ອົງການ FBI ກ່າວໃນວັນອາທິດມື້ນີ້ວ່າ ຕົນໄດ້ລະບຸໂຕຜູ້ຕ້ອງສົງໄສຄົນນຶ່ງ ແຕ່ຍັງບໍ່ທັນໄດ້ກໍານົດເຖິງແຮງຈູງໃຈໃນການພະຍາຍາມລອບສັງຫານອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນເສົາວານນີ້, ເຊິ່ງເປັນການກະທຳທີ່ມີຄວາມຮຸນແຮງທີ່ສຸດກ່ຽວກັບການເມືອງຂອງສະຫະລັດໃນຮອບຫຼາຍທົດສະວັດ.
Your browser doesn’t support HTML5
ອົງການ FBI ລະບຸໂຕຜູ້ຕ້ອງສົງໄສໃນການລອບສັງຫານ ທ່ານ ທຣໍາ
ໜ່ວຍງານຮັກສາກົດໝາຍກ່າວວ່າ ທ້າວ ໂທມັສ ແມັດທິວ ຄຣຸກ (Thomas Matthew Crooks) ອາຍຸ 20 ປີ, ເປັນປະຊາຊົນຊາວເມືອງ ເບເທລ ພາກ (Bethel Park), ລັດເພັນຊີລເວເນຍ, ແມ່ນ “ຜູ້ທີ່ເປັນຫົວຂໍ້ກ່ຽວພັນ” ໃນເຫດການຍິງອະດີດປະທານາທິບໍດີ, ເຊິ່ງເກີດຂຶ້ນໃນລະຫວ່າງການໂຮມຊຸມນຸມທາງດ້ານການເມືອງຢູ່ບໍລິເວນຊານເມືອງໃກ້ກັບນະຄອນພິດສເບີກ.
ທ້າວ ຄຣຸກ ເຄີຍລົງທະບຽນໃຫ້ພັກຣີພັບບລີກັນ ແຕ່ເມື່ອບໍ່ດົນມານີ້ລາວຍັງໄດ້ບໍລິຈາກເງິນທາງການເມືອງ 15 ໂດລາໃຫ້ແກ່ກຸ່ມເສລີນິຍົມ, ອີງຕາມບັນທຶກຂອງຜູ້ລົງຄະແນນສາທາລະນະ ທີ່ໄດ້ຮັບການອ້າງອີງໂດຍສື່ມວນຊົນຈໍານວນນຶ່ງ.
ມີຜູ້ເຂົ້າຮ່ວມຟັງເສຍຊີວິດຢ່າງໜ້ອຍນຶ່ງຄົນ, ແລະອີກສອງຄົນໄດ້ຮັບບາດເຈັບສາຫັດໃນເຫດການຍິງດັ່ງກ່າວ, ເຊິ່ງໄດ້ເກີດຂຶ້ນຢູ່ສະຖານທີ່ກາງແຈ້ງຂະໜາດໃຫຍ່ທີ່ບໍ່ໄດ້ມີຫຍັງປົກປິດ ໃນເຂດຊົນນະບົດ.
ປະມານຫົກນາທີຫຼັງຈາກ ທ່ານ ທຣໍາ ຂຶ້ນເວທີປາໄສ, ສຽງປືນຫຼາຍນັດກໍດັງຂຶ້ນ, ເຮັດໃຫ້ອະດີດປະທານາທິບໍດີເອົາມືຈັບຫູເບື້ອງຂວາຂອງເພິ່ນໃນທັນທີ ແລະ ຈາກນັ້ນກໍໝູບລົງບັງໂຕະປາໄສ ກ່ອນທີ່ທ່ານຈະຖືກອ້ອມຮອບໂດຍບັນດາເຈົ້າໜ້າທີ່ສືບລັບ.
ຢູ່ໃນໂພສຂອງສື່ສັງຄົມ, ທ່ານ ທຣໍາ ກ່າວວ່າ ທ່ານ “ສະບາຍດີ” ຫຼັງຈາກຖືກຍິງດ້ວຍລູກປືນທີ່ເຈາະເຂົ້າໄປໃນສ່ວນເທິງຂອງຫູເພິ່ນ, ເຊິ່ງ ທ່ານອອກຈາກໂຮງໝໍໃນຕອນແລງຂອງວັນເສົາວານນີ້.
