Welcome to the Voice of America’s News Words.
ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.
Your browser doesn’t support HTML5
ຮຽນຄໍາສັບພາສາອັງກິດໃນຂ່າວ Recommendation ແປວ່າ ຄໍາແນະນໍາ ຫຼືການແນະນໍາ
You will need this when applying to a college or university.
ທ່ານຈະຕ້ອງການສິ່ງນີ້ ເມື່ອພວກທ່ານສະໝັກເຂົ້າຮຽນວິທະຍາໄລ ຫຼື ມະຫາວິທະຍາໄລ.
RECOMMENDATION: RECOMMENDATION
College admission experts say most U.S. colleges and universities require letters of recommendation.
ຊ່ຽວຊານດ້ານການຮັບນັກສຶກສາເຂົ້າຮຽນໃນມະຫາວິທະຍາໄລກ່າວວ່າ ວິທະຍາໄລ ແລະ ມະຫາວິທະຍາໄລສ່ວນໃຫຍ່ຂອງສະຫະລັດ ຕ້ອງການໜັງສື ການແນະນໍາ.
Requests for recommendations should be made well before they are needed.
ການຂໍໜັງສືສໍາລັບຄຳແນະນໍາຄວນຖືກເຮັດໄວ້ເປັນຢ່າງດີ ກ່ອນທີ່ພວກມັນ ມີຄວາມຕ້ອງການ.
A recommendation is a formal letter that explains why someone has the skills and personal qualities to succeed at a particular place.
Recommendation ເປັນຈົດໝາຍທາງການທີ່ອະທິບາຍວ່າ ຍ້ອນຫຍັງຄົນຜູ້ໃດຜູ້ນຶ່ງຈຶ່ງມີທັກສະ ແລະ ຄຸນນະພາບສ່ວນຕົວ ທີ່ດີເລີດທີ່ຈະປະສົມຄວາມ ສໍາເລັດໃນສະຖານທີ່ສະເພາະໃດນຶ່ງ.
A recommendation is not just for higher education. You can casually recommend a movie or restaurant, for example, by describing why it is good and deserves to be chosen.
Recommendation ບໍ່ແມ່ນສໍາລັບພຽງແຕ່ການສຶກສາລະດັບສູງເທົ່ານັ້ນ. ທ່ານຍັງສາມາດໃຫ້ການແນະນໍາທົ່ວໆໄປ ກ່ຽວກັບຮູ ບເງົາ ຫຼື ຮ້ານອາຫານ, ຕົວຢ່າງ ດ້ວຍການອະທິບາຍວ່າ ເປັນຫຍັງມັນຈຶ່ງດີ ແລະສົມຄວນທີ່ຈະໄດ້ຮັບ ການຖືກເລືອກ.