ສະຫະລັດ ປະເຊີນກັບວິກິດການ ຂາດແຄນຕຳຫຼວດ ແລະ ການຂັດຂືນຄຳສັ່ງຕຳຫຼວດ ມັກນຳໄປສູ່ການໃຊ້ກຳລັງ

ລົດຕຳຫຼວດເທດສະບານນະ ວໍຊິງຕັນ ຈອດຢູ່ໃກ້ຕຶກຫໍລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, 26 ສິງຫາ 2021.

ການ​ກໍ່​ອາ​ຊະ​ຍາ​ກຳ​ໄດ້​ເກີດ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ​ທົ່ວ ສະ​ຫະ​ລັດ, ໂດຍ​ສະ​ເພາະ​ໃນ​ຕົວ​ເມືອງ​ໃຫຍ່​ຕ່າງໆ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ ແມ່ນໄດ້​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ຕະຫຼອດ 24 ຊົ່ວ​ໂມງ, ເພື່ອ​ຕອບ​ສະ​ໜອງ​ ຕໍ່​ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົນ. ​ແຕ່​ປັດ​ຈຸ​ບັນ​ ສະ​ຫະ​ລັດ ກຳ​ລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ຂາດ​ແຄນ​ຕຳຫຼວດ, ສົ່ງ​ຜົນ​ກະ​ທົບ​ໃຫ້​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົນ​ບໍ່​ທົ່ວ​ເຖິງ. ພຸດ​ທະ​ສອນ ຈະ​ນຳ​ເອົາ​ລາຍ​ງານມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ສະຫະລັດ ປະເຊີນກັບວິກິດການຂາດແຄນຕຳຫຼວດ ແລະ ການຂັດຂືນຄຳສັ່ງຕຳຫຼວດ ມັກນຳໄປສູ່ການໃຊ້ກຳລັງ

ຕຳຫຼວດ ສະ​ຫະ​ລັດ ແບ່ງ​ອອກ​ເປັນຫຼາຍ​ອົງ​ກອນ ​ໄດ້​ແກ່​ຕຳຫຼວດ​ລັດ​ຖະ​ບານ​ກາງ, ຕຳຫຼວດ​ລັດ, ຕຳຫຼວດ​ປະ​ຈຳ​ເຂດ, ຕຳຫຼວດ​ເມືອງ ແລະອື່ນໆ. ສາ​ເຫດ​ທີ່​ ສະ​ຫະ​ລັດ ມີຫຼາຍ​ກຸ່ມ​ຕຳຫຼວດ ​ກໍ​ແມ່ນບັນ​ດາ​ຜູ້​ກໍ່​ຕັ້ງ​ປະ​ເທດບໍ່​ຢາກ​ມີ​ລັດ​ຕຳ ຫຼວດ ເພາະ​ວ່າ​ການ​ເພັ່ງ​ເລັງ​ອຳ​ນາດ​ໃສ່​ອົງ​ການ​ຕຳຫຼວດ​ນຶ່​ງ​ຈະ​ນຳ​ໄປ​ສູ່​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ ແລະ ອີ​ກ​ສາ​ເຫດ​ນຶ່ງ​ກໍ​ແມ່ນຫຼາຍ​ລັດຫຼາຍ​ເຂດ​ແມ່ນ​ມີ​ນະ​ໂຍ​ບາຍ​ໃນ​ການ​ປົກ​ຄອງ​ທີ່​ແຕກ​ຕ່າງ​ກັນ.

ການ​ກໍ່​ອາ​ຊະ​ຍາ​ກຳ​ໄດ້​ເກີດ​ຂຶ້ນ​ຢ່າງຫຼວງຫຼາຍໃນ​ແຕ່​ລະ​ວັນລວມ​ມີ ການ​ຄາດ​ຕະ​ກຳ, ການ​ລະ​ເມີ​ດ​ທາງ​ເພດ, ກ​ານ​ທຳ​ຮ້າຍ​ຮ່າງ​ກາຍ, ການ​ປຸ້ນ​ຈີ້, ການ​ລັກ​ຂະ​ໂມຍ, ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບ​ຄົວ​ ແລະ ອື່ນ. ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ມາ​ຮອດ​ວັນ​ທີ 27 ພຶດ​ສະ​ພາທີ່​ຜ່ານ​ມາມີ​ການ​ກໍ່​ອາ​ຊະ​ຍາ​ກຳ​ທັງ​ໝົດ 12,807 ຄັ້ງ, ອີງ​ຕາມ​ສະ​ຖິ​ຕິ​ກົ​ມຕຳຫຼວດ​ເທດ​ສະ​ບານ​ຂອງ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ.

