ນ້ອງສາວທີ່ມີອິດທິພົນຂອງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ປະຕິຍານອີກເທື່ອນຶ່ງ ທີ່ຈະຊຸກຍູ້ໃຫ້ມີການສົ່ງດາວທຽມສອດແນມ ເປັນຄັ້ງທີສອງ ອີງຕາມລາຍງານຂອງອົງການຂ່າວເອພີ.
ຖະແຫຼງການຂອງທ່ານນາງກິມ ໂຢ ຈອງ ໃນວັນອາທິດວານນີ້ ແມ່ນຮວມທັງການຕ້ອງຕິຕໍ່ການເປີດກອງປະຊຸມສະພາຄວາມໝັ້ນຄົງ ເມື່ອໄວໆມານີ້ ກ່ຽວກັບການສົ່ງດາວທຽມຄັ້ງທີນຶ່ງ ຂອງເກົາຫຼີເໜືອ ທີ່ໄດ້ປະສົບກັບຄວາມລົ້ມແຫຼວເມື່ອອາທິດແລ້ວນີ້.
ແຟ້ມ - ທ່ານນາງກິມ ໂຢ ຈອງ ທີ່ຮາໂນ່ຍ ຫວຽດນາມ ເມື່ອວັນທີ 2 ມີນາ 2019, ນ້ອງສາວຂອງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອຶນ ທີ່ປະກາດເມື່ອວັນທີ 4 ມິຖຸນາ 2023 ຈະຊຸກຍູ້ການສົ່ງດາວທຽມສອດແນມຄັ້ງທີສອງ.
ການສົ່ງດາວທຽມຂອງເກົາຫຼີເໜືອ ໄດ້ລະເມີດຕໍ່ມະຕິຕ່າງໆ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ໄດ້ຫ້າມບໍ່ໃຫ້ເກົາຫຼີເໜືອ ທຳການສົ່ງໃດໆທີ່ນຳໃຊ້ເທັກໂນໂລຈີ ລູກສອນໄຟຂີປະນາວຸດ.
ນາງກິມ ໂຢ ຈອງ ໄດ້ກ່າວຫາສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ “ຈຳແນກກີດກັນແລະບໍ່ມີຄວາມຮູ້” ຍ້ອນວ່າສະພາຄວາມໝັ້ນຄົງເອົາເລື້ອງແຕ່ການສົ່ງດາວທຽມຂອງເກົາຫຼີເໜືອ ໃນຂະນະທີ່ປະເທດອື່ນໆໄດ້ສົ່ງດາວທຽມຫຼາຍພັນໜ່ວຍ ທີ່ປະຕິບັດງານແລ້ວ ຢູ່ໃນອະວະກາດ.