ນົກເພັນກວິນຈັກກະພັດໂຕນຶ່ງ ຖືກພົບເຫັນໃນສະພາບທີ່ຫິວໂຫຍຢູ່ບໍລິເວນແຄມຝັ່ງທະເລທາງພາກໃຕ້ຂອງອອສເຕຣເລຍ ເມື່ອວັນທີ 1 ພະຈິກ ຊຶ່ງເຊື່ອວ່າ ເປັນນົກເພັນກວິນ ໂຕທຳອິດທີ່ສາມາດເດີນທາງມາເຖິງ ອອສເຕຣເລຍ ໄດ້ດ້ວຍໂຕເອງ ອີງຕາມລາຍງານຂອງອົງການຂ່າວເອພີ.
ນົກເພັນກວິນໂຕຜູ້ເຕັມໄວນີ້ ຖືກພົບເຫັນທີ່ຫາດຊາຍທ່ອງທ່ຽວແຫ່ງນຶ່ງຢູ່ເມືອງເດັນມາຣຄ໌ ເຊິ່ງຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງອອສເຕຣເລຍ ຫ່າງຈາກຂົ້ວໂລກໃຕ້ ຫຼື ທະວີບແອນຕາກຣ໌ຕິກາ, ທີ່ເປັນບ່ອນຢູ່ຂອງນົກເພັນກວິນຈັກກະພັດ, ປະມານ 3,500 ກິໂລແມັດ. ໂດຍອ້າງອີງຈາກຄຳຖະແຫລງຂອງພະແນກຄວາມຫຼາກຫຼາຍທາງຊີວະພາບ ແລະການອະນຸລັກຂອງລັດອອສເຕຣເລຍ ຕາເວັນຕົກ.
ລັດຖະບານທ້ອງຖິ່ນຂອງອອສເຕຣເລຍ ລະບຸໃນວັນຈັນວານນີ້ວ່າ ເວລານີ້ ນົກເພັນກວິນນັກເດີນທາງໂຕນີ້ ໄດ້ຮັບການເບິ່ງແຍງເປັນຢ່າງດີໂດຍນັກຊ່ຽວຊານດ້ານສັດປ່າ.
ເພັນກວິນຈັກກະພັດ ທີ່ຫລົງທາງມາຕົກຢູ່ຫາດຊາຍເມືອງເດນມາກຄ໌ ຂອງອອສເຕຣເລຍ
ທ່ານນາງ ເບລິນດາ ແຄນເນລ ນັກວິໄຈຈາກມະຫາວິທະຍາໄລອອສເຕຣເລຍຕາເວັນຕົກ (University of Western Australia) ກ່າວວ່າ ບໍ່ເຄີຍມີການພົບເຫັນນົກເພັນກວິນຈັກກະພັດ ເຊິ່ງເປັນສາຍພັນນົກເພັນກວິນຂະໜາດໃຫຍ່ທີ່ສຸດ ມາກ່ອນໃນອອສເຕຣເລຍ ເຖິງແມ່ນຈະມີບາງໂຕທີ່ສາມາດເດີນທາງໄປ ປະເທດ ນິວຊີແລນ ທີ່ຢູ່ຕ່ຳກວ່າອອສເຕຣເລຍກໍຕາມ.
ນັກວິໄຈທ່ານນີ້ຊີ້ໃຫ້ເຫັນວ່າ ລາວບໍ່ຮູ້ວ່າ ນົກເພັນກວິນໂຕນີ້ ມາເຖິງຫາດຊາຍໃກ້ເມືອງເດນມາຣຄ໌ ນີ້ ໄດ້ແນວໃດ.
ທ່ານນາງ ແຄນເນລ ກ່າວອີກວ່າ ນົກເພັນກວິນທີ່ມາໃໝ່ໄດ້ຮັບຊື່ວ່າ ກັສ ມີຄວາມສູງປະມານ 1 ແມັດ ມີນ້ຳໜັກ 23 ກິໂລກຣາມ ໂດຍຜູ້ເບິ່ງແຍງນົກເພັນກວິນ ໃຊ້ວິທີສີດສະເປນ້ຳເຢັນໃສ່ໂຕມັນຕະຫຼອດເວລາ ເພື່ອໃຫ້ມັນສາມາດປັບໂຕກັບສະພາບແວດລ້ອມໃໝ່ໄດ້ດີຂຶ້ນ.
ແລະເມື່ອຖືກຖາມວ່າ ນົກເພັນກວິນຊື່ ກັສ ໂຕນີ້ ຈະຖືກສົ່ງກັບໄປຍັງຖິ່ນຖານທີ່ມັນຈາກມາຫຼືບໍ່, ນັກວິໄຈ ອອສຊີທ່ານນີ້ ຕອບວ່າ “ທາງເລືອກນັ້ນ ກຳລັງຢູ່ໃນການພິຈາລະນາຢູ່ເຊັ່ນກັນ.”