ປະທານາທິບໍດີ ສະຫະລັດ, ທ່ານໂຈ ໄບເດັນ ໃນວັນອັງຄານວານນີ້ ໄດ້ອອກດຳລັດໃຫ້ອົງການ ລັດຖະບານກາງ ເພີ່ມທະວີການບັງຄັບໃຊ້ກົດໝາຍວ່າດ້ວຍການຄວບຄຸມ ປືນທີ່ໄດ້ຮັບການສະໜັບສະໜຸນຈາກສອງພັກ ທີ່ທ່ານໄດ້ເຊັນເມື່ອ 9 ເດືອນກ່ອນ ທີ່ຂະຫຍາຍການ ກວດກາປະຫວັດ ຄວາມເປັນມາຂອງຜູ້ຊື້ປືນ ແລະເພີ້ມຄວາມເຂັ້ມງວດຂອງລະບຽບ ທີ່ອະນຸຍາດ ໃຫ້ມີການປົດອາວຸດປືນຊົ່ວຄາວ ອອກຈາກບຸກຄົນ ທີ່ ອາດເປັນອັນຕະລາຍນັ້ນໄດ້.
Your browser doesn’t support HTML5
Biden Strengthens Background Checks on Guns
ກົດໝາຍວ່າດ້ວຍຊຸມຊົນທີ່ປອດໄພຫລາຍຂຶ້ນປີ 2022 ຂະຫຍາຍການກວດສອບປະ ຫວັດຄວາມເປັນມາສຳລັບຜູ້ຊື້ປືນ ທີ່ມີອາຍຸຕ່ຳກວ່າ 21 ປີ ແລະ ສະກັດກັ້ນການ ຄ້າຂາຍປືນລະຫວ່າງລັດຕ່າງໆ. ມັນຍັງໄດ້ກໍານົດເງິນທຶນຂອງລັດຖະບານກາງສໍາລັບລັດຕ່າງໆເພື່ອສ້າງ ແລະຈັດຕັ້ງປະຕິບັດອັນທີ່ເອີ້ນວ່າກົດຫມາຍທຸງສີແດງ ຫລືສັນຍານເຕືອນໄພ ທີ່ປ້ອງກັນບໍ່ໃຫ້ຜູ້ທີ່ທຳທາລຸນຢູ່ໃນຄອບຄົວທີ່ຖືກຕັດສິນໂທດແລ້ວ ນັ້ນ ຊື້ອາວຸດປືນ ແລະສະຫນອງທຶນຂອງລັດຖະບານກາງເພີ່ມ ໃຫ້ແກ່ໂຄງການສະກັດກັ້ນການໃຊ້ຄວາມຮຸນແຮງ ແລະການບໍລິການດ້ານສຸຂະພາບຈິດ.
ທ່ານໄບເດັນໄດ້ກ່າວເຖິງຄວາມພະຍາຍາມຄັ້ງຫລ້າສຸດຂອງທ່ານ ໃນການສະກັດກັ້ນ ການໃຊ້ຄວາມຮຸນແຮງດ້ວຍປືນ ຢູ່ໃນການກ່າວຄຳປາໄສຈາກເມືອງມອນເທຣ ພາກ (Monterey Park), ລັດຄາລິຟໍເນຍ ບ່ອນທີ່ມືປືນໄດ້ຍິງໃສ່ໂຮງເຕັ້ນລຳ ໃນໄລຍະ ສະເຫລີມສະຫລອງປີໃໝ່ຕາມຈັນທະປະຕິທິນ ຫລືປີໃໝ່ຈີນ ເມື່ອວັນທີ 21 ມັງກອນ ທີ່ຜ່ານມາ ທີ່ເຮັດໃຫ້ 11 ຄົນເສຍຊີວິດ ແລະອີກ 9 ຄົນໄດ້ຮັບບາດເຈັບນັ້ນ.
ທ່ານໄບເດັນ ກ່າວວ່າ “ໂສກນາດຕະກຳອັນນີ້ ໄດ້ສຽບແທງຈິດວິນຍານຂອງປະເທດນີ້, ຢູ່ທີ່ເມືອງມອນເທຣ ພາກ, ຊານ ແກບບຣຽວ ວາເລ (San Gabriel Valley), ໝາກຫົວໃຈຂອງຊຸມຊົນເອເຊຍ-ອາເມຣິກັນ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