ຍີ່ປຸ່ນ ຈະເຮັດວຽກຮ່ວມກັບ ສະຫະລັດ ເພື່ອສັນຕິພາບຂອງໄຕ້ຫວັນ ໂຄສົກຂັ້ນສູງກ່າວ

ພວກທະຫານເຂົ້າຮ່ວມໃນການຊ້ອມລົບປະຈຳປີ ດ້ານການທະຫານ ທີ່ເອີ້ນວ່າ Han Kuang ໃນມື້ທຳອິດ ຢູ່ທີ່ເມືອງທ່າປະມົງ Taoyuan.

ຍີ່ປຸ່ນ ຈະສືບຕໍ່ເຮັດວຽກຮ່ວມກັບສະຫະລັດ ເພື່ອສັນຕິພາບຢູ່ຊ່ອງແຄບໄຕ້ຫວັນ ບໍ່ວ່າຜູ້ໃດຈະຢູ່ໃນທຳນຽບຂາວ ຫຼັງຈາກການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກ ກໍຕາມ, ໂຄສົກຂັ້ນສູງຂອງລັດຖະບານຍີ່ປຸ່ນ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌ ໃນການໃຫ້ສຳພາດແບບພິເສດ.

ຄວາມເຫັນດັ່ງກ່າວ ມີຂຶ້ນຫຼັງຈາກຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີຈາກພັກຣີພັບບລີກັນ ທ່ານດໍໂນລ ທຣຳ ໄດ້ກ່າວວ່າ ໄຕ້ຫວັນ ຄວນຈ່າຍເງິນໃຫ້ສະຫະລັດ ສຳລັບການປ້ອງກັນຂອງຕົນ, ທີ່ສ້າງຄວາມກັງວົນກ່ຽວກັບ ການສະໜັບສະໜູນຂອງຊາວອາເມຣິກັນ ຕໍ່ປະເທດເກາະດັ່ງກ່າວນັ້ນ ຖ້າຫາກວ່າ ອະດີດປະທານາທິບໍດີ ຖືກເລືອກອີກຄັ້ງນຶ່ງ.

“ສັນຕິພາບ ແລະຄວາມໝັ້ນຄົງ ຢູ່ໃນຊ່ອງແຄບໄຕ້ຫວັນ ແມ່ນສຳຄັນຢ່າງຍິ່ງ ບໍ່ພຽງແຕ່ສຳລັບຄວາມປອດໄພຂອງຕົນເທົ່ານັ້ນ ແຕ່ສຳລັບປະຊາຄົມນານາຊາດທັງມວນ” ຫົວໜ້າເສນາທິການຂອງຍີ່ປຸ່ນ ທ່ານໂຢຊີມາຊະ ຮາຢາຊິ ໄດ້ກ່າວໃນການຕອບຕໍ່ຄຳຖາມ ກ່ຽວກັບວ່າ ຖ້າທ່ານທຣຳ ດຳລົງຕຳແໜ່ງປະທານາທິບໍດີ ຈະມີຜົນກະທົບຕໍ່ຄວາມໝັ້ນໝາຍຂອງສະຫະລັດ ຢູ່ໃນເຂດອິນໂດ-ປາຊີຟິກ ຫຼືບໍ່.

ທ່ານກ່າວຕື່ມວ່າ ເນື່ອງຈາກວ່າ ທັງ ສະຫະລັດ ແລະຍີ່ປຸ່ນ ເຊື່ອໃນຄວາມສຳຄັນຂອງການແກ້ໄຂບັນຫາທັງຫຼາຍທົ່ວຊ່ອງແຄບຢ່າງສັນຕິ, “ພວກເຮົາຈະສືບຕໍ່ພະຍາຍາມທາງດ້ານການທູດເຫຼົ່ານີ້. ສິ່ງສຳຄັນກໍຄື ຕ້ອງເນັ້ນຢ້ຳເຖິງຈຸດຢືນທີ່ພວກເຮົາມີຮ່ວມກັນ ໃນຖານະພັນທະມິດ.”