In Photos: Trump whisked from stage at rally following apparent assassination attempt
ໃນຕອນເຊົ້າຂອງວັນອາທິດ, ໃນຂໍ້ຄວາມທີ່ຂຽນລົງໃນສື່ສັງຄົມອີກຄັ້ງນຶ່ງ, ທ່ານ ທຣໍາ ກ່າວວ່າ “ຂອບໃຈທຸກໆຄົນສໍາລັບຄວາມຄິດເຖິງ ແລະການອະທິຖານຂອງພວກທ່ານໃນມື້ວານນີ້, ເນື່ອງຈາກວ່າເປັນພຣະເຈົ້າພຽງຜູ້ດຽວທີ່ປ້ອງກັນບໍ່ໃຫ້ສິ່ງທີ່ບໍ່ຄາດຄິດເກີດຂຶ້ນ. ພວກເຮົາຈະບໍ່ຢ້ານກົວ, ແຕ່ກົງກັນຂ້າມ ພວກເຮົາຈະຍັງຄົງຢູ່ໃນຄວາມເຊື່ອຂອງພວກເຮົາ ແລະຕໍ່ຕ້ານ ເພື່ອປະເຊີນກັບຄວາມຊົ່ວຮ້າຍນັ້ນ.”
ທ່ານ ທຣໍາ ກ່າວວ່າ ທ່ານຫວັງວ່າຈະເວົ້າກັບປະຊາຊົນທົ່ວປະເທດໃນວັນພະຫັດ ຢູ່ທີ່ກອງປະຊຸມແຫ່ງຊາດຂອງພັກຣີພັບບລີກັນຈາກເມືອງມີລວອກກີ້, ລັດວິສຄອນຊິນ, ທີ່ຕັ້ງຢູ່ທາງພາກຕາເວັນຕົກຕອນກາງຂອງສະຫະລັດ, ໃນຖານະທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ລົງສະໝັກເລືອກຕັ້ງປະທານາທິບໍດີຢ່າງເປັນທາງການສໍາລັບຮອບເລືອກຕັ້ງທີສາມຕິດຕໍ່ກັນ.
ອີງຕາມການກ່າວຂອງຜູ້ເຫັນເຫດການ ແລະວິດີໂອທີ່ຖືກເຜີຍແຜ່ທາງອິນເຕີເນັດເຫັນວ່າ ຜູ້ທີ່ທໍາການຍິງນັ້ນ ຖືປືນຍາວ ແລະຄານຂຶ້ນເທິງຫລັງຄາຂອງຕຶກອາຄານທີ່ຢູ່ໃກ້ຄຽງພຽງບໍ່ເທົ່າໃດນາທີ ກ່ອນທີ່ຈະຍິງປືນອອກໄປ. ບັນດາຜູ້ຢືນເບິ່ງການກ່າວຄຳປາໄສຫຼາຍຄົນສາມາດໄດ້ຍິນສຽງຮ້ອງໃນຄວາມພະຍາຍາມເພື່ອໃຫ້ໄດ້ຄວາມສົນໃຈຈາກເຈົ້າໜ້າທີ່ຕໍາຫຼວດ, ຜູ້ທີ່ຫຼັງຈາກນັ້ນ ໄດ້ຍິງປືນໃສ່ ແລະສັງຫານຜູ້ຕ້ອງສົງໄສ.
ເຫດການດັ່ງກ່າວ ສົ່ງຜົນເຮັດໃຫ້ມີຫຼາຍຄຳຖາມກ່ຽວກັບລະດັບການປົກປ້ອງທີ່ອົງການສືບລັບສະໜອງໃຫ້ ທ່ານ ທຣໍາ.
ບັນດາຜູ້ນຳພັກຣີພັບບລີກັນໃນສະພາຕໍ່າກ່າວວ່າ ພວກເຂົາເຈົ້າຈະດໍາເນີນ “ການສືບສວນຢ່າງເຕັມອັດຕາ” ກ່ຽວກັບເຫດການດັ່ງກ່າວ ແລະໄດ້ຂໍໃຫ້ຜູ້ອຳ ນວຍການອົງການສືບລັບ ທ່ານນາງ ຄິມເບີລີ ຊີໂທລ (Kimberly Cheatle) ເຂົ້າຮ່ວມຮັບຟັງຄະດີດັ່ງກ່າວນີ້ນໍາອີກດ້ວຍ.
