ແບຣນແຟຊັ້ນຫລູຫຼາຂອງອີຕາລີ “Prada” ແລະບໍລິສັດເລີ້ມຕົ້ນໃໝ່ Axiom Space ຈາກນະຄອນຮີວສຕັນ ລັດເທັກຊັສ ໃນສະຫະລັດ ຮ່ວມກັນເປີດໂຕການອອກແບບຊຸດສຳລັບນັກບິນອະວະການໃໝ່ຫຼ້າສຸດ ໃນວັນພຸດວານນີ້ ໂດຍທີມນັກບິນອະວະກາດຂອງພາລະກິດ Artemis 3 ຂອງນາຊ້າ ຈະເປັນຜູ້ໃສ່ຊຸດໃໝ່ດັ່ງກ່າວ ໃນພາລະກິດສຳຫຼວດດວງຈັນ ທີ່ມີກຳນົດໃນປີ 2026 ຕາມລາຍງານຂອງອົງການຂ່າວຣອຍເຕີສ໌.
ເມື່ອເບິ່ງຈາກພາຍນອກ ຊຸດນັກບິນອະວະກາດໃໝ່ນີ້ ເບິ່ງບໍ່ແຕກຕ່າງຫຍັງຈາກຈຸດແບບທີ່ຄຸ້ນໜ້າຄຸ້ນຕາກັນຢູ່ແລ້ວ ນັ້ນກໍຄື ເປັນຊຸດສີຂາວທີ່ເບິ່ງຄືວ່າ ໜາແລະໜັກ ແຕ່ມີການຕົບແຕ່ງດ້ວຍລາຍເສັ້ນສີແດງແລະລາຍຜ້າສີເທົ່າຢູ່ບໍລິເວນຫົວເຂົ່າແລະແຂນສອກ.
ຊຸດທີ່ມີຊື່ວ່າ Axiom Extravehicular Mobility Unit ຫຼື (AxEMU) ຖືກນຳອອກສະແດງທີ່ການປະຊຸມ International Astronautical Congress ໃນນະຄອນມີລານ ໂດຍທີມງານບອກວ່າ ເປັນການນຳສະເໜີການປະສົມປະສານການໃຊ້ງານໄດ້ຈິງທີ່ມີການອອກແບບແລະຜະລິດມາຢ່າງດີ ເຂົ້າກັບສະພາບແວດລ້ອມຂອງດວງຈັນ ທີ່ຈະຊ່ອຍໃຫ້ຜູ້ໃສ່ສາມາດຮັບມືກັບຄວາມທ້າທາຍຕ່າງໆຢູ່ເທິງດວງຈັນໄດ້.
ທັງນີ້ ພາລະກິດ Artemis 3 ຖືກກຳນົດໃຫ້ເປັນການລົງຈອດເທິງດວງຈັນ ຄັ້ງທຳອິດນັບຕັ້ງແຕ່ຄວາມສຳເລັດຂອງຍານອາໂປໂລ 17 (Apollo 17) ເມື່ອປີ 1972.
ຊຸດນັກບິນອະວະກາດທີ່ກຳເນີດຈາກການຮ່ວມມືຂອງບໍລິສັດ Axiom Space ແລະ ແບຣນແຟຊັ້ນ "Prada"
ຖະແຫລງການຮ່ວມຈາກ Prada ແລະ Axiom Space ລະບຸວ່າ ຊຸດນັກບິນອະວະກາດນີ້ ຖືກຜະລິດມາຈາກວັດຖຸທີ່ຈະສາມາດຮັບມືກັບອຸນຫະພູມລະດັບສູງສຸດຂີດທີ່ບໍລິເວດວຂົ້ວໃຕ້ຂອງດວງຈັນ ແລະຄວາມເຢັນສຸດຂົ້ວທີ່ປົກຄຸມເກືອບນທົ່ວທັງດວງຈັນ ເປັນເວລາຢ່າງໜ້ອຍ 2 ຊົ່ວໂມງຕໍ່ວັນ.
ໃນພາລະກິດນີ້ ນັກບິນອະວະກາດ ມີພາລະກິດອອກໄປຍ່າງສຳຫຼວດຢູ່ເທິງພື້ນຜິວດວງຈັນເປັນເວລາຢ່າງໜ້ອຍ 8 ຊົ່ວໂມງ.
ຖະແຫລງການນີ້ ຍັງຢັ້ງຢືນດ້ວຍວ່າ ຊຸດ AxEMU ນີ້ຜ່ານການທົດລອງມາຢ່າງລະອຽດໃນທຸກດ້ານ ໂດຍຮວມເຖິງການນຳໄປທົດສອບໃຕ້ນ້ຳ ເພື່ອຈຳລອງສະພາບບໍ່ມີນ້ຳໜັກຄືຢູ່ເທິງດວງຈັນ ແລະກຳລັງຢູ່ໃນຂັ້ນສຸດທ້າຍຂອງການພັດທະນາຊຸດແລ້ວ.
ຂະນະທີ່ພາລະກິດສຳຫຼວດອະວະກາດແລະອຸດສາຫກຳການທ່ອງທ່ຽວອະວະກາດ ກາຍມາເປັນສິ່ງທີ່ມີການພັດທະນາໄປພ້ອມໆກັນຢູ່ນີ້ ແບຣນແຟຊັນຫລູ ກໍເລີ້ມສະແຫວງຫາຄູ່ຮ່ວມຮຸ້ນສ່ວນກັບໜ່ວຍງານດ້ານອະວະກາດຫຼາຍຂຶ້ນເລື້ອຍໆ.
ເມື່ອເດືອນແລ້ວນີ້ ຫ້ອງເສື້ອ ປີແອຣ ຄາຣແດງ (Pierre Cardin) ຂອງຝຣັ່ງ ເພື່ອເປີດໂຕຊຸດຝຶກນັກບິນອະວະກາດທີ່ວາງໂຕໄວ້ໃຫ້ໃຊ້ງານທີ່ ອົງການອະວະກາດ ຂອງຢູໂຣບ (European Space Agency) ໃນເມືອງໂຄໂລນ ປະເທດເຢຍຣະມັນ.