ພັກການເມືອງຂອງໄທ ທີ່ຮູ້ຈັກກັນດີວ່າ ໄດ້ເຮັດໃຫ້ກັນຊາ ຖືກກົດໝາຍ ເປັນບາງສ່ວນຢູ່ໃນລາດຊະອານາຈັກ ແຫ່ງນັ້ນກໍ ຄືພັກພູມໃຈໄທ ໄດ້ກ່າວຫາຄູ່ແຂ່ງຂອງຕົນວ່າ ຫຼິ້ນການເມືອງດ້ວຍນະໂຍບາຍທີ່ໃຊ້ເປັນປະຈຳຂອງຕົນກ່ອນການເລືອກຕັ້ງໃນວັນທີ 14 ພຶດສະພານີ້, ໂດຍເຕືອນວ່າ ການປະຕິຮູບກັນຊາແມ່ນບໍ່ສາມາດເຈລະຈາໄດ້ ຖ້າພັກຕົນ ຈະເຂົ້າຮ່ວມລັດຖະບານປະສົມກັບພັກໃດໆກໍຕາມ. .
ໃນເດືອນມິຖຸນາປີ 2022, ປະເທດໄທ ໄດ້ຕັດສິນໃຫ້ມີການປູກຝັງ ແລະ ຂາຍກັນຊາໂດຍບັນດາທຸລະກິດ ທີ່ມີໃບອະນຸຍາດເພື່ອໃຊ້ເປັນຢາເທົ່ານັ້ນ.
ແຕ່ກົດໝາຍທີ່ລະອຽດ ກ່ຽວກັບກັນຊາບໍ່ຜ່ານສະພາໄດ້ ກ່ອນທີ່ມັນຈະຖືກຍຸບລົງໃນເດືອນມີນາ ເພື່ອໃຫ້ເວລາແກ່ການໂຄສະນາຫາສຽງເລືອກຕັ້ງ ທີ່ຈະມາເຖິງນີ້.
(ພາບໃນແຟມ) ກຳມະກອນຜູ້ນຶ່ງກວດກາເບິ່ງໃບຊາ ແລະດູແລຕົ້ນມັນຢູ່ຟາມຣັກຈັງ ຊຶ່ງເປັນຟາມນຶ່ງທີ່ໄດ້ຮັບອະນຸຍາດໃຫ້ປູກ ແລະຂາຍກັນຊາໃຫ້ບ່ອນຜະລິດຢາກ່ອນໝູ່ ໃນນະຄອນຣາດຊະສິມມາຂອງໄທ, 28 ມີນາ, 2021
ຢູ່ໃນຊ່ອງຫວ່າງທາງກົດໝາຍແລ້ວ ການສູບກັນຊາເພື່ອເປັນການພັກຜ່ອນຢ່ອນໃຈນີ້ ໄດ້ງອກງາມຂຶ້ນຫລາຍ, ເຊິ່ງກໍ່ໃຫ້ເກີດຄວາມວິຕົກກັງວົນໃນພວກຕຳນິທີ່ເວົ້າວ່າ ກົດໝາຍຜ່ອນຜັນຫຼາຍເກີນໄປ, ໄວເກີນໄປໂພດ.
ທັງພັກເພື່ອໄທ ແລະ ພັກກ້າວໄກ ຊຶ່ງເປັນກຸ່ມສົ່ງເສີມປະຊາທິປະໄຕຕົ້ນຕໍ ທີ່ຄາດວ່າຈະໄດ້ຮັບທີ່ນັ່ງສ່ວນຫຼາຍ ກ່າວວ່າ ການເປີດເສລີການປູກກັນຊາເຮັດໃຫ້ມີຄວາມວຸ້ນວາຍ, ໄດ້ຊຸກຍູ້ການສູບກັນຊາຫລາຍຂຶ້ນ ແລະບໍ່ສາມາດຊຸກຍູ້ຊາວກະສິກອນທີ່ທຸກຍາກ ຕາມທີ່ໄດ້ສັນຍາໄວ້ ທັງນີ້ກໍຍ້ອນວ່າ ຄ່າໃຊ້ຈ່າຍໃນການລົງທຶນສູງ.
Your browser doesn’t support HTML5
Thailand's Young Pro-Democracy Activists Yearn for Change at Polls
"ພວກເຮົາບໍ່ຕ້ອງການກັນຊາອີກຕໍ່ໄປ. ພວກເຮົາພໍກັບມັນແລ້ວ,” ນັ້ນຄືຄຳເວົ້າຂອງທ່ານປະເສີດ ຈັນຣວງທອງ, ເລຂາທິການໃຫຍ່ຂອງພັກເພື່ອໄທກ່າວຕໍ່ງານໂຮມຊຸມນຸມເພື່ອໂຄສະນາໃນອາທິດແລ້ວນີ້.