ທ່າມກາງສະພາບເສດຖະກິດຝືດເຄືອງ ແລະ ຄວາມສາມາດຂະຫຍາຍການລັກລອບຄ້າຢາເສບຕິດຂ້າມຊາດ ເຮັດໃຫ້ການຂົນສົ່ງຢາເສບຕິດຜ່ານລາວ ຍັງສືບຕໍ່ເພີ້ມຂຶ້ນນັບມື້

ກອງບັນຊາການ ປ.ກ.ສ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ທ່າມກາງສະພາບເສດຖະກິດຝືດເຄືອງ ແລະ ຄວາມສາມາດຂະ ຫຍາຍເຄືອຂ່າຍ ຂອງການລັກລອບຄ້າຢາເສບຕິດຂ້າມຊາດແບບມີການຈັດ ຕັ້ງແໜ້ນໜາຂຶ້ນ ເຮັດໃຫ້ການຄ້າ ແລະເສບຢາເສບຕິດຢູ່ ແລະຂົນສົ່ງຜ່ານລາວ ຍັງສືບຕໍ່ເພີ້ມຂຶ້ນນັບມື້ ເຖິງແມ່ນຈະມີການຈັບກຸມພວກຄ້າຢາເສບຕິດ ແລະຍຶດຊັບສິນຂອງ ພວກເຂົາຢູ່ເລື້ອຍໆກໍຕາມ. ທີບ​ສຸ​ດາມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານກ່ຽວກັບ ລາວຍັງເປັນປະເທດສໍາລັບພວກຄ້າຢາເສບຕິດ ນໍາໃຊ້ເປັນເສັ້ນທາງຂົນສົ່ງ ແລະລໍາລຽງຢາເສບຕິດ

ເຖິງແມ່ນພວກເຮົາຈະໄດ້ຍິນຂ່າວຢູ່ເລື້ອຍໆວ່າ ມີການຈັບຜູ້ຄ້າຢາເສບຕິດແລະ ຢຶດຂອງກາງໄປທໍາລາຍຖິ້ມ ກໍຕາມ ແຕ່ການເສບ ແລະຄ້າຢາເສບຕິດຍັງເພີ້ມຂຶ້ນ ແລະມີຫລາຍຮູບແບບ ຊຶ່ງເປັນປາກົດການຫຍໍ້ທໍ້ ໃນສັງຄົມລາວຮ້າຍແຮງຂຶ້ນນັບມື້ ທັງນີ້ກໍເພາະວ່າການຄ້າຢາທີ່ຜິດກົດໝາຍທີ່ວ່ານີ້ມີເຄືອຂ່າຍອັນກວ້າງ ຂວາງ ແລະເປັນລະບົບທີ່ຝັງເລິກຢູ່ໃນລາວ ດັ່ງທີ່ພະນັກງານຄູອາວຸໂສໃນໂຮງ ຮຽນມັດທະຍົມປາຍແຫ່ງນຶ່ງເວົ້າວ່າ:

“ໂອ້ຍຍາກແຫລະ ມີແຕ່ວ່າພວກເຈົ້າໜ້າທີ່ທີ່ກ່ຽວຂ້ອງເຂົາປໍ້າຕົ້ນໄມ້ຕັດແຕ່ຫັກຫງ່າມັນລະປົ່ງຄືນໃໝ່ທໍາມະດາເຂົາຕ້ອງຂຸດຮາກ ເຂົາບໍ່ຂຸດມັນກະປົ່ງມາຄືເກົ່າ ພໍ່ຄ້າລາຍໃຫ່ຍບໍ່ເຫັນຈັບຈັກເທື່ອ ໃຫ້ຜູ້ນ້ອຍແກ້ມັນ ມັນແກ້ບໍ່ໄດ້ ມັນຕ້ອງແມ່ນຜູ້ໃຫຍ່ພຸ້ນ ຜູ້ນ້ອຍຢູ່ພື້ນຖານມີແຕ່ປ້ອນຂໍ້ມູນ ການແກ້ໄຂບັນຫາມີແຕ່ໃຫ້ ຜູ້ນ້ອຍມັນແກ້ບໍ່ໄດ້ ມັນເປັນວຽກຂອງລະດັບປະເທດ ມີຫລາຍເລື້ອງທີ່ມັນເປັນກະທົບມາໃສ່”.

ນອກຈາກນັ້ນ ມັນຍັງເປັນການກໍ່ອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງອັນແໜ້ນ ໜາອີກດ້ວຍ. ຕົວຢ່າງເຊັ່ນເມື່ອມໍ່ໆມານີ້ ເຈົ້າໜ້າທີ່ຕໍາຫລວດແຂວງໄຊຍະບູລີ ຈັບຊາວລາວ 6 ຄົນ ຢູ່ເມືອງຫົງສາ ໃນຂໍ້ຫາລັກລອບຂົນສົ່ງຢາບ້າ 12 ລ້ານເມັດ ແລະຍຶດປືນ​ສັ້ນ ​ແລະ​ລູກ​ປືນ 15 ລູກ ຈາກຜູ້​ຕ້ອງ​ສົງ​ໄສ. ຜູ້ຕ້ອງສົງໄສໃຫ້ການຢືນຢັນໃນຂັ້ນຕົ້ນວ່າ ໄດ້ຮັບເງິນຈາກຄົນໄທ ເພື່ອຂົນສົ່ງຢາບ້າ ທີ່ຊຸກ ເຊື່ອງໄວ້ໃນລົດບັນທຸກທີ່ແກ່ສິນຄ້າໄປນະຄອນຫຼວງວຽງຈັນ.

