ບັນດາຜູ້ນຳຂອງຍີ່ປຸ່ນ ແລະສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊຽນ ສະເຫຼີມສະຫຼອງວັນຄົບຮອບ 50 ປີໃນການສ້າງຕັ້ງສາຍພົວພັນໄມຕີຈິດມິດຕະພາບ ດ້ວຍການຮັບຮອງເອົາວິໄສທັດຮ່ວມ ໃນກອງປະຊຸມສຸດຍອດພິເສດ ທີ່ໄດ້ເນັ້ນຢ້ຳເຖິງຄວາມໝັ້ນຄົງ ແລະການຮ່ວມມືທາງດ້ານເສດຖະກິດ ທ່າມກາງຄວາມເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນກັບຈີນ ກ່ຽວກັບທະເລ ຢູ່ໃນຂົງເຂດດັ່ງກ່າວ ອີງຕາມລາຍງານອົງການຂ່າວເອພີ.
ປະທານາທິບໍດີເຟີດີນານ ມາໂກສ ຈູເນຍ ແຫ່ງຟີລິບປິນ, ຊ້າຍ, ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊິດະ, ຂວາ, ໃນລະຫວ່າງກອງປະຊຸມສອງຝ່າຍ ທີ່ທຳນຽບນາຍົກລັດຖະມົນຕີ ຢູ່ນະຄອນຫຼວງໂຕກຽວ ເມື່ອວັນທີ 17 ທັນວາ 2023.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊິດະ ຍັງໄດ້ຈັດການພົບປະເຈລະຈາສອງຝ່າຍຂຶ້ນ ກັບບັນດາຜູ້ນຳຂອງອາຊຽນໃນມື້ວັນເສົາຜ່ານມາ ແລະໄດ້ລົງນາມໃນຂໍ້ຕົກລົງການໃຫ້ຄວາມຊ່ວຍເຫຼືອທາງດ້ານທະຫານກັບມາເລເຊຍແລະອິນໂດເນເຊຍ ເພື່ອເສີມຂະຫຍາຍຄວາມສາມາດດ້ານຄວາມໝັ້ນຄົງທາງທະເລ.
ຍີ່ປຸ່ນ ໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການເສີມຂະຫຍາຍການຮ່ວມມື ໃນດ້ານຄວາມໝັ້ນຄົງ ແລະດ້ານປ້ອງກັນປະເທດ ໃນຂະນະທີ່ສົ່ງເສີມການໃຫ້ຄວາມສະໜັບສະໜຸນຕໍ່ການດຳເນີນງານຂອງອາຊຽນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການລົງທຶນ ຮວມທັງອຸດສາຫະກຳລົດຍົນຂອງຂົງເຂດ ທ່ານກິຊິດະ ກ່າວ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