ຢູເຄຣນ ຍິງໂດຣນ ຫຼື​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຂອງຣັດເຊຍ ຕົກ 29 ລຳ

ໜ່ວຍດັບເພີງ ກຳລັງມອດໄຟຢູ່ບ່ອນເກັບເຄື່ອງ ທີ່ຖືກໂຈມຕີ ໂດຍລູກສອນໄຟຣັດເຊຍ ທີ່ເມືອງດະນິໂປຣ ປະເທດຢູເຄຣນ ວັນທີ 28 ເມສາ 2023

ກອງທັບອາກາດຢູເຄຣນ ກ່າວໃນວັນອັງຄານມື້ນີ້ວ່າ ຕົນໄດ້ທຳລາຍເຮືອບິນບໍ່ມີຄົນຂັບຫຼືໂດຣນ 29 ລໍາ ແລະລູກສອນໄຟນຳ​ວິ​ຖີທີ່ຣັດເຊຍໃຊ້ເພື່ອໂຈມຕີ​ຫຼາຍ ຂົງເຂດຂອງຢູເຄຣນ ​ໃນຕອນຂ້າມຄືນ.

ກອງທັບຢູເຄຣນ ກ່າວວ່າ ສ່ວນໃຫຍ່ຂອງໂດຣນ ໄດ້ແນເປົ້າໝາຍໃສ່ຂົງເຂດ ມີໂກ​ລາ​ອິບ ທາງພາກໃຕ້ຢູເຄຣນ ແລະຂົງເຂດ​ນິໂປຣປີ​ຕຣອບ ຢູ່ທາງພາກກາງຂອງປະເທດ.

ທ່ານເຊີຮີ ລີສັກ ຜູ້ປົກຄອງເຂດນິໂປຣເປີຕ​ບອບ ກ່າວວ່າສິ້ນສ່ວນ​ຂອງ​ໂດ​ຣນ​ທີ່​ຕົກ​ລົງ​ມາ ໄດ້ທຳລາຍໂຮງ​ງານອຸດສາຫະກຳ ໃນເມືອງປາບໂລຣາດ ແລະເຮັດໃຫ້ເກີດໄຟໄໝ້ ຢູ່ບໍລິສັດເອກກະຊົນ ໃນເມືອງດະນິໂປຣ.

ການໂຈມຕີ ໄດ້​ມີ​ຂຶ້ນ​ຫຼັງການປະກາດຄືນໃໝ່ ໃນການສະໜັບສະໜູນ ຈາກ ສະຫະພາບຢູໂຣບ (EU) ໃນຂະນະທີ່ບັນດາລັດຖະມົນຕີ EU ພົບປະກັນຢູ່ ກິຢິບ ໃນວັນຈັນວານນີ້.

ການຊ່ວຍເຫລືອຂອງປະເທດຕາເວັນຕົກແກ່ຢູເຄຣນໄດ້ຢູ່ພາຍໃຕ້ຄວາມກົດດັນ ດ້ານການເມືອງ ຫລັງຈາກຜູ້ສະໝັກໜັບສະໜູນຣັດເຊຍ ໄດ້ຮັບໄຊຊະນະ​ໃນການເລືອກຕັ້ງຢູ່ສະໂລວາເກຍ ທີ່ເປັນສະມາຊິກ EU ແລະ​ອົງ​ການ NATO ແລະສະ​ພາສະຫະລັດ ໄດ້ຍົກ​ເວັ້ນທຶນໃຫ້ແກ່ຢູເຄຣນ ຈາກຮ່າງກົດໝາຍໃຊ້ຈ່າຍຊົ່ວຄາວ. ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ຂອງກອງທັບຢູເຄຣນ ໄດ້ຊ້າກວ່າທີ່ບັນດາຜູ້ນຳຕາເວັນຕົກໄດ້ຄາດຫວັງໄວ້ ກ່ອນລະດູໃບໄມ້ຫລົ່ນ ທີ່ມີຂີິ້ຕົມຕິດຄ້າງຢູ່ຕີນ​ຂີ້​ເຂັບລົດຫຸ້ມເກາະທີ່​ເຂົາ​ເຈົ້າໄດ້ບໍລິຈາກ​ໃຫ້.

“ໄຊຊະນະພວກເຮົາ​ແມ່ນ​ຈະ​ແຈ້ງຂຶ້ນຢູ່ກັບການປະສານງານຮ່ວມມື​ຂອງ​ພວກ​ເຮົາ ​ບາດ​ກ້າວ​ທີ່​ມີ​ກຳ​ລັງ ແລະຫລັກການ ທີ່ພວກເຮົາເຮັດດ້ວຍກັນ ໃນບໍ່ຊ້າສົງຄາມນີ້ກໍຈະສິ້ນສຸດລົງ” ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊິເລັນສ໌ກີ ໄດ້ກ່າວຕໍ່ບັນດາລັດຖະມົນຕີຕ່າງປະເທດ​ຂອງ EU ລະຫວ່າງກອງປະຊຸມ.

ທ່ານເຊີເລັນສ໌ກີ ໄດ້ໃຫ້ຂໍ້ສັງເກດວ່າຢູເຄຣນ ສືບຕໍ່ປ້ອງກັນປະຊາຊົນຂອງຕົນ ແລະເສດຖະກິດຂອງຕົນ ຈາກການສືບຕໍ່​ໂຈມ​ຕີ​ຂອງຣັດເຊຍ ແລະການຕໍ່ສູ້ປ້ອງກັນ ໄດ້ແນໃສ່ການກອບກູ້ເອົາດິນແດນ ທີ່ຖືກປົກຄອງຢູ່ນັ້ນ ກຳລັງຄືບໜ້າຢ່າສະໜໍ່າສະເໝີ ແລະເຕືອນຜູ້ນຳ EU ວ່າຢູເຄຣນ ຕ້ອງການເງິນຕື່ມອີກ ອາວຸດຕື່ມອີກ ແລະເພີ້ມການເຝິກແອບທາງທະຫານ ເພື່ອໃຫ້ບັນລຸເປົ້າໝາຍ. ທ່ານຍັງຂໍ​ຮ້ອງ​ໃຫ້ເຂົາເຈົ້າ​ທຳການລົງໂທດຕໍ່ຣັດເຊຍ​ເພີ້ມ​ຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