ຜູ້ປົກຄອງລັດ ເທັກຊັສ ໄດ້ສັ່ງໃຫ້ໜ່ວຍງານຕ່າງໆຂອງລັດ ຢຸດການລົງທຶນໃນ ຈີນແລະຂາຍຊັບສິນໃນຈີນໂດຍໄວທີ່ສຸດ. ໂດຍອ້າງເຖິງຄວມສ່ຽງດ້ານການເງິນ ແລະຄວາມໝັ້ນຄົງເຊິ່ງສະທ້ອນເຖິງຄວາມເຄັ່ງຕຶງລະຫວ່າງສະຫະລັດແລະຈີນທີ່ເລີ່ມສົ່ງຜົນຕໍ່ການໄຫຼວຽນຂອງເງິນທຶນລະດັບໂລກ.
ໃນຈົດໝາຍເຖິງໜ່ວຍງານຂອງລັດລົງວັນທີ 21 ພະຈິກ ແລະ ໂພສໃນເວັບ ໄຊຂອງ ທ່ານ ເກຣັກ ແອ໊ບບອຕ ຜູ້ປົກຄອງລັດສັງກັດພັກຣີພັບບລີກັນກ່າວວ່າ “ການກະທຳທີ່ແຂງກ້າວ” ຂອງພັກຄອມມູນິດຈີນ ໄດ້ເພີ່ມຄວາມສ່ຽງຕໍ່ການລົງ ທຶນຂອງລັດເທັກຊັສໃນຈີນ ແລະ ສັ່ງໃຫ້ນັກລົງທືນຖອນໂຕອອກ.
“ຂ້າພະເຈົ້າຂໍສັ່ງໃຫ້ໜ່ວຍງານທີ່ລົງທຶນໃນເທັກຊັສ ຫ້າມທໍາການລົງທືນໃໝ່ໃດ ໆ ໃນຈີນ ແລະສຳລັບການລົງທືນທີ່ມີຢູ່ທ່ານຈຳເປັນຕ້ອງຂາຍອອກໃນໂອກາດ ທຳອິດທີ່ເປັນໄປໄດ້” ທ່ານ ແອ໊ບບອຕ ກ່າວ.
ລັດເທັກຊັສ ມີບົດບາດໃນແນວທາງບຸກຫຼາຍຂຶ້ນໃນການກຳນົດການລົງທຶນຂອງໜ່ວຍງານ. ໂດຍກ່ອນໜ້ານີ້ໄດ້ຈຳກັດກອງທຶນບໍານານສາທາລະນະຈາກ ການເຮັດທຸລະກິດກັບບໍລິສັດ ວອລສະຕຣີດ ທີ່ນໍາຫຼັກການສີ່ງແວດລ້ອມ ສັງຄົມ ແລະ ການບໍລິຫານທີ່ດີ ຫຼື ESG ມາໃຊ້.
ໜ່ວຍງານຂອງລັດເທັກຊັສ ລວມເຖິງກອງທຶນບໍານານຄູແຫ່ງລັດເທັກຊັສ ຫຼື TRS ເຊີ່ງມີເງິນບໍລິຫານຈັດການ 210.5 ພັນລ້ານໂດລາ ໃນທ້າຍເດືອນ ສິງຫາຕາມລາຍງານປະຈຳປີ.
ກອງທຶນບຳນານຄູແຫ່ງລັດເທັກຊັສ ມີການລົງທືນໃນຊັບສີນເງິນຢວນຈີນ ແລະໂດລາຮົງກົງປະມານ 1,4 ພັນລ້ານໂດລາ ໂດຍມີ ບໍລິສັດ ເທັນເຊັນ ໂຮນດິ້ງ ( Tencent Holdings ) ເປັນການລົງທືນທີ່ໃຫຍ່ເປັນອັນດັບ 10 ໂດຍມີມູນຄ່າປະມານ 385 ລ້ານໂດລາຕາມລາຄາປັດຈຸບັນ.
ຈົດໝາຍຂອງ ທ່ານ ແອ໊ບບອຕ ລະບຸວ່າ ທ່ານໄດ້ແຈ້ງໃຫ້ ບໍລິສັດ ຈັດການລົງທຶນມະຫາວິທະຍາໄລເທັກຊັສ / ເທັກຊັສ ເອແອນເອັມ ( UTIMCO) ເຊິ່ງບໍລິຫານຈັດການເງິນເກືອບ 80 ພັນລ້ານໂດລາໃຫ້ ຖອນການລົງທືນຈາກຈີນຕັ້ງແຕ່ຕົ້ນປີນີ້.
ທັງ TRS ແລະ UTIMCO ຍັງບໍ່ໄດ້ຕອບຄຳຮ້ອງຂໍຄວາມຄິດເຫັນນອກ ເວລາເຮັດວຽກ. ຕະຫຼາດຮຸ້ນຈີນປັບຕົວຫຼຸດລົງຢ່າງຮຸນແຮງໃນວັນສຸກມື້ນີ້ ໂດຍດັດສະນີ ຊຽງໄຮ້ ຄອມໂພສິດ ( SHANG HAI COMPOSITE ) ຫຼຸດລົງ 3% ຂະນະທີ່ຮຸ້ນ Tencent ຫຼຸດລົງປະມານ 2% ໃນການ ຊື້-ຂາຍ ຕອນບ່າຍໃນຮົງກົ້ງເຊີ່ງເປັນໄປໃນທິດທາງດຽວກັນກັບຕະຫຼາດໂດຍລວມ.
ອ່ານຂ່າວນີ້ເປັນພາສາອັງກິດ
The governor of Texas ordered state agencies to stop investing in China and sell assets there as soon as possible, citing financial and security risks, a sign of rising U.S.-China tensions starting to impact global capital flows.
In a letter to state agencies dated Nov. 21 and posted to his website, Republican Greg Abbott said "belligerent actions" of China's ruling Communist Party had increased risks to Texas' investments in China, and told investors to get out.
"I direct Texas investing entities that you are prohibited from making any new investments of state funds in China. To the extent you have any current investments in China, you are required to divest at the first available opportunity," he said.
Texas has been taking an increasingly activist stance in its agencies' investments, having previously restricted public pension funds from doing business with Wall Street firms that have embraced environmental, social and governance principles.
Its state agencies include the Teacher Retirement System of Texas, which had $210.5 billion under management at the end of August, according to its annual report.
The TRS has roughly $1.4 billion exposure to Chinese yuan and Hong Kong dollar assets, and listed Tencent Holdings (0700.HK), opens new tab as its 10th largest position, worth about $385 million at current prices.
Abbott's letter said he had told the University of Texas/Texas A&M Investment Management Company (UTIMCO), which manages nearly $80 billion, to divest from China earlier this year.
Neither Texas Teachers nor UTIMCO responded immediately to a request for comment outside business hours.
Markets in China fell sharply on Friday, with the Shanghai Composite (.SSEC), opens new tab down 3%. Tencent shares were about 2% lower in afternoon trade in Hong Kong, in line with the broader market.