ພົນລະເຮືອນ 25 ຄົນເສຍຊີວິດ ໃນ 48 ຊົ່ວໂມງຢູ່ ຊູດານ ອີງ​ຕາມ​ການ​ກ່າວ​ຂອງນັກເຄື່ອນໄຫວ ການແພດ

ພາບບັນທຶກ ທີ່ເຫັນຄວັນໄຟພູ້ງຂຶ້ນ ຢູ່ຫ່າງໄກ ອ້ອມແອ້ນຂອງນະຄອນຄາບຸລ ເຂດບາຣີ ທ່າມກາງການສູ້ລົບ ໃນນະຄອນ ຫລວງຂອງຊູດານ ວັນທີ 14 ກໍລະກົດ 2023

ພົນລະເຮືອນຫ້າຄົນໄດ້ເສຍຊີວິດຍ້ອນລະເບີດທີ່ໄດ້ “ຕົກລົງມາໃສ່ເຮືອນ ຂອງຂົາເຈົ້າ” ໃນນະຄອນຫຼວງ ຄາທູມ, ແຫລ່ງທາງການແພດຂອງ ຊູດານ ໄດ້ກ່າວຕໍ່ອົງການຂ່າວ AFP ນຶ່ງມື້ຫລັງຈາກການໂຈມຕີທາງອາກາດຢູ່ທາງ ພາກໃຕ້ຂອງນະ​ຄອນຫຼວງ. ມີພົນລະເຮືອນເສຍຊີວິດຢ່າງໜ້ອຍ 20 ຄົນ ອີງຕາມອົງການຂ່າວເອເອັ​ຟພີ (AFP)

ຜູ້ອ​າ​ໄສ​ຢູ່ນະຄອນຫລວງທີ່​ຖືກ​ທຳ​ລາຍ​ໂດຍສົງຄາມນັ້ນ​ໄດ້ ລາຍງານວ່າ ເມືອງດັ່ງ​ກ່າວ ຖືກໂຈມ​ຕີ​ໂດຍ​ປືນໃຫຍ່ ແລະ ການ​ຍິງຈະຫລວດອີກ​ຄັ້ງ​ນຶ່ງໃນວັນອາທິດວານນີ້, ໃນເດືອນທີຫ້າຂອງສົງຄາມລະຫວ່າງທະຫານ ແລະ ພວກນັກລົບທະຫານບ້ານ.

“ຈຳນວນຜູ້ເສຍຊີວິດຈາກການຖີ້ມລະເບີດທາງອາກາດ” ຢູ່ທາງພາກໃຕ້ຂອງ ນະຄອນຄາທູມ ໃນຕອນແລງວັນເສົາທີ່​ຜ່າ​ນ​ມາ “ໄດ້ມີພົນລະເຮືອນເສຍຊີວິດ ເພີິ້ມຂຶ້ນເຖິງ 20 ຄົນ” ອີງຕາມຖະແຫລງການຈາກຄະນະກຳມະການຕໍ່ຕ້ານ ຂອງໝູ່ບ້ານ. ເຂົາເຈົ້າຮວມຢູ່ໃນບັນດາກຸ່ມອາສາສະໝັກຫຼາຍ​ກຸ່ມ ທີ່ເຄີຍຈັດ ການ​ປະ​ທ້ວງສະໜັບສະໜູນປະຊາທິປະໄຕ ແລະບັດນີ້ໃຫ້ການຊ່ວຍເຫລືອ ບັນດາຄອບຄົວທີ່ຕິດຄ້າງຢູ່ໃນການສູ້ລົບ.

ຢູ່ໃນຖະແຫລງການກ່ອນ​ໜ້ານີ້ ເຂົາເຈົ້າກ່າວວ່າ ຜູ້ເຄາະຮ້າຍລວມ​ມີເດັກນ້ອຍ ສອງຄົນ ແລະໄດ້ເຕືອນວ່າມີການເສຍຊີວິດຕື່ມ​ອີກແມ່ນບໍ່ໄດ້ບັນທຶກ ໃນຂະນະທີ່ “ຊາກສົບຂອງເຂົາເຈົ້າບໍ່ສາມາດເຄື່ອນຍ້າຍໄປໂຮງໝໍໄດ້ ເພາະວ່າຖືກເຜົາ ໄໝ້ຮ້າຍແຮງ ແລະຂາດເປັນຕ່ອນຈາກການຖີ້ມລະເບີດ.

ອ່ານຂ່າວນີ້ເປັນພາສາອັງກິດ