ສະຫະລັດ ບໍ່ມີຂໍ້ຕົກລົງດ້ານການປ້ອງກັນຢ່າງເປັນທາງການກັບໄຕ້ຫວັນ ແຕ່ຜູກໝັດໂດຍກົດໝາຍເພື່ອສະໜອງວິທີທາງໃນການປ້ອງກັນຕົນເອງແກ່ເກາະແຫ່ງນີ້.

ຂໍ້ຕົກລົງໃນປັດຈຸບັນນີ້ ປາກົດວ່າ ເປັນແຫລ່ງຂອງຄວາມບໍ່ພໍໃຈສຳລັບທ່ານ ທຣຳ ຜູ້ທີ່ໄດ້ກ່າວວ່າ “ໄຕ້ຫວັນ ບໍ່ໃຫ້ຫຍັງແກ່ພວກເຮົາເລີຍ.”

ສ່ວນຄູ່ຮ່ວມລົງແຂ່ງຂັນຂອງທ່ານ ຄື ທ່ານ ເຈ. ດີ, ແວນສ໌ ຍັງໄດ້ໃຫ້ຂໍ້ສັງເກດເມື່ອອາທິດແລ້ວນີ້ ກ່ຽວກັບສິ່ງທີ່ອາດເປັນນະໂຍບາຍຂອງປະທານາທິບໍດີ ຈາກພັກຣີພັບບລີກັນ ຢູ່ໃນເຂດອິນໂດ-ປາຊີຟິກ ທີ່ອາດເບິ່ງຄືກັບວ່າ ການເອີ້ນຈີນ ເປັນ “ໄພຂົ່ມຂູ່ໃຫຍ່ທີ່ສຸດ” ທີ່ສະຫະລັດກຳລັງປະເຊີນຢູ່. ທ່ານທຣຳ ໄດ້ກະຕຸ້ນໃຫ້ມີຄວາມກັງວົນໃນຕົ້ນປີນີ້ ທີ່ວ່າ ຈະມີສົງຄາມການຄ້າອີກຄັ້ງນຶ່ງ ລະຫວ່າງ ຈີນ ແລະ ສະຫະລັດ ຫຼັງຈາກທີ່ໄດ້ກ່າວຂົ່ມຂູ່ວ່າ ຈະວາງພາສີນຳເຂົ້າຕໍ່ສິນຄ້າທັງຫຼາຍຂອງຈີນ 60 ເປີເຊັນ.

Japan will continue to work with the United States for peace on the Taiwan Strait regardless of who is in the White House after the November presidential election, Japan's top government spokesperson told Reuters in an exclusive interview.

The comments come after Republican presidential candidate Donald Trump said Taiwan should pay the U.S. for its defence, raising concerns over American support for the island nation should the former president be reelected.

"Peace and stability (in the Taiwan Strait) is hugely important not just for our own security but for the entire international community," Japanese Chief Cabinet Secretary Yoshimasa Hayashi said in response to a question on whether a Trump presidency would have an impact on the U.S. commitment in the Indo-Pacific.

Given the U.S. and Japan both believe in the importance of resolving cross-strait issues peacefully, "we will continue these diplomatic efforts. It is important to reinforce the common ground we have as allies," he added.

The U.S. does not have a formal defence agreement with Taiwan, but is bound by law to provide the island with the means to protect itself.

That current arrangement appears to be a source of dissatisfaction for Trump, who has said "Taiwan doesn't give us anything."

His running mate J.D. Vance also dropped hints last week on what a potential Republican presidency's policy in the Indo-Pacific may look like, calling China the "biggest threat" facing the United States. Trump sparked concerns earlier this year that there could be another trade war between China and the U.S. after threatening to impose a 60% tariff on Chinese imports.