ກະສັດໄທຊົງເປີດສະໄໝປະຊຸມສະພາແຫ່ງຊາດຊຸດໃໝ່ໃນວັນຈັນວານນີ້ໃນຂະນະທີ່ປະເທດດັ່ງກ່າວ ກ້າວເຂົ້າສູ່ໄລຍະສອງອາທິດທີ່ສຳຄັນເພື່ອຕັດສິນໃຈວ່າພັກກ້າວໄກທີ່ຊະນະຄະແນນສຽງຫຼາຍທີ່ສຸດໃນການເລືອກຕັ້ງເມື່ອເດືອນພຶດສະພາຜ່ານມາ ສາມາດສ້າງຕັ້ງລັດຖະບານປະສົມທີ່ນິຍົມປະຊາທິປະໄຕໄດ້ບໍ່ ຫລືຄວາມວຸ້ນວາຍທາງການເມືອງກຳລັງຈະເກີດຂຶ້ນໃນອະນາຄົດ.
ພັກກ້າວໄກ ທີ່ໄດ້ຊະນະບ່ອນນັ່ງ 151 ບ່ອນຢ່າງບໍ່ໜ້າເຊື່ອ ໃນການເລືອກຕັ້ງເມື່ອວັນທີ 14 ພຶດສະພາໃນຂະນະທີ່ຊາວໄທຫຼາຍໆລ້ານຄົນໃຫ້ການສະໜັບສະໜຸນຕໍ່ແຜນການຂອງພັກ ເພື່ອບໍ່ໃຫ້ພວກທະຫານຫຼິ້ນການເມືອງ ແກ້ໄຂບັນຫາ ເສດຖະກິດ ທີ່ຄອບງຳດ້ວຍການຜູກຂາດ ແລະແກ້ໄຂກົດໝາຍ ໃສ່ຮ້າຍປ້າຍສີເຊື້ອພະວົງ ຊຶ່ງຄຸ້ມຄອງບໍ່ໃຫ້ກະສັດຖືກຕ້ອງຕິ.
ແຕ່ແຜນການຂອງພັກແມ່ນຖືກມອງກັນວ່າເປັນໄພອັນຕະລາຍສຳລັບຫຼາຍໆຄົນໃນການຈັດຕັ້ງຂອງພວກອະນຸລັກນິຍົມ ທີ່ນິຍົມກະສັດ ຮວມທັງທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີຣັກສາການ ຊຶ່ງເປັນອະດີດນາຍພົນກອງທັບບົກ ທີ່ເປັນຜູ້ນຳພາເຮັດລັດຖະປະຫານໃນປີ 2014 ແລະປົກຄອງປະເທດເປັນເວລາເກືອບນຶ່ງທົດສະວັດຈົນເທົ່າພັກຂອງທ່ານໄດ້ເສຍໄຊຢ່າງບໍ່ເປັນທ່າໃນການປ່ອນບັດເລືອກຕັ້ງ.
ແຟ້ມ - ຜູ້ນຳຂອງພັກກ້າວໄກ ທ່ານພິທາ ລິ້ມຈະເຣີນຣັດ (ຊ້າຍ) ຍົກມືຂຶ້ນ ຫຼັງຈາກເຊັນບົດບັນທຶກຄວາມເຂົ້າໃຈ ທີ່ຈະຕັ້ງລັດຖະບານປະສົມ ລະຫວ່າງພັກກ້າວໄກ ແລະພັກການເມືອງອື່ນໆ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ບາງກອກ ເມື່ອວັນທີ 22 ພຶດສະພາ 2023.
ສະມາຊິກທັງໝົດ 750 ຄົນ ຂອງສະພາທັງສອງ ປະກອບດ້ວຍສະມາຊິກພາສູງ 250 ຄົນທີ່ຖືກແຕ່ງຕັ້ງໂດຍລັດຖະບານຄອບງຳໂດຍພວກທະຫານ ຂອງທ່ານປຣະຢຸດ ແລະສະມາຊິກສະພາຕ່ຳ 500 ຄົນທີ່ຜ່ານມາການເລືອກຕັ້ງ ໄດ້ພາກັນຢືນເປັນແຖວ ໃສ່ຊຸດລັດຖະການພົນລະເຮືອນ ຢູ່ຕໍ່ໜ້າກະສັດມະຫາວະຈິຣະລົງກອນ ໃນວັນຈັນນີ້ ຂະນະທີ່ພະອົງຊົງເປີດສະພາ.
ຮວມຢູ່ໃນນັ້ນ ກໍມີທ່ານພິທາ ລິ້ມຈະເຣີນລັດ ຜູ້ນຳຂອງພັກກ້າວໄກ ຊຶ່ງກ່າວວ່າ ທ່ານມີອຳນາດທີ່ໄດ້ຮັບມອບໝາຍຈາກປະຊາຊົນໃຫ້ເປັນນາຍົກລັດຖະມົນຕີຄົນຕໍ່ໄປ ເຖິງແມ່ນວ່າຈະເປັນຜູ້ນຳຂອງລັດຖະບານປະສົມທີ່ນິຍົມປະຊາທິປະໄຕທີ່ບໍ່ໝັ້ນຄົງກໍຕາມ.