ຕຳຫຼວດ ສະ​ຫະ​ລັດ ມີ​ທ່າ​ທີ​ແຂງ​ຂຶມ, ຈິງ​ຈັງ​ກັບ​ໜ້າ​ທີ່​ວຽກ​ງານ ແລະ ມີ​ຫຸ່ນ​ໃຫຍ່. ເຂົາ​ເຈົ້າ​ມັກ​ທຳ​ການ​ລາດ​ຕະ​ເວນ ​ຢູ່​ທຸກ​ຮ່ອມ​ຊອຍ​ຂອງ​ແຕ່​ລະ​ໝູ່​ບ້ານ. ແຕ່​ລະ​ມື້ ​ເຂົາ​ເຈົ້າ​ຖືກມອບ​ໝາຍ​ໃຫ້​ທຳ​ການ​ລາດ​ຕະ​ເວນ​ເປັນ​ເຂດ, ປະ​ຕິ​ບັດ​ງານ​ນຳ​ກັນຫຼາຍ​ຄົນ, ​ຂັບ​ລົດ​ສັບ​ປ່ຽນ​ກັນໄປ​ມາ​. ເຂົາ​ເຈົ້າ​ສາ​ມາດ​ໃຫ້​ການ​ໜູນຫຼັງ​ກັນ​ທຸກ​ເວ​ລາ​ ເມື່ອ​ມີ​ຄວາມ​ຕ້ອງ​ການ​ເພື່ອ​ຕອບ​ຮັບ​ກັບເຫດ​ສຸກ​ເສີນ.

ແຕ່​ໃນ​ປັດ​ຈຸ​ບັນ​ນີ້ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ຂາດ​ແຄນ​ຕຳ ຫຼວດ​ເນື່ອງ​ມາ​ຈາກ​ການ​ອອກ​ບຳ​ນານ ແລະ ການ​ລາ​ອອກ, ເຊິ່ງ​ມັນ​ໄດ້​ກໍ່​ໃຫ້​ເກີດ​ການ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຊ່ວຍ​ເຫຼືອບໍ່​ພຽງ​ພໍ, ເຊິ່ງ​ຕຳຫຼວດ​ທ່ານ​ນຶ່ງ​ທີ່​ໄດ້​ກ່າວຕໍ່​ວີ​ໂອ​ເອ​ລາວ​ວ່າ

​ໃນ​ເມືອງ​ທີ່​ຂ້ອຍ​ເຮັດ​ການ​ເຮົາ​ບໍ່​ມີ​ຕຳຫຼວດ​ພຽງ​ພໍ​, ດຽວນີ້ຫຼາຍ​ຄົນ​ບໍ່​ສົນ​ໃຈ​ໃນ​ການ​ເປັນ​ຕຳຫຼວດ. ​ເພາະ​ສະ​ນັ້ນ​ຄົນ​ໂທ​ມາ​ຖ້າ​ມັນ​ເປັນ​ເລື່ອງ​ຮ້າຍ​ແຮງ​ທີ່​ສຸດ​ເຮົາ​ຈຶ່​ງ​ຈະ​ໄປ. ຢູ່​ໃນ​ເມືອງ​ທີ່​ຂ້ອຍ​ເຮັດ​ວຽກ​ເຮົາ​ມີ​ປະ​ມານ 600 ຄົນ​ທີ່​ເປັນ​ຕຳ​ຫຼວດ ແລະ ດຽວນີ້​ເຮົາ​ມີ​ປະ​ມານ 100 ພັນ​ຄົນ​ໂທ​ມາ​ຂໍ​ການ​ຊ່ວຍ​ເຫຼືອ. ໃນ​ຊົ່ວ​ໂມງ​ນຶ່ງ​ເຮົາ​ອາ​ດ​ຊິ​ມີ 250 ຄົນ​ໂທ​ມາ​ຂໍ​ຄວາມ​ຊ່ວຍ​ເຫຼືອ ແລະ ເຮົາ​ມີ 600 ຄົນ ສະ​ນັ້ນ​ບໍ່​ມີ​ຄົນ​ພຽງ​ພໍ.”

