ຜູ້ນຳ ສະຫະລັດ ແລະ ຫວຽດນາມ ໃນວັນຈັນມື້ນີ້ ໄດ້ຍ້ອງຍໍ ການຕົກລົງກັນເພື່ອຂະຫຍາຍສາຍພົວພັນ ແລະ ໄດ້ລົມກັນ ກ່ຽວກັບ ຄວາມເປັນໄປໄດ້ສຳລັບການສົ່ງເສີມນະວັດຕະກຳໃໝ່ ແລະ ການລົງທຶນ.
ໃນຂະນະທີ່ທ່ານໄດ້ພົບປະກັບປະທານປະເທດ ຫວຽດນາມ ທ່ານ ໂວ ວັນ ເທືອງ ໃນນະຄອນຫຼວງ ຮ່າໂນຍ ນັ້ນ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເວົ້າ ກ່ຽວກັບ ການຂະຫຍາຍການຮ່ວມມືຢ່າງເລິກເຊິ່ງໃນ “ສິ່ງທ້າທາຍຕ່າງໆທີ່ສຳຄັນທີ່ສຸດຕໍ່ປະຊາຊົນຂອງພວກເຮົາ” ແລະ ໄດ້ກ່າວວ່າມັນສຳຄັນຫຼາຍ “ທີ່ພວກເຮົາໄດ້ມາໄກ ແລະ ໄວຫຼາຍຊ່ຳໃດ.”
ທ່ານ ເທືອງ ໄດ້ເອີ້ນການຕົກລົງກັນນັ້ນວ່າ “ເປັນໂອກາດທີ່ສຳຄັນຍິ່ງ” ແລະ ໄດ້ກ່າວວ່າ “ເຂົາເຈົ້າກຳລັງເປີດບົດຕອນໃໝ່.”
ກ່ອນໜ້ານີ້ທ່ານ ໄບເດັນ ໄດ້ພົບປະກັບນາຍົກລັດຖະມົນຕີ ຟາມ ມິນ ຈິນ ແລະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດສອງແຫ່ງ ບ່ອນທີ່ທ່ານ ໄບເດັນ ໄດ້ສົນທະນາ ກ່ຽວກັບ ການຂະຫຍາຍການຮ່ວມມືກັບ ຫວຽດນາມ ໃນເຄືອຂ່າຍການເກັບກຳຂໍ້ມູນ Cloud Computing, ເຊມີຄັນດັກເຕີ ແລະ ປັນຍາປະດິດ.
ທ່ານໄດ້ອ້າງເຖິງ “ຂັ້ນຕອນໃໝ່” ໃນສາຍພົວພັນລະຫວ່າງ ສະຫະລັດ ແລະ ຫວຽດນາມ ແລະ ໄດ້ກ່າວວ່າສອງປະເທດດັ່ງກ່າວຕ້ອງການທີ່ຈະສືບຕໍ່ການເປັນຄູ່ຮ່ວມກັນ.
ທ່ານ ໄບເດັນ ໄດ້ກ່າວວ່າ “ຂໍ້ຄວາມຂອງຂ້າພະເຈົ້າມື້ນີ້ແມ່ນຂ້ອນຂ້າງລຽບງ່າຍ. ຢ່າທໍ້ຖອຍ.”
ບັນດາຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວລວມມີຜູ້ບໍລິຫານໃຫຍ່ຈາກບໍລິສັດເຊມີຄອນດັກເຕີ, ເທັກໂນໂລຈີ ແລະ ການບິນລະດັບສູງຂອງ ສະຫະລັດ ຫຼາຍຄົນ.
ທຳນຽບຂາວ ໄດ້ປະກາດຂໍ້ຕົກລົງມູນຄ່າ ເຈັດພັນແປດຮ້ອຍລ້ານໂດລາ ລະຫວ່າງ ບໍລິສັດ ໂບອິງ ແລະ ສາຍການບິນ ຫວຽດນາມ ທີ່ເຂົາເຈົ້າໄດ້ກ່າວວ່າຈະສະໜັບສະໜູນວຽກງານ 30,000 ຕຳແໜ່ງໃນ ສະຫະລັດ.
ການເຈລະຈາຂອງວັນຈັນມື້ນີ້ ໄດ້ມີຂຶ້ນນຶ່ງວັນຫຼັງຈາກ ສະຫະລັດ ແລະ ຫວຽດນາມ ໄດ້ຂະຫຍາຍສາຍພົວພັນຂອງເຂົາເຈົ້າເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ເຊິ່ງເປັນການເຄື່ອນໄຫວທີ່ທຳນຽບຂາວ ໄດ້ອະທິບາຍວ່າ “ບໍ່ເຄີຍມີມາກ່ອນ ແລະ ສຳຄັນຍິ່ງ,” ແລະ ນັ້ນຈະນຳເອົາ ສະຫະລັດ ມາຢູ່ໃນລະດັບທີ່ເທົ່າກັບຄູ່ປໍລະປັກຫຼັກຂອງເຂົາເຈົ້າຄື ຈີນ, ເຊິ່ງມີສະຖານະທາງການທູດໃນລະດັບສູງເທົ່າກັນກັບ ຫວຽດນາມ.
ອ່ານຂ່າວນີ້ເປັນພາສາອັງກິດ
Your browser doesn’t support HTML5
Biden: New US-Vietnam Strategic Partnership Not About Containing China