Your browser doesn’t support HTML5

ວີດີໂອ ສະແດງໃຫ້ເຫັນສໍານັກງານຫ້ອງການຕ່າງໆ ທີ່ກ່ຽວຂ້ອງກັບການປາບປາມການຄ້າຢາເສບຕິດຂ້າມຊາດໃນ ສປປ ລາວ

ຫ້ອງການວ່າດ້ວຍຢາເສບຕິດ ແລະອາຊະຍາກໍາຂອງອົງການສະຫະປະຊາຊາດຫລື UNODC ເມື່ອມໍ່ໆມານີ້ກໍລາຍງານວ່າເນື່ອງຈາກການລັກລອບຄ້າຢາເສບ ຕິດແມ່ນດໍາເນີນການ ໂດຍກຸ່ມອາຊະຍາກໍາຂ້າມຊາດ ທີ່ມີການຈັັດຕັ້ງທີ່ສາມາດຮັກສາ​ຍຸດ​ທະ​ສາດ​ຂະຫຍາຍ​ຕະຫຼາດ ​ທີ່​ມີ​ການ​ສະໜອງເປັນແຮງຜັກດັນ ຊຶ່ງໄດ້ຊຸກຍູ້ ​ໃຫ້ປະລິມານເພີ້ມຂຶ້ນ ​ແລະ ຫຼຸດ​ລາຄາ​ຢາລົງ. ລາຍ​ງານ​ນັ້ນກ່າວ​ວ່າ ລາ ຄາ​ຂາຍ​ສົ່ງ​ຢາ​ໄອສ໌ ໃນ​ເອເຊຍ​ຕາ​ເວັນ​ອອກ ​ແລະ​ເອເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຍັງສືບຕໍ່​ຫຼຸດ​ລົງ ໂດຍທີ່ຢູ່ໃນ​ໄທ ​ແລະ​ລາວ​ໄດ້​ຫຼຸດ​ຫລາຍທີ່ສຸດໃນປະຫວັດສາດ ຊຶ່ງກໍຄືລາຄາ​ຂາຍ​ສົ່ງ 1,000 ​ໂດ​ລາຕໍ່​ກິໂລ​ ຢູ່ໃນແຂວງຕ່າງໆ ຕາມຊາຍແດນໄທ.

ສ່ວນທາງການລາວນັ້ນ ກໍຮັບຮູ້ວ່າ ບັນຫາຢາເສບຕິດເປັນວຽກງານທີ່ຫຍຸ້ງຍາກ ແລະໄດ້ຖືວ່າ ເປັນວຽກງານອັນສໍາຄັນຂອງຊາດ ດັ່ງທີ່ເຈົ້າໜ້າທີ່ກ່ຽວຂ້ອງກັບ ບັນຫານີ້ຢືນຢັນວ່າ:

“ໂອ້ຍຫຍຸ້ງແລ້ວ ສະພາບບ້ານເຮົາ ເລື້ອງຢານີ້ມັນມີຫລາຍຢາ ມີຢາບ້າຢາຫຍັງ ເປັນຄໍລະເຈນມັນເປັນກາເຟອີກໂອ້ມັນແຮງມັກ ໂອ້ຄູ່ມື້ນີ້ມັນຢາກຍາກ ຄືດຽວນີ້ແຫລະ ເພິ່ນເຮັດວາລະແຫ່ງຊາດກ່ຽວກັບຢາເສບຕິດຫັ້ນນະ ບັນຫາສາເສດຕິດເພິ່ນແກ້ມາຕະຫລອດ ວິທີການແລະມາດຕະການນີ້ ກະສຶກສາອົບຮົມໂຄສະນາ ຕ່າງໆຫັ້ນນະ”.

ແຕ່ຢ່າງໃດກໍຕາມການ​ຄ້າ​ຢາບ້າ ແລະ​ຢາ​ເສບ​ຕິດ​ຜິດ​ກົດໝາຍ​ອື່ນໆຂະໜາດ​ໃຫຍ່​ ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກມຸມ​ນ້ອຍໆຂອງເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ເຊັ່ນເຂດ ສາມຫລ່ຽມຄໍານັ້ນ​ບໍ່​ມີຮ່ອງຮອບ​ສັນວ່າ​ຈະ​ຊ້າ​ລົງເລີຍ.

ຫ້ອງການ UNODC ໃນເດືອນມິຖຸນາຜ່ານມາ ກໍລາຍງານວ່າພາກຕາເວັນຕົກສຽງເໜືອຂອງ ສປປ ລາວ ແລະ ແມ່ນໍ້າຂອງຍັງສືບຕໍ່ຖືກກຸ່ມແກັ່ງຄ້າຢາບ້ານຳໃຊ້ຢ່າງແຜ່ຫຼາຍ, ເຊິ່ງສະຖານະການຍັງສືບຕໍ່ມາເຖິງປີນີ້. ມີການຍຶດຢາບ້າໄດ້ຕະຫຼອດປີ, ແລະ ການຂົນສົ່ງຢາບ້າຈຳນວນຫຼາຍຖືກສະກັດກັ້ນຢູ່ແຂວງບໍ່ແກ້ວ ໃນໄລຍະດຳເນີນງານແຕ່ຕົ້ນປີ 2023. ຍ້ອນຄວາມສາມາດໃນການສະກັດກັ້ນໃນ ສປປ ລາວ ຍັງຕໍ່າ ເຈົ້າໜ້າທີ່ສືບລັບໄດ້ສະຫຼຸບວ່າ ການສະໜອງຢາເສບຕິດ ກໍາລັງຂົນຜ່ານປະເທດນີ້ໄດ້ ໂດຍບໍ່ມີການຕ້ານຢັນຫຍັງຫລາຍ.