ທ່ານ​ກ່າວ​ຕື່ມ​ວ່າບັນ​ຫາ​ໃຫຍ່​ໃນ​ປະ​ເທດນີ້​ດຽວນີ້​ແມ່ນ​ມີ​ຄົນ​ທີ່ບໍ່​ມີ​ບ່ອນ​ອາ​ໄສຫຼາຍ ພ້ອມ​ກັບ​ຜູ້​ໃຊ້​ຢາ​ເສບ​ຕິດເຊັ່ນ​ຢາ​ບ້າ, ກັນ​ຊາ, ໂຄ​ເຄນ, ເຮ​ໂຣ​ອິນ ແລະ​ອື່​ນໆ. ເຂົາ​ເຈົ້າ​ໄດ້​ສ້າງ​ບັນ​ຫາ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ. ດັ່ງ​ນັ້ນ​ເວ​ລາ​ທີ່​ຕຳຫຼວດ​ເຂົ້າ​ຫາ​ຄົນ​ພວກນີ້​ເຂົາ​ເຈົ້າ​ຕ້ອງ​ໄດ້​ລະ​ວັງ​ຕົວ​ເປັນ​ພິ​ເສດ ເຊິ່ງ​ບາງ​ຄັ້ງ​ເຂົາ​ເຈົ້າ​ກໍ​ຕ້ອງ​ໄດ້​ໃຊ້​ກຳ​ລັງ​ເຂົ້າ​ຈັບ​ກຸມ.

ຕຳຫຼວດ ສະ​ຫະ​ລັດ ​ຈະ​ໃຊ້​ກຳ​ລັງ​ເວ​ລາ​ທີ່​ຜູ້​ຕ້ອງ​ສົງ​ໄສຂັດ​ຂືນ​ຄຳ​ສັ່ງ ຫຼື ມີ​ອາ​ວຸດ​ໃນ​ຄອບ​ຄອງ​. ສະ​ຖາ​ນະ​ການ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ໃຊ້​ກຳ​ລັງ​ແມ່ນ​ການ​ຈັບ​ກຸມ, ຄວາມບໍ່​ສະ​ຫງົບ, ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບ​ຄົວ, ການ​ກັກ​ລົດ​ຢູ່​ຖະ​ໜົນ, ເມົາ​ເຫຼົ້າ ແລະ ອື່ນໆ.

ການ​ໃຊ້​ກຳ​ລັງ​ເຂົ້າ​ຈັບ​ກຸມ​ຂອງຕຳຫຼວດແມ່ນ​ມີ​ຢູ່ 5 ລະ​ດັບ​ຄື​ນຶ່ງການ​ໃຊ້​ຄຳ​ເວົ້າ, 2 ບໍ່​ໃຊ້​ອາ​ວຸດ, 3 ການ​ໃຊ້​ອາ​ວຸດ​ທີ່ບໍ່​ຮ້າຍ​ແຮງ​ເຖິງ​ຊີ​ວິດ, 4 ການ​ໃຊ້​ກຳ​ລັງ​ເຖິງ​ແກ່​ຊີ​ວິດ (ໃນ​ການ​ປ້ອງ​ກັນ​ຕົນ​ເອງ) ແລະ 5 ແມ່ນ​ການ​ໃຊ້​ກຳ​ລັງ​ເຖິງ​ແກ່​ຊີ​ວິດ (ໃນ​ການ​ໂຈມ​ຕີ.)

ພຸ​ດ​ທະ​ສອນ ຖາມ​ເວ​ລາ​ອ້າຍ​ປະ​ຕິ​ບັດ​ໜ້າ​ທີ່​ອ້າຍ​ເຄີຍ​ໃຊ້​ກຳ​ລັງ​ບໍ່?

“ບາງ​ເທື່ອ, ມັນ​ຈຳ​ເປັນ​ບາງ​ເທື່ອ. ເພາະ​ວ່າ​ປົກ​ກະ​ຕິ​ເຮົາ​ພະ​ຍາ​ຍາມບໍ່​ໃຊ້​ກຳ​ລັງ. ຕຳຫຼວດ​ບາງ​ຄົນ​ຢ້ານ​ໃຊ້​ກຳ​ລັງ​ເພາະ​ວ່າ​ດຽວນີ້​ປະ​ຊາ​ຊົນ​ບໍ່​ມັກ. ແຕ່​ວ່າ​ຈະ​ມີ​ຄົນ​ທີ່​ເຮັດ​ຜິດ​ກົດ​ໝາຍ ມັນ​ເປັນ​ເລື່ອງ​ຮ້າຍ​ແຮງ ແລະ ເຂົາ​ເຈົ້າ​ບໍ່​ຍອມ, ມັນ​ຈຳ​ເປັນຕ້ອງ​ໃຊ້​ກຳ​ລັງ​ໜ້ອຍ​ທີ່​ສຸດທີ່​ເປັນ​ໄປ​ໄດ້. ແຕ່​ເກືອບ​ທຸກ​ອາ​ທິດ​ເຈົ້າ​ຕ້ອງ​ໃຊ້​ກຳ​ລັງ. ປົກ​ກະ​ຕິ​ເຮົາ​ບໍ່​ໄດ້​ຕີ​ຄົນ​ເຮົາ​ມີ​ແຕ່​ພິກ​ເຂົາ​ເຈົ້າ​ໄປ​ມາ​ໜ້ອຍ​ນຶ່ງ.

