ການເຄື່ອນໄຫວຂອງຫວຽດນາມ ເພື່ອໃຫ້ຜູ້ໃຊ້ສື່ສັງຄົມອອນລາຍທຸກຄົນຢືນຢັນເຖິງການມີຕົວຕົນຂອງຕົນເອງ ໃນແບບທີ່ຈຳກັດພື້ນທີ່ ທີ່ຍັງເຫລືອໄວ້ບໍ່ພໍເທົ່າໃດໃຫ້ແກ່ພວກຕຳໜິລັດຖະບານ ແລະໜັງສືພິມອິດສະຫລະ, ອີງຕາມພວກນັກວິເຄາະກ່າວ.
ກະຊວງຖະແຫຼງຂ່າວຫວຽດນາມ ໃນຕົ້ນເດືອນພຶດສະພາຜ່ານມາໄດ້ປະກາດການດັດແກ້ກົດໝາຍວ່າດ້ວຍໂທລະຄົມ ເພື່ອຮຽກຮ້ອງໃຫ້ບັນດາເຄືອຂ່າຍສື່ສັງຄົມຂອງຕ່າງ ປະເທດ ແລະ ທ້ອງຖິ່ນ ຢືນຢັນການມີຕົວຕົນຂອງຜູ້ໃຊ້. ຜູ້ໃດທີ່ປະຕິເສດ ຫຼືບໍ່ປະຕິ ບັດຕາມ ສາມາດເຫັນວ່າ ບັນຊີຂອງເຂົາເຈົ້າຖືກປິດ.
ກະຊວງນັ້ນກ່າວວ່າ ການປ່ຽນແປງດັ່ງກ່າວ - ຊຶ່ງຖ້າຫາກວ່າໄດ້ຮັບການອະນຸມັດຈະມີຜົນບັງຄັບໃຊ້ໃນເວລາຕໍ່ໄປໃນປີ 2023 - ແມ່ນມີຄວາມຈຳເປັນເພື່ອຕ້ານການກໍ່ ອາດຊະຍາກຳທາງອິນເຕີແນັດ. ແຕ່ນັກຊ່ຽວຊານດ້ານສິດທິທາງດິຈິຕອລ ແລະເສລີ ພາບດ້ານຂ່າວສານກ່າວວ່າ ມັນຈະເຮັດໃຫ້ຍາກຂຶ້ນສໍາລັບປະຊາຊົນ ທີ່ຈະຕຳໜິລັດ ຖະບານ ໃນປະເທດທີ່ຖ້າຜູ້ໃດເຮັດແນວນັ້ນຢ່າງເປີດເຜີຍມັກຈະຖືກຮາວີລົບກວນ.
(ພາບໃນແຟມ) ຜູ້ຂຽນຂ່າວລົງໃນອິເຕີແນັດ ຫລື blogger ທີ່ໂດ່ງດັງ, ນາງ Nguyen Ngoc Nhu Quynh (ຊ້າຍ) ຢືນເພື່ອໄຕ່ສວນຄະດີ ຢູ່ແຂວງ Khanh Hoa, ທາງພາກກາງຂ້ອນໄປທາງໃຕ້ຂອງຫວຽດນາມ, ວັນທີ 29 ມິຖຸນາ, 2017. ນາງຖືກກ່າວຫາວ່າ ໃຫ້ຂໍ້ມູນບິດເບືອນຕໍ່ນະໂຍບາຍຂອງລັດຖະບານ ແລະໃສ່ຮ້າຍປ້າຍສີພັກຄອມມີວນິສຢູ່ໃນການຂຽນລົງ Facebook ຂອງນາງ.
"ການບັງຄັບຜູ້ໃຊ້ອິນເຕີແນັດໃຫ້ປະຖິ້ມການເປັນຕົວຕົນທີ່ແທ້ຈິງຂອງພວກເຂົາເຈົ້າ ແລະເສຍສະຫລະສິດໃນການປິດບັງຊື່ຂອງຕົນ ແມ່ນຈະເຮັດໃຫ້ສິດເສລີພາບໃນ ການສະແດງຄວາມຄິດເຫັນຢູ່ໃນອິນເຕີແນັດນັ້ນຖືກປິດລົງ ເຊິ່ງເປັນສິ່ງທີ່ອັນຕະ ລາຍຫຼາຍກ່ວາອາຊະຍາກໍາທາງດິຈິຕອລບາງຢ່າງທີ່ກະທຳໂດຍຄົນທີ່ມີບໍ່ເທົ່າໃດຄົນນັ້ນອີກ," ອີງຕາມທ່ານທຣິງ ຮີວ ລອງກ່າວ.
ຜູ້ກໍ່ຕັ້ງກຸ່ມຂຽນຂ່າວ ແລະ ຄົ້ນຄ້ວາທີ່ຊື່ວ່າ ຄວາມຄິດລິເລີ້ມທາງກົດໝາຍສຳລັບຫວຽດນາມຫລື Legal Initiative for Vietnam ແມ່ນເຕີບໃຫຍ່ຢູ່ຫວຽດນາມ ແຕ່ປັດຈຸບັນ ອາໄສຢູ່ໄຕ້ຫວັນ.