ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ໄດ້ກ່າວຢ້ຳ ເຖິງຄວາມເຂັ້ມແຂງ ໃນການເປັນພາຄີ ຂອງປະເທດພວກທ່ານ ແລະໄດ້ກ່າວຍົກຍ້ອງຄຸນນະທຳປະຊາທິປະໄຕ ໃນພິ ທີທີ່ຍິ່ງໃຫຍ່ຫຼູຫຼາ ເມື່ອວັນພະຫັດທີ່ເຕັມໄປດ້ວຍການເຈລະຈາຫາລືຢູ່ທີ່ທຳນຽບຂາວ.
“ສອງປະເທດທີ່ຍິ່ງໃຫຍ່ ສອງເພື່ອນມິດທີ່ຍິ່ງໃຫຍ່ແລະສອງອຳນາດທີ່ຍິ່ງໃຫຍ່. ຊົມເຊີຍ!” ປະທານາທິບໍດີໄບເດັນກ່າວ ໃນລະຫວ່າງການດື່ມອວຍພອນໃຫ້ແກ່ນາຍົກລັດຖະມົນຕີຜູ້ທີ່ບໍ່ດື່ມເຫຼົ້າດ້ວຍຈອກຈິງເຈີເອລ. ທ່ານໄບເດັນກໍບໍ່ໄດ້ດື່ມເຫຼົ້າເຊັ່ນດຽວກັນ.
ການຢ້ຽມຢາມນີ້ ລັດຖະບານສະຫະລັດແມ່ນແນໃສ່ເພື່ອຈະເກ້ຍກ່ອມປະເທດທີ່ມີພົນລະເມືອງຫຼາຍທີ່ສຸດໃນໂລກ ທ່າມກາງການຮຸກຮານຂອງຣັດເຊຍເຂົ້າໄປໃນຢູເຄຣນ ແລະຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນ ກັບປະເທດຈີນ.
ປະທານາທິບໍດີໂຈ ໄບເດັນ ຟັງໃນລະຫວ່າງທີ່ນາຍົກລັດຖະມົນຕີນາເຣັນດຣາ ໂມດີ ກ່າວຄຳປາໄສ ໃນພິທີຕ້ອນຮັບຢ່າງເປັນທາງການ ເວລາທ່ານເດີນທາງໄປເຖິງເດີ່ນຂອງທຳນຽບຂາວ ເມື່ອວັນທີ 22 ມິຖຸນາ 2023 ທີ່ວໍຊິງຕັນ.
ສະຫະລັດແລະອິນເດຍ ແມ່ນ “ຮ່ວມມືກັນເກືອບວ່າທຸກໆດ້ານໃນຄວາມພະຍາຍາມຂອງມະນຸດ” ທ່ານໄບເດັນກ່າວ ໃນຂະນະທີ່ທ່ານຢືນຢູ່ຄຽງຂ້າງທ່ານໂມດີ ໃນກອງປະຊຸມຖະແຫຼງຂ່າວຮ່ວມ ຊຶ່ງເປັນການເຄື່ອນໄຫວທີ່ບໍ່ຄ່ອຍໄດ້ເຫັນກັນ ກັບຜູ້ນຳຂອງອິນເດຍ.
ທ່ານໂມດີ ໄດ້ກ່າວຊົມເຊີນທ່ານໄບເດັນ ແລະງານລ້ຽງອາຫານຄ່ຳແບບພິເສດ ຊຶ່ງມີແຂກຜູ້ມີກຽດຈາກພາກສ່ວນຕ່າງໆຫຼາຍກວ່າ 400 ຄົນເຂົ້າຮ່ວມ ຮວມທັງເທັກໂນໂລຈີ ທຸລະກິດແລະວິທະຍາສາດ: “ທ່ານເປັນຄົນບໍ່ເວົ້າແຮງ ແຕ່ເມື່ອກ່າວເຖິງການກະທຳແລ້ວ ທ່ານແມ່ນເຂັ້ມແຂງຫຼາຍ” ທ່ານໂມດີກ່າວ.
