ໄຕ້ຫວັນ ຈະຈັດການເລືອກຕັ້ງປະທານາທິບໍດີ ແລະສະພານິຕິບັນຍັດທີ່ມີຄວາມຂັດແຍ້ງກັນນັ້ນ ໃນວັນທີ 13 ມັງກອນນີ້, ໂດຍຄາດວ່າ ຈະມີຜູ້ເລືອກຕັ້ງຊາວໄຕ້ຫວັນຫຼາຍລ້ານຄົນ ໄປລົງຄະແນນສຽງເລືອກຕັ້ງປະທານາທິບໍດີຄົນໃໝ່ເພື່ອນຳພາເກາະປະຊາທິປະໄຕແຫ່ງນີ້ ທ່າມກາງຄວາມເຄັ່ງຕຶງໃນບໍລິເວນຂ້າມຊ່ອງແຄບໄຕ້ຫວັນ.
ນັກວິເຄາະຈໍານວນນຶ່ງກ່າວວ່າ ຜົນການເລືອກຕັ້ງອາດຈະສົ່ງຜົນກະທົບທີ່ສໍາຄັນຕໍ່ທິດທາງຂອງໄຕ້ຫວັນໃນອີກ 4 ປີຂ້າງໜ້າ ແລະຄວາມສຳພັນລະຫວ່າງ ຈີນ ກັບ ໄຕ້ຫວັນ.
Your browser doesn’t support HTML5
Taiwan Vote Offers Competing Visions for How to Deal with China
ທ່ານເລັບວ໌ ນາຈແມນ (Lev Nachman), ນັກລັດຖະສາດການເມືອງ ຈາກມະຫາວິທະຍາໄລແຫ່ງຊາດເຊັງຊີ (Chengchi) ໃນໄຕ້ຫວັນ ກ່າວຕໍ່ VOA ຜ່ານທາງໂທລະສັບວ່າ "ມັນອາດຈະເປັນເລື່ອງທີ່ພວກເຮົາຈະມີຄວາມເຄັ່ງຕຶງໃນລະດັບດຽວກັນນີ້ໃນທົ່ວຊ່ອງແຄບໄຕ້ຫວັນຫຼືບໍ່ ຫຼື ຖ້າພວກເຮົາເຫັນການເລີ້ມຕົ້ນສາຍພົວພັນຂ້າມຊ່ອງແຄບໄຕ້ຫວັນຄືນໃໝ່."
ໃນທັດສະນະຂອງທ່ານແລ້ວ, ຖ້າພັກປະຊາທິປະໄຕກ້າວໜ້າ ຫຼື DPP ໄດ້ຮັບໄຊຊະນະເປັນສະໄໝທີ 3 ຕິດຕໍ່ກັນ, ຄວາມເຄັ່ງຕຶງຂ້າມຊ່ອງແຄບຈະຍັງຄົງມີລັກສະນະທີ່ສູງຢູ່. ແລະ ຖ້າພັກ ກົກມິນຕັງ ຫຼື KMT ທີ່ເປັນມິດກັບຈີນ ກັບຄືນກຳອຳນາດເປັນຄັ້ງທໍາອິດນັບແຕ່ປີ 2016 ເປັນຕົ້ນມາ, ຄວາມເຄັ່ງຕຶງຂ້າມຊ່ອງແຄບໄຕ້ຫວັນ ອາດຈະຫຼຸດລົງ.