ລັດຖະມົນຕີການຕ່າງປະເທດຈີນ ຢ້ຽມຢາມກໍາປູເຈຍ ເຊິ່ງເປັນພັນທະມິດໃກ້ຊິດທີ່ສຸດຂອງປັກກິ່ງ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້

ໃນຮູບທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ ກໍາປູຈີ (Kampuchea Press) ຫຼື AKP, ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ, ຂວາ, ທັກທາຍລັດຖະມົນຕີການຕ່າງປະເທດກໍາປູເຈຍ, ທ່ານໂຊກ ເຊັນດາ ໂຊພີ (SOK Chenda Sophea), ຊ້າຍດ້ານໜ້າ, ໃນນະຄອນຫຼວງພະນົມເປັນ, ວັນທີ 21 ເມສາ 2024.

ລັດ​ຖະ​ມົນ​ຕີກະຊວງ​ການ​ຕ່າງ​ປະ​ເທດຂອງ​ຈີນ ທ່ານຫວັງ ຢີ້ ເດີນ​ທາງ​ໄປ​ຮອດ​ກຳ​ປູ​ເຈຍ​ໃນ​ວັນ​ອາ​ທິດວານນີ້ ​ສໍາລັບການ​ຢ້ຽມ​ຢາມຢ່າງເປັນທາງການ​ເປັນ​ເວ​ລາ 3 ວັນ ເພື່ອ​ຢືນ​ຢັນ​ການຮັດແໜ້ນສາຍ​ພົວ​ພັນ​ກັບພັນທະມິດທີ່ໃກ້ຊິດທີ່ສຸດ ຂອງປັກກິ່ງ ​ໃນ​ຂົງເຂດເອເຊຍຕາ​ເວັນ​ອອກ​ສຽງ​ໃຕ້ແຫ່ງນີ້. ການ​ຢ້ຽມ​ຢາມ​ຂອງ ​ທ່ານ ຫວັງ ​ແມ່ນ​ຈຸດສຸດທ້າຍ​ໃນ​ການ​ເດີນທາງຢ້ຽມຢາມ ​ສາມ​ປະ​ເທດ ຢູ່​ໃນ​ພາກ​ພື້ນ ເຊິ່ງໄດ້ນຳພາທ່ານໄປຍັງ ​ອິນ​ໂດ​ເນ​ເຊຍ ແລະ ປາ​ປົວ​ນິວ​ກີ​ເນຍ ອີກດ້ວຍ, ອີງຕາມລາຍງານຂອງອົງການຂ່າວ AP.

ທ່ານກໍາລັງດໍາເນີນການ​ຢ້ຽມຢາມ​ທ່າມກາງ​ຄວາມ​ກັງວົນ​ຂອງ​ຕ່າງປະ​ເທດ ​ກ່ຽວ​ກັບ​ສອງ​ໂຄງການ​ຂະໜາດໃຫຍ່​ທີ່ໄດ້ຮັບທຶນສະໜັບສະໜູນຈາກຈີນ ຢູ່ໃນ​ກຳປູ​ເຈຍ, ເຊິ່ງລວມມີແຜນການໃນການສ້າງ​ຄອງ​ນ້ຳ​ ​ແລະ​ຖານ​ທັບ​ເຮືອ ​ທີ່ບັນດາ​ນັກ​ວິຈານ​ພາກັນກ່າວ​ຫາວ່າ ​ສາມາດ​ຊ່ວຍສ້າງຜົນ​ປະ​ໂຫຍ​ດດ້ານ​ຍຸດ​ທະ​ສາດການທະຫານ​ຂອງ​ປັກ​ກິ່ງ​ຢູ່ໃນຂົງເຂດ​ເອເຊຍຕາ​ເວັນ​ອອກສຽງ​ໃຕ້ ໄດ້.

