ການນໍາພາຂອງປາປົວນີວກິນີ ກໍາລັງໃຫ້ຄໍາຫມັ້ນສັນຍາວ່າ ຈະມີຜົນປະໂຫຍດ "ທີ່ໄຫລຕາມມາ" ຈາກການຂະຫຍາຍຕົວຂອງການຮ່ວມມືດ້ານການທະຫານ ແລະ ຄວາມໝັ້ນຄົງກັບສະຫະລັດ ຫຼັງຈາກການຢ້ຽມຢາມຄັ້ງທໍາອິດຂອງລັດຖະມົນຕີ ປ້ອງກັນປະເທດສະຫະລັດທີ່ດຳລົງຕໍແໜ່ງຢູ່ ໃນຂະນະທີ່ບໍ່ໄດ້ໃຫ້ຄວາມສຳຄັນນຳຄວາມສ່ຽງໃດໆ ຕໍ່ການພົວພັນດ້ານເສດຖະກິດທີ່ໃກ້ຊິດກັບຈີນ.
ນາຍົກລັດຖະມົນຕີເຈມສ໌ ມາຣັບເປ ໃນວັນພະຫັດວານນີ້ ໄດ້ສັນລະເສີນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນປະເທດ ທີ່ໄດ້ເຊັນໃນເດືອນພຶດສະພາຜ່ານມາ ຊຶ່ງສອດຄ່ອງກັນກັບການຕີລາຄາຂອງເຈົ້າໜ້າທີ່ປ້ອງກັນປະເທດອາວຸໂສຂອງສະຫະລັດທີ່ຄິດວ່າ ສະພາແຫ່ງຊາດຂອງປະເທດຕົນ ຈະໃຫ້ສັດຕະຍາບັນແກ່ຂໍ້ຕົກລົງດັ່ງກ່າວ ໃນໄລຍະເວລາອັນສັ້ນໆ.
ທ່ານຍັງໄດ້ຊົມເຊີຍຂໍ້ຕົກລົງທີ່ເອີ້ນກັນວ່າ "ການໃຊ້ກຳປັ່ນ" ຫລື shiprider ເປັນການຕ່າງຫາກອີກ ຊຶ່ງຈະອະນຸຍາດໃຫ້ພະນັກງານປາປົວນີວກີນີ ຂຶ້ນກຳປັ່ນຍາມຝັ່ງຂອງສະຫະລັດ ເພື່ອຊ່ວຍປົກປ້ອງສິດໃນການຫາປາຂອງປະເທດ.
"ວຽກງານໄດ້ເລີ່ມຕົ້ນຂຶ້ນດຽວນີ້," ນັ້ນຄືຄຳເວົ້າຂອງທ່ານມາຣັບເປກ່າວ ຂະນະທີ່ຢືນ ຄຽງຂ້າງ ລັດຖະມົນຕີປ້ອງກັນປະເທດສະຫະລັດ, ທ່ານລອຍ ອອສຕິນ ຫລັງຈາກ ການພົບປະຂອງພວກເພິ່ນຢູ່ນະຄອນຫລວງປອດມໍເຣສບີ.
ລັດຖະມົນຕີປ້ອງ ກັນປະເທດສະຫະລັດ, ທ່ານລອຍ ອອສຕິນທີ III ແລະ ນາຍົກລັດຖະມົນຕີເຈມສ໌ ມາຣັບເປກ່າວຕໍ່ນັກຂ່າວໃນກອງປະຊຸມຖະແຫລງຂ່າວໃນນະຄອນຫລວງມໍເຣສບີ, ປາປົວນີວກີນີ, ວັນທີ 27 ກໍລະກົດ, 2023
ທ່ານກ່າວຕື່ມວ່າ "ຄວາມສາມາດໃນການປ້ອງກັນຊາດຂອງພວກເຮົາ ຕ້ອງຖືກສ້າງ ໃຫ້ເຂັ້ມແຂງຂຶ້ນ." "ມັນເປັນຄູ່ພາຄີ ທີ່ພວກເຮົາໄດ້ເລືອກເອົາກ່ຽວກັບການ ຮ່ວມມືດ້ານປ້ອງກັນຊາດຂອງພວກເຮົາ, ແຕ່ແນ່ນອນວ່າ ມັນມີຜົນປະໂຫຍດໄຫລຕາມມາ ທີ່ຕິດພັນກັບເສດຖະກິດ [ຂອງພວກເຮົາ] ແລະສໍາຄັນໄປກວ່ານັ້ນກໍຄື ພື້ນຖານໂຄງລ່າງເສດຖະກິດທີ່ສໍາຄັນ."
ເຈົ້າໜ້າທີ່ປາປົວນີວກີນີ ແລະສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ທັງສອງປະ ເທດໄດ້ເລີ້ມເບິ່ງ ຂົງເຂດທີ່ສາມາດລົງທຶນໄດ້ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ຄວາມພ້ອມດ້ານການທະຫານ.