ຈີນ ໃຫ້ສັນຍາວ່າສະ​ໜອງການຊ່ວຍເຫຼືອສໍາລັບການເລືອກຕັ້ງຢູ່ໃນ ມຽນມາ

ຮູບນີ້ຖືກຖ່າຍ ແລະເຜີຍແຜ່ອອກມາໃນວັນທີ 14 ສິງຫາ 2024 ໂດຍທີມຂໍ້ມູນຂ່າວສານຂອງກອງທັບ, ສະແດງໃຫ້ເຫັນຜູ້ນໍາທະຫານມຽນມາ ທ່ານ ມິນ ອອງ ແລງ, ຂວາ, ພົບປະກັບລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານ ຫວັງ ຢີ ໃນນະຄອນຫຼວງເນປີດໍ.

ສື່ມວນຊົນລັດຖະບານກ່າວໃນວັນພະຫັດມື້ນີ້ວ່າ ຈີນ​ ໄດ້​ໃຫ້ສັນຍາທີ່ຈະ​ສະໜັບສະໜູນ​ດ້ານ​ເຕັກນິກ ​ແລະ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະຫານ​ແກ່​ ມຽນມາ ທີ່ປົກຄອງໂດຍທະຫານ ​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດພົນລະ​ເມືອງລຸນຫຼັງ​ການ​ເລືອກ​ຕັ້ງ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສະໜັບສະໜູນ​ຂອງ​ປັກ​ກິ່ງ​ຕໍ່​ລັດຖະບານ​ທີ່​ຖືກຄວບຄຸມ​ໂດຍ​ກຸ່ມກະບົດປະກອບ​ອາວຸດ ​ແລະ​ກໍາລັງສືບຕໍ່ ສູນເສຍພື້ນທີ່.

ໜັງສືພິມ Global New Light ຂອງ ມຽນມາ ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ ຫວັງ ຢີ ​ໄດ້ທໍາການ​ພົບ​ປະ​ກັບ​ຜູ້ນຳ​ລັດຖະບານ ທະຫານ ທ່ານ ມິນ ອອງ ແລງ ລະຫວ່າງ​ການ​ຢ້ຽມຢາມ​ນະຄອນຫຼວງ ເນປີດໍ ໃນວັນພຸດວານນີ້, ເຊິ່ງພວກ​ເຂົາໄດ້​ສົນທະນາຫາລື​ກັນ​ເພື່ອ​ຈັດ​ຕັ້ງ “ການ​ເລືອກ​ຕັ້ງ​ແບບ​ລວມໝົດທຸກຢ່າງ.”

ໜັງສືພິມລັດຖະບານກ່າວວ່າ “ການ​ຊ່ວຍ​ເຫຼືອທີ່ຈໍາເປັນ​ດ້ານ​ເທັກ​ໂນ​ໂລຈີ ຈະສະ​ໜອງ​ໃຫ້​ມຽນມາ​ເພື່ອດໍາ​ເນີນ​ຂະ​ບວນ​ການ​ສໍາ​ຫຼວດ​ສໍາ​ມະ​ໂນ​ຄົວ​,​” ນອກນັ້ນ, ການຊ່ວຍເຫຼືອທີ່ສໍາຄັນດັ່ງກ່າວນີ້ ຈະຖືກມອບໃຫ້ສໍາລັບການເລືອກຕັ້ງ.”

ໃນເດືອນແລ້ວນີ້ ນາຍ​ພົນ​ຂອງ​ມຽນມາ​ໄດ້​ຂະຫຍາຍ​ກົດ​ລະບຽບ​ພາວະ​ສຸກ​ເສີນເປັນ​ເວລາ 6 ​ເດືອນອີກຄັ້ງ​ ​ເພື່ອ​ໃຫ້​ມີເວລາ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ສຳ​ມະ​ໂນ​ຄົວ​ສຳລັບ​ຜູ້​ມີ​ສິດ​ເລືອກ​ຕັ້ງເພີ້ມຂຶ້ນ. ໃນກ່ອນ​ໜ້າ​ນີ້ ທ່ານ ມິນ ອອງ ແລງ ກ່າວ​ວ່າ ການ​ເລືອກ​ຕັ້ງ​ຈະ​ຈັດ​ຂຶ້ນ​ໃນ​ປີໜ້າ.

ການເລືອກຕັ້ງທີ່ສະເໜີມານັ້ນ ໄດ້ຖືກຫົວເຍາະເຍີ້ຍຢ່າງກວ້າງຂວາງວ່າ ເປັນການຫຼອກລວງ, ແລະຜົນທີ່ອອກມານັ້ນເບິ່ງຄືວ່າ ບໍ່ຖືກຮັບຮູ້ຈາກບັນດາ ປະເທດຕາເວັນຕົກສ່ວນຫຼາຍ, ໂດຍມີຫຼາຍພັກຖືກຍຸບຍ້ອນບໍ່ໄດ້ລົງທະບຽນ ເຂົ້າຮ່ວມ, ລວມທັງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ, ເຊິ່ງເປັນ ພັກທີ່ລັດຖະບານທະຫານໄດ້ທໍາການໂຄ່ນລົ້ມອໍານາດລົງ.

ຫຼາຍໆ​ຝ່າຍ​ທີ່​ໄດ້​ລົງ​ນາມ​ເຫັນ​ວ່າ ​ເປັນໂ​ຕ​ແທນ​ຂອງ​ລັດຖະບານທະຫານ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ເປີດ​ເຜີຍ​ຕໍ່ວາລະ​ຂອງ​ຕົນ, ​ແລະກໍໄດ້​ກ່າວ​ປະນາມຕໍ່​ການ​ກໍ່ກະບົດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ບໍ່​ໄດ້​ກ່າວ​ເຖິງ​ຄວາມ​ຫວັງ​ຂອງ​ການ​ຊ່ວຍ​ເຫຼືອ​ໃນ​ຖະ​ແຫຼງ​ການຂອງຕົນ ​ກ່ຽວ​ກັບ​ການ​ພົບ​ປະ​ຂອງ ​ທ່ານ ຫວັງ “ຢີ, ແຕ່​ກ່າວ​ວ່າ “ນະ​ໂຍ​ບາຍ​ມິດ​ຕະ​ພາບ​ຂອງ ​ຈີນ ​ກັບ ​ມຽນ​ມາ​ ແມ່ນ​ແນເປົ້າໝາຍໃສ່​ປະ​ຊາ​ຊົນ ​ມຽນ​ມາ​ທັງ​ໝົດ.”

ອ່ານຂ່າວນີ້ເປັນພາສາອັງກິດ