Welcome to the Voice of America’s News Words.
ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.
Your browser doesn’t support HTML5
ຮຽນຄໍາສັບພາສາອັງກິດ Collusion ແປວ່າ ການການສົມຮູ້ຮ່ວມຄິດ
In 2017, the Department of Justice directed a special counsel to investigate Russian involvement in the 2016 U.S. elections.
ໃນປີ 2017, ກະຊວງຍຸຕິທຳ ໄດ້ທໍາການຊີ້ນຳໃຫ້ທະນາຍຄວາມດໍາເນີນການສືບສວນກ່ຽວກັບການມີສ່ວນພົວພັນຂອງຣັດເຊຍ ໃນການເລືອກຕັ້ງປີ 2016 ຂອງສະຫະລັດ.
COLLUSION: COLLUSION
The investigation includes exploring possible links between Trump’s presidential campaign and the Russian government.
ການສືບສວນດັ່ງກ່າວລວມມີຊອກຫາຄວາມເປັນໄປໄດ້ໃນການເຊື່ອມໂຍງກັນລະຫວ່າງການໂຄສະນາຫາສຽງປະທານາທິບໍດີຂອງ ທ່ານ ທຣໍາ ກັບລັດຖະບານຣັດເຊຍ.
President Trump expressed anger about the investigation.
ປະທານາທິບໍດີ ທຣໍາ ສະແດງຄວາມບໍ່ພໍໃຈຕໍ່ການສືບສວນດັ່ງກ່າວ.
There is absolutely no collusion. I didn’t make a phone call to Russian. I have nothing to do with Russia.
ທ່ານກ່າວວ່າ ບໍ່ມີການສົມຮູ້ຮ່ວມຄິດຢ່າງແນ່ນອນ. ຂ້າພະເຈົ້າບໍ່ໄດ້ໂທຫາ ຣັດເຊຍ. ຂ້າພະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບ ຣັດເຊຍ ເລີຍ.
Collusion is secret cooperation for a dishonest purpose.
ການສົມຮູ້ຮ່ວມຄິດ (collusion) ແມ່ນການຮ່ວມມືລັບ ເພື່ອຈຸດປະສົງທີ່ບໍ່ຊື່ສັດ.
Collusion can lead to criminal activity, even though collusion by itself is not a crime.
Collusion ສາມາດນໍາໄປສູ່ກິດຈະກໍາທາງອາຍາໄດ້, ເຖິງແມ່ນວ່າ ການສົມຮູ້ຮ່ວມຄິດຂອງຕົນ ຈະບໍ່ແມ່ນອາຊະຍາກໍາກໍຕາມ.