ໃນຮູບທີ່ໄດ້ຮັບການເຜີຍແຜ່ໂດຍເຟສບຸກເພຈ໌ທາງການ ຂອງຖານທັບເຮືອ ຣີມ (Ream), ກໍປັ່ນຂອງກອງທັບເຮືອກໍາປູເຈຍ ທະການເຮືອກໍາປູເຈຍ ຢືນລາດຕະເວນຢູ່ທີ່ຖານທັບເຮືອຣີມ ໃນສີຫານຸກວີລ, ພາກຕາເວັນຕົກສຽງໃຕ້ຂອງພະນົມເປັນ, ວັນທີ 3 ທັນວາ 2023.

ຈີນ ​ແມ່ນ​ພັນທະ​ມິດ​ ແລະເປັນຜູ້ອຸປະກາລະທີ່ສໍາຄັນທີ່ສຸດຂອງ​ກຳປູ​ເຈຍ ​ໂດຍມີ​ອິດ​ທິພົນທີ່ເຂັ້ມແຂງຕໍ່​ເສດຖະກິດຂອງປະເທດດັ່ງກ່າວ ເຊິ່ງໄດ້ສະແດງໃຫ້ເຫັນຫຼາຍໆໂຄງການທີ່ໄດ້ຮັບທຶນຈາກຈີນ ໂດຍສະເພາະແມ່ນດ້ານພື້ນຖານໂຄງລ່າງ ອັນລວມມີ ສະໜາມບິນ ແລະຖະໜົນຫົນທາງ, ແຕ່ກໍຍັງລວມມີໂຄງການຕ່າງໆຂອງເອກະຊົນເຊັ່ນ ດ້ານໂຮງແຮມ, ກາສິໂນ ແລະການພັດທະນາອະສັງຫາລິມະຊັບອື່ນໆ. ຫຼາຍ​ກວ່າ 40 ເປີເຊັນຂອງໜີ້​ສິນ​ຕ່າງປະ​ເທດຈໍານວນ 10 ຕື້​ໂດ​ລາ​ຂອງ ​ກຳປູ​ເຈຍ ​ແມ່ນ​ເປັນ​ໜີ້ ​ຈີນ.

ທ່ານ ຫວັງ ມີ​ກຳ​ນົດ​ຈະ​ມີ​ການ​ພົບ​ປະ​ແຍກກັນ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານຮຸນ ມາເນດ ແລະ​ພໍ່​ຂອງ​ທ່ານ, ທ່ານຮຸນ ເຊັນ, ເຊິ່ງປັດ​ຈຸ​ບັນ ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ພາ​ສູງ ລຸນຫຼັງດຳ​ລົງ​ຕຳ​ແໜ່ງ​ເປັນຫົວໜ້າລັດຖະບານຂອງ​ກຳ​ປູ​ເຈຍ​ມາ​ເປັນ​ເວ​ລາ 38 ປີ ຈົນ​ມາຮອດຍາມທີ່​ທ່ານ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ປີ​ແລ້ວ​ນີ້ ເພື່ອ​ໃຫ້ລູກຊາຍຂອງທ່ານ ສືບທອດຕໍາແໜ່ງຕໍ່ຈາກທ່ານ. ທ່ານ ຫວັງ ​ຍັງ​ໄດ້ເຂົ້າເຝົ້າກະສັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ອີກດ້ວຍ.

ທ່ານ ຮຸນ ມາເນດ ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສັນຍານໃດໆ​ກ່ຽວກັບການແປປ່ຽນນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ສະໜັບສະໜູນ​ປັກ​ກິ່ງ​ຈາກບິດາ. ໃນເດືອນ​ສິງ​ຫາ​ປີ 2023, ທ່ານ ຫວັງ ໄດ້ເດີນທາງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ພຽງບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ ​ທ່ານ ຮຸນ ເຊັນ ປະ​ກາດວ່າທ່ານຈະລາ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເພື່ອສະໜັບສະໜູນລູກ​ຊາຍ​ກົກ​ຂອງ​ທ່ານ​.

ອ່ານຂ່າວນີ້ເປັນພາສາອັງກິດ