ຜູ້ລົງສະໝັກປະທານາທິບໍດີຈາກພັກຣີພັບບລິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ ໄ້ດ້ຮັບການອ້ອມຮອບໂດຍໜ່ວຍບໍລິການລັບ ເທິງເວລາໂຮມຊຸມນຸມຫາສຽງ, ວັນທີ 13 ກໍລະກົດ 2024, ໃນເມືອງບັດເລີ, ລັດເພັນຊີລວາເນຍ.
ໃນຈົດໝາຍສະບັບນຶ່ງທີ່ໂພສລົງສື່ສັງຄົມ X ຫຼື Twitter ໃນເມື່ອກ່ອນ ໃນຕອນແລງຂອງວັນເສົາວານນີ້, ຄະນະກຳມາທິການສະພາຕ່ຳທີ່ນຳພາໂດຍພັກຣີພັບບລີກັນກ່າວວ່າ “ຊາວອາເມຣິກັນ ຕ້ອງການຄຳຕອບກ່ຽວກັບຄວາມພະຍາຍາມລອບສັງຫານປະທານາທິບໍດີ ທຣໍາ.”
ທ່ານ ອາເລັກສ໌ ເກຣ (Alex Gray), ອະດີດເຈົ້າ ໜ້າທີ່ໃນສະພາຄວາມໝັ້ນ ຄົງແຫ່ງຊາດຂອງ ທ່ານ ທຣໍາ ກ່າວວ່າ ເຫດການຍິງກັນສະແດງໃຫ້ເຫັນວ່າ ການປົກປ້ອງຂອງໜ່ວຍຕຳຫຼວດລັບສໍາລັບ ທ່ານ ທຣໍາ ແມ່ນ “ອ່ອນຫຼາຍເມື່ອທຽບກັບການຂົ່ມຂູ່ທີ່ທ່ານກໍາລັງປະເຊີນຢູ່.”
ທ່ານ ເກຣ ກ່າວວ່າ “ພວກເຂົາເຈົ້າຕ້ອງຍົກລະດັບລາຍລະອຽດຂອງທ່ານສູ່ລະດັບເຕັມຮູບແບບທີ່ສຸດເທົ່າທີ່ເປັນໄປໄດ້ ທີ່ເໝາະສົມກັບປະທານາທິບໍດີໃນທັນທີ, ແລະບໍ່ແມ່ນແຕ່ອະດີດປະທານາທິບໍດີ, ແຕ່ລວມທັງປະທານາທິບໍດີໃນປັດຈຸບັນດ້ວຍ.”
ການໂຄສະນາຂອງ ທ່ານ ໄບເດັນ ຍັງໄດ້ກ່າວໃນຖະແຫຼງການວ່າ ມັນກໍາລັງ “ໂຈະການສື່ສານນອກສະຖານທີ່ທັງຫມົດ ແລະເຮັດວຽກເພື່ອທໍາການໂຄສະນາທາງໂທລະພາບຂອງພວກເຮົາໃຫ້ໄວເທົ່າທີ່ຈະໄວໄດ້.”
ບັນດານັກວິເຄາະໄດ້ອອກມາເຕືອນກ່ຽວກັບຄວາມພະຍາຍາມໃນການລອບສັງຫານ ອາດປ່ຽນການໂຄສະນາຫາສຽງສໍາລັບປະທານາທິບໍດີ ໃຫ້ກາຍມາປະທະກັນຢ່າງຮຸນແຮງ, ໂດຍເພີ້ມທະວີຄວາມເຄັ່ງຕຶງທາງສໍານວນການເມືອງຮ້ອນແຮງຂຶ້ນ, ແລະເປັນການແບ່ງແຍກທາງສັງຄົມອາເມຣິກາອອກໄປອີກ.
