໍ່ມີໃຜໄດ້ຮັບບາດເຈັບ ຫລືເສຍຫາຍຈາກເຫດການ ດັ່ງ​ກ່າວ ຊຶ່ງກະຊວງປ້ອງກັນປະເທດໄດ້ບັນລະຍາຍວ່າ ເປັນຄວາມພະຍາຍາມ “ໂຈມຕີກໍ່ການຮ້າຍ.”

ມົສກູ ໄດ້ເປັນເປົ້າໝາຍກ​ານ​ໂຈມ​ຕີ ຢູ​ເຄ​ຣນ ດ້ວຍ​ໂດ​ຣນ​ທີ່​ຕ້ອງ​ສົງ​ໄສ ນັບແຕ່ ເດືອນພຶດສະພາທີ່​ຜ່ານ​ມາ ເວລາໂດຣນຖືກທຳລາຍຢູ່​ເໜືອ ວັງເຄຣມລິນ. ມົສກູ ຍັງໄດ້ຖີ້ມໂທດໃສ່ ກີຢິບ ສຳ​ລັບການໂຈມຕີດ້ວຍໂດຣນທາງ​ນ້ຳ​ໃສ່​ເປົ້າ​ໝາຍທີ່​ເປັນ​ພົນລະເຮືອນ ຣັດເຊຍ ແລະທະຫານ ຢູ່ໃນທະເລດຳ.

ຢູເຄຣນ ປົກ​ກະ​ຕິ​ຈະບໍ່ຢືນຢັນ ຫລື ປະຕິເສດຕໍ່ການໂຈມຕີດັ່ງກ່າວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