Your browser doesn’t support HTML5
Biden, Modi Push Back Criticism on Human Rights, Democracy
ຂົງເຂດສຳຄັນໃນການຮ່ວມມື ທ່ານໄບເດັນກ່າວວ່າ ແມ່ນຮວມທັງເທັກໂນໂລຈີໃນການວິນິດໄສພະຍາດ ການສຳຫລວດອະວະກາດ ການຫັນປ່ຽນໄປສູ່ພະລັງງານທີ່ສະອາດ ແລະການຫຼຸດຜ່ອນວິກິດການດິນຟ້າອາກາດ. ທ່ານໄບເດັນກ່າວຕື່ມວ່າ ສະຫະລັດແລະອິນເດຍ “ມີຄວາມຊ່ຽວຊານຮ່ວມ” ທີ່ສຳຄັນໆແລະເທັກໂນໂລຈີໃໝ່ໆ ເຊັ່ນວ່າ ການຄຳນວນຄວນຕຳ ແລະປັນຍາປະດິດ ເພື່ອຫຼີກລ່ຽງຕໍ່ການນຳໃຊ້ “ເພື່ອເປັນເຄື່ອງມືໃນການໃຫ້ຂໍ້ມູນຜິດໆແລະການກົດຂີ່.”
ປະເທດທັງສອງ ທ່ານໄບເດັນກ່າວວ່າ ກຳລັງເພີ້ມການຮ່ວມມື ເພື່ອສ້າງຄວາມໝັ້ນຄົງໃຫ້ແກ່ຕ່ອງໂສ້ອຸບປະທານດ້ານເຊມີຄອນດັກເຕີ້ ສ້າງຄວາມກ້າວໜ້າໃຫ້ແກ່ຕາໜ່າງໂທລະຄົມມະນາຄົມແລະເສີມຂະຫຍາຍການເປັນພາຄີໃນດ້ານປ້ອງກັນປະເທດດ້ວຍການຊ້ອມລົບຮ່ວມ ເພີ້ມການຮ່ວມມືລະຫວ່າງອຸດສາຫະກຳໃນດ້ານປ້ອງກັນປະເທດ ແລະເພີ້ມທະວີການຮ່ວມມືທາງດ້ານທະຫານໃນທຸກໆລະດັບ.
ທ່ານໄບເດັນ ກ່າວວ່າ ທ່ານໄດ້ປຶກສາຫາລື ກັບທ່ານໂມດີ “ກ່ຽວກັບຄວາມພະຍາຍາມຮ່ວມ ເພື່ອຫຼຸດຜ່ອນໂສກນາດຕະກຳທາງດ້ານມະນຸດສະທຳ ໂດຍການເຮັດສົງຄາມແບບໂຫດຮ້າຍປ່າເຖື່ອນຂອງຣັດເຊຍໃນຢູເຄຣນ ແລະປົກປ້ອງຫຼັກແກນກາງຂອງກົດບັດສະຫະປະຊາຊາດກ່ຽວກັບເລື້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນ.”
ອິນເດຍ ຊຶ່ງເປັນປະເທດນຳເຂົ້າອາວຸດທີ່ສຳຄັນຂອງຣັດເຊຍ ຍັງມີຄວາມລັງເລໃຈທີ່ຈະຕ້ອງຕິການຮຸກຮານຢູເຄຣນ ຂອງປະທານາທິບໍດີວລາດີເມຍ ປູຕິນ.
ແຕ່ທ່ານໂມໂດ ໄດ້ຮັບຮູ້ເຖິງຜົນກະທົບໃນທາງທີ່ບໍ່ດີຈາກການສູ້ລົບທີ່ມີຕໍ່ບັນດາປະເທດທີ່ທຸກຍາກ ຊຶ່ງຮວມທັງຂົງເຂດອາເມຣິກາໃຕ້ ເອເຊຍ ອາຟຣິກາ ແລະໂອເຊອາເນຍ.