ທ່ານ ຈາຄັອບ ແວ (Jacob Ware), ນັກຄົ້ນຄວ້າຢູ່ສະພາພົວພັນການຕ່າງປະເທດກ່າວວ່າ “ນີ້ແມ່ນມື້ທີ່ມືດມົນແບບບໍ່ປົກກະຕິທີ່ສຸດໃນອາເມຣິກາ, ເປັນມື້ທີ່ມືດມົວທີ່ຜິດປົກກະຕິທີ່ສຸດໃນປະຊາທິປະໄຕຂອງພວກເຮົາ. ອາດເປັນການກະທຳທີ່ຮ້າຍແຮງທີ່ສຸດຂອງການກໍ່ຄວາມຮຸນແຮງທາງການເມືອງທີ່ພວກເຮົາໄດ້ເຫັນມາ ຢ່າງໜ້ອຍນັບຕັ້ງແຕ່ວັນທີ 11 ກັນຍາ.”
ເຈົ້າໜ້າທີ່ຕໍາຫຼວດສໄນປ໌ເປີ້ ຍິງປືນຕອບໂຕ້ ລຸນຫຼັງມີການຍິງປືນ ໃນຂະນະທີ່ຜູ້ລົງສະໜັກປະທານາທິບໍດີຈາກພັກຣີພັບບລີກັນ ອະດີດປະທານາທິບໍດີ ທ່ານ ໍໂນລ ທຣໍາ ກ່າວປາໄສເທິງເວທີຫາສຽງ ໃນເມືອງ ບັດເລີ, ລັດເພັນຊີລວາເນຍ, ວັນທີ 13 ກໍລະກົດ 2024.
ທ່ານກ່າວຕໍ່ VOA ວ່າ “ພວກເຮົາກຳລັງເວົ້າເຖິງໄພຂົ່ມຂູ່ລອບສັງຫານຢ່າງຮ້າຍແຮງຕໍ່ອະດີດຜູ້ນໍາໂລກເສລີ ຜູ້ທີ່ດໍາເນີນການໂຄສະນາຫາສຽງເປັນປະທານາທິບໍດີຢ່າງຫ້າວຫັນ, ມັນເປັນຕາຢ້ານຫຼາຍ ແລະຢ້ານກົວແທ້ໆທີ່ຈະຄິດກ່ຽວກັບວ່າ ແມ່ນຫຍັງຈະເປັນບາດກ້າວຕໍ່ໄປຢູ່ໃນເລື່ອງນີ້.”
ສາດສະດາຈານ ເຄຊີ ເບີກາກທ໌ (Casey Burgat) ຈາກມະຫາວິທະຍາໄລ George Washington ກ່າວວ່າ “ໃນມື້ນີ້ ໂລກໄດ້ປ່ຽນແປງແລ້ວ.”
“ຄວາມພະຍາຍາມລອບສັງຫານອະດີດປະທານາທິບໍດີ ທຣຳ ບໍ່ພຽງແຕ່ຈະສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ການເລືອກຕັ້ງຄັ້ງນີ້ເທົ່ານັ້ນ ແຕ່ຍັງມີຜົນຢ່າງກວ້າງຂວາງຕໍ່ການເມືອງຂອງອາເມຣິການຳອີກດ້ວຍ.”
ທ່ານກ່າວຕື່ມວ່າ “ເຫດການດັ່ງກ່າວ ຈະເຮັດໃຫ້ຄວາມແຕກແຍກຂອງພັກຝ່າຍຄ້ານເລິກລົງຕື່ມອີກ ຂະນະທີ່ຍັງຜັກດັນໃຫ້ມີການສົນທະນາທີ່ແທ້ຈິງກ່ຽວກັບການບັນຍາຍທາງດ້ານການເມືອງ ແລະຄວາມຮຸນແຮງຢູ່ໃນການເມືອງອາເມຣິກາຍຸກໃໝ່.”
ສາດສະດາຈານ ເບີກາດທ໌ ກ່າວວ່າ “ຈະມີການຊີ້ມືໂດຍພັກຝ່າຍຄ້ານກ່ຽວກັບວິທີການ ແລະເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ, ແຕ່ໃນທົ່ວຂອບເຂດຂອງວົງການການເມືອງແລ້ວ, ພວກເຮົາຈະໄດ້ຍິນຢ່າງຖືກຕ້ອງ ກ່ຽວກັບ ການປະຕິເສດຄວາມຮຸນແຮງທາງການເມືອງທັງໝົດ. ຂ້າພະເຈົ້າພຽງແຕ່ສາມາດຫວັງວ່າ ສຸດທ້າຍແລ້ວເຮົາຈະຜ່ານຜ່າຄວາມຫຍຸ້ງຍາກທັງຫຼາຍໄດ້.”