Welcome to the Voice of America’s News Words.
ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.
Your browser doesn’t support HTML5
ຮຽນຄໍາສັບພາສາອັງກິດໃນຂ່າວ Watershed ແປວ່າ ແລວນໍ້າ ຫຼື ຮ່ອງຂອງນໍ້າ
The government of Saudi Arabia says it will lift a ban on movie theaters in the country.
ລັດຖະບານຊາອຸດີ ອາຣາເບຍ ກ່າວວ່າ ຕົນຈະຍົກເລີກການຫ້າມໂຮງສາຍ ຮູບເງົາຢູ່ໃນປະເທດ.
WATERSHED: WATERSHED
The Saudi government says the opening of movie theaters will add more than $24 billion to the economy and create jobs.
ລັດຖະບານຂອງ ຊາອຸດີ ອາຣາເບຍ ກ່າວວ່າ ການເປີດໂຮງໜັງຕ່າງໆ ຈະເພີ້ມລາຍຮັບຫຼາຍກວ່າ 24 ຕື້ໂດລາຕໍ່ລະບົບເສດຖະກິດ ແລະສ້າງວຽກເຮັດງານທໍາອີກຫຼວງຫຼາຍ.
The minister of culture and information said the decision marked a watershed moment.
ລັດຖະມົນຕີວັດທະນະທໍາ ແລະ ຖະແຫຼງຂ່າວກ່າວວ່າ ການຕັດສິນໃຈດັ່ງກ່າວ ໄດ້ເປັນຂີດໝາຍຊ່ວງເວລາຂອງການປ່ຽນແປງ.
A watershed moment is an event that marks a historic change
A watershed moment ແມ່ນຊ່ວງເວລາຂອງການຫັນປ່ຽນທີ່ສໍາຄັນ ທາງປະຫວັດສາດ.
It comes from an image in nature.
ຄໍາສັບດັ່ງກ່າວມາຈາກພາບໃນທໍາມະຊາດ.
On one side of a watershed, rivers flow in one direction.
ໃນຂ້າງນຶ່ງຂອງແລວນໍ້າ, ແມ່ນໍ້າໄຫຼໄປໃນທິດທາງອັນດຽວກັນ.
On the other side, they flow in a different direction.
ໃນອີກເບື້ອງນຶ່ງ, ນໍ້າໄຫຼໄປໃນທິດທາງກົງກັນຂ້າມກັນ.