ຈີນ ຮ້ອງການລົງໂທດຂອງ ສະຫະລັດ ກ່ຽວກັບສົງຄາມ ຢູເຄຣນ ວ່າ 'ຜິດກົດໝາຍ ແລະດໍາເນີນການຝ່າຍດຽວ'

ນັກການທູດຈີນປະຈໍາຢູເຄຣນ ທ່ານ ລີ ຮຸຍ ກ່າວໃນລະຫວ່າງຖະແຫຼງຂ່າວ ຢູ່ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງປັກກິ່ງ, ວັນທີ 27 ສິງຫາ 2024.

ຈີນ ​ເອີ້ນ​ການ​ລົງ​ໂທດ​ຂອງ​ ສະຫະບັດ ​ຕໍ່​ໜ່ວຍງານຕ່າງໆຂອງຕົນ​ກ່ຽວ​ກັບ​ສົງຄາມ​ ຢູເຄຣນ ວ່າ “ຄິດໄປ​ຝ່າຍ​ດຽວແລະ ຜິດກົດໝາຍ” ​ແລະ “ບໍ່​ອີງ​ໃສ່​ຄວາມ​ຈິງ,” ​ໃນ​ຄຳ​ເຫັນ​ຂອງວັນ​ອັງຄານ​ມື້​ນີ້​ກ່ອນ​ໜ້າທີ່​ປຶກສາ​ດ້ານ​ຄວາມ​ໝັ້ນ ຄົງ​ແຫ່ງ​ຊາດ​ຂອງ​ທຳນຽບຂາວ ທ່ານ ເຈກ ຊູລລີວານ ຈະເດີນທາງ​ໄປ​ຮອດ​ນະຄອນຫຼວງປັກ​ກິ່ງ ສໍາລັບການເຈລະຈາລະດັບສູງເປັນ​ເວລາ​ຫຼາຍມື້.

ໃນອາທິດ​ທີ່ຜ່ານມາ, ສະຫະລັດ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ໜ່ວຍງານ ຕ່າງໆ ​ແລະ ​ບຸກຄົນທັງໝົດຫຼາຍກວ່າ 400 ກໍລະນີ ​ທີ່​ໃຫ້ການ​ສະໜັບສະໜູນ​ການ​ສູ້​ລົບ​ຂອງ ຣັດ​ເຊຍ ​ຢູ່ໃນ ​ຢູ​ເຄຣນ, ​ເຊິ່ງລວມ​ມີ​ບໍລິສັດຕ່າງໆຂອງ​ຈີນ ​ທີ່​ເຈົ້າ​ໜ້າ​ທີ່ ​ສະຫະລັດ​ ກ່າວ​ວ່າ ໃຫ້ການຊ່ວຍ​ເຫຼືອແກ່ ມົສກູ ເພື່ອຫຼີກລ່ຽງການ​ລົງ​ໂທດ​ຕ່າງໆຈາກ​ຝ່າຍ​ຕາ​ເວັນ​ຕົກ ​ແລະເສີມ​ສ້າງກອງ​ກຳລັງທາງ​ທະຫານ ຂອງພວກເຂົາ.

ວໍ​ຊິງ​ຕັນ ​ໄດ້ອອກມາເຕືອນ ​ປັກ​ກິ່ງ ​ຊໍ້າແລ້ວຊໍ້າອີກ​ກ່ຽວ​ກັບ​ການ​ສະໜັບ ສະໜູນ​ຖານ​ອຸດສາຫະກຳ​ດ້ານຄວາມໝັ້ນຄົງ​ຂອງ ຣັດ​ເຊຍ ​ແລະ​ໄດ້​ອອກ​ມາດ​ຕະການ​ລົງ​ໂທດ​ຫຼາຍຮ້ອຍ​ຄັ້ງ​ເພື່ອ​ແນເປົ້າໝາຍ​ໃສ່ຈໍາກັດ​ຄວາມອາດ​ສາມາດ​ຂອງ​ ມົສກູ ​ໃນ​ການ​ໃຊ້ປະໂຫຍດຈາກເທັກ​ໂນ​ໂລຈີບາງປະເພດ ​ເພື່ອ​ຈຸດປະ ສົງ​ທາງດ້ານ​ການ​ທະຫານ.

ທູດ​ພິ​ເສດຂອງ​ຈີນ​ສໍາລັບ​ວຽກ​ງານ​ກ່ຽວກັບຢູໂຣບ, ທ່ານ ລີ ຮຸຍ (Li Hui), ຜູ້​ທີ່​ໄດ້​ດຳ​ເນີນ​ວຽກງານດ້ານການ​ທູດມາແລ້ວ​ສີ່​ຮອບ, ໄດ້ອອກມາ​ຄັດ​ຄ້ານ​ການ​ລົງ​ໂທດ​ຕ່າງໆໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ ​ສຳ​ລັບ​ນັກ​ການ​ທູດ​ຢູ່​ນະຄອນຫຼວງປັກ​ກິ່ງ, ຫຼັງ​ຈາກ​ກອງ​ປະ​ຊຸມ​ຄັ້ງ​ຫຼ້າ​ສຸດ​ກັບບັນດາ​ເຈົ້າ​ໜ້າ​ທີ່​ຈາກປະ​ເທດ​ບຣາ​ຊິລ, ອິນ​ໂດ​ເນ​ເຊຍ ແລະ ອາ​ຟ​ຣິ​ກາ​ໃຕ້.

ທ່ານ ລີ ກ່າວ​ວ່າ “ສະເພາະປະ​ເທດໃດ​ນຶ່ງໄດ້ນໍາ​ໃຊ້​ວິ​ກິດ​ການນີ້… ​ເພື່ອ​ຫັນປ່ຽນ​ການ​ຕໍາໜິວິຈານ​ໃນ​ຄວາມ​ພະ​ຍາ​ຍາມທີ່ຈະ​ສ້າງໃນ​ອັນ​ທີ່​ຮ້ອງ​ວ່າ​ ທິດ​ສະ​ດີຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ ແລະ​ໄພຄຸກຄາມ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ ແລະ ການ​ຄ້າປົກ​ກະ​ຕິ​ກັບ ​ຣັດ​ເຊຍ ດ້ວຍ​ການ​ລົງ​ໂທດຝ່າຍ​ດຽວ ແລະຜິດກົດໝາຍ.”

ທ່ານ ລີ ບໍ່ໄດ້ລະບຸຊື່ຂອງ ສະຫະລັດ, ແຕ່ກະຊວງການຄ້າຂອງຈີນກ່າວໃນວັນ ອາທິດແລ້ວນີ້ວ່າ ພວກເຂົາຄັດຄ້ານຢ່າງເຂັ້ມແຂງຕໍ່ການລົງໂທດຕ່າງໆ ແລະ ກະຊວງການຕ່າງປະເທດ ກໍໄດ້ສະແດງການຄັດຄ້ານຕໍ່ມາດຕະການຄວບຄຸມ ໃນຮອບກ່ອນໜ້ານັ້ນເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