ຂ້າຫລວງໃຫຍ່ການາດາ ກ່າວວ່າ ຈະ "ປັບປ່ຽນ" ພະນັກງານທີ່ີມີຢູ່ໃນ ປະເທດອິນເດຍ

ທີວທັດຂອງ Golden Temple ບ່ອນສັກສິດຂອງຊິກ ໃນເມືອງ Amritsar ປະເທດອິນເດຍ ວັນທີ 20 ກັນຍາ 2023

ຂ້າຫລວງໃຫຍ່ຂອງການາດາ ໄດ້ກ່າວໃນວັນພະຫັດມື້ີ້ນີ້ວ່າ ຕົນຈະ “ປັບ​ປ່ຽນ” ຈຳນວນໂຕເລກນັກການທູດ ຢູ່ໃນອິນເດຍ ຫລັງຈາກມີການຂົ່ມຂູ່ພະນັກງານ​ທາງສື່ສັງຄົມ ໃນຂະ​ນະ​ທີ່​ມີ​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ຢ່າງ​ຂຸ້ນ​ຂຽວ​ທາງການທູດກັບນິວເດລີ ທີ່ເພີ້ມທະວີຂຶ້ນ.

ນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດ ໄດ້ຮຽກຮ້ອງອິນເດຍ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ກ່າວ​ຫາ “ທີ່​ແຮງທີ່ສຸດ” ​ທີ່​ວ່າ​ສາຍ​ລັບອິນເດຍໄດ້ມີ​ບົດ​ບາດ​ໃນການຄາດຕະກຳ ທ່ານຮາດິບ ຊິງ ນິຈາ ເມື່ອເດືອ​ນມິ​ຖຸນາ ໃກ້ກັບນະຄອນແວນກູເວີ.

ຜົນສະທ້ອນໄດ້ເຮັດໃຫ້ເກີດການຂັບໄລ່ນັກການທູດຕອບ​ໂຕ້​ກັນ ແລະ​ມີ​ການປະຕິເສດຢ່າງແຮງຈາກອິນເດຍ ຊຶ່ງໄດ້ກ່າວວ່າ ການສະເໜີໃດໆທີ່ຕົນ​ມີ​ບົດ​ບາດຢູ່ໃນການສັງຫານທ່ານນິຈາ ເປັນເລືຶ້ອງ “​ໄຮ້​ສາ​ລະ.” ອົງການຂ່າວຝຣັ່ງໄດ້ລາຍງານ.

“ໃນສະ​ພາບແວດລ້ອມໃນປັດຈຸບັນ ບ່ອນທີ່ຄວາມເ​ຄັ່ງ​ຕຶງໄດ້​ທະ​ວີ​ຂຶ້ນ ພວກເຮົາກຳລັງເອົາ​ມາດ​ຕະ​ການເພື່ອຄໍ້າປະກັນຄວາມປອດໄພ​ໃຫ້ແກ່ບັນດານັກການທູດຂອງພວກເຮົາ” ການປະຕິບັດງານຂອງການາດາ ໄດ້ກ່າວຢູ່ໃນຖະແຫລງການ.

“ພ້ອມດ້ວຍບັນດານັກການທູດ​ຈຳນວນນຶ່ງ ທີ່ໄດ້ຮັບການຂົ່ມຂູ່ຜ່ານ​ທາງສື່ສັງຄົມຕ່າງໆ ການ​ປະ​ຕິ​ບັດ​ງານຢູ່ທົ່ວໂລກ​ຂອງການາດາ ກຳລັງຊັ່ງຊາເບິ່ງ​ມາດ​ຕະ​ການ​ເພີ້ມ​ຕື່ມ​ຂອງ​ພະ​ນັກ​ງານ ຢູ່ໃນອິນເດຍ” ຖະ​ແຫຼງ​ການໄດ້ກ່າວເພີ້ມ

ອ່ານຂ່າວນີ້ເປັນພາສາອັງກິດ