ພຸ​ດ​ທະ​ສອນ ຖາມ: ອ້າຍບໍ່​ໄດ້​ໃຊ້​ປືນ​ຈັກ​ເທື່ອ​ເນາະ?

“ຄັ້ງ​ນຶ່ງ, ຍິງ​ຄົນ​ນຶ່ງໃນ​ອາ​ຊີບ​ຂ້ອຍ. ມັນ​ເປັນ​ຄອບ​ຄົວ​ກັບ​ລັງ​ຕີ​ກັນ​ຖຽງ​ກັນ ແລ້ວ​ລາວ​ຍ່າງ​ມາ​ຫາ​ຂ້ອຍ ລະ​ລາວ​ມີ​ມີດ ຂ້ອຍບອກ​ໃຫ້​ລາວ​ຢຸດຫຼາຍ​ເທື່ອ​ລາວບໍ່​ໄດ້​ຢຸດ.”

ຜູ້​ຊາຍ​ຄົນ​ດັ່ງ​ກ່າວ​ທີ່​ຖືກ​ຍິງ​ແມ່ນບໍ່​ໄດ້​ເສຍ​ຊີ​ວິດ ແຕ່​ລາວ​ໄດ້​ເສຍ​ຊີ​ວິດ​ນຶ່ງ​ປີ​ຕໍ່​ມາ​ຍ້ອນ​ອຸ​ບັດ​ຕິ​ເຫດ.

ບາງ​ຄັ້ງ​ຕຳຫຼວດກໍ​ໄດ້​ໃຊ້​ກຳ​ລັງ​ເກີນ​ຂອບ​ເຂດ, ຈົນ​ເຮັດ​ໃຫ້​ຜູ້​ຕ້ອ​ງ​ສົງ​ໄສ​ໄດ້​ຮັບ​ບາດ​ເຈັບ ແລະ ແມ່ນ​ກະ​ທັ້ງ​ເສຍ​ຊີ​ວິດ​, ຕົວ​ຢ່າງ​ຄະ​ດີໃນ​ລັດ​ມິນ​ເນ​ໂຊ​ຕ້າ ທີ່​ຕຳຫຼວດຄົນ​ຜິວ​ຂາວ​ໃຊ້​ຫົວ​ເຂົ່າ​ກົດ​ໃສ່​ຄໍ​ຂອງ​ຜູ້​ຕ້ອງ​ສົງ​ໄສຄົນ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ອາ​ຟ​ຣິ​ກາ ທ້າວ ຈອດ​ຈ໌ ຟ​ລອຍດ໌ ຈົນ​ເສຍ​ຊີ​ວິດ. ເຮັດ​ໃຫ້​ປະ​ຊາ​ຊົນ​ອອກ​ມາປະ​ທ້ວງ​ໃນ​ທົ່ວ​ປະ​ເທດ ເພື່ອ​ຕໍ່​ຕ້ານ​ຄວາມ​ໂຫດ​ຮ້າຍ​ຂອງ​ຕຳຫຼວດ​ຕໍ່​ປະ​ຊາ​ຊົນ.

​ທ່ານ ຈອນ ຄົນ​ລາວ​ທີ່ອ​າ​ໄສ​ຢູ່​ລັດ​ນິວຢອກ ກ່າວ​ວ່າ​ການ​ຂັດ​ຂືນ​ຕຳຫຼວດ​ແມ່ນ​ຄວາມ​ຜິດ​ພາດ​ຢ່າງ​ໃຫຍ່.

ທ່ານ ຈອນ ກ່າວ​ວ່າ “​ເຮົາ​ເຫັນ​ຂ່າວ​ຕຳຫຼວດ​ຍິງ​ຄົນ​ຕາຍ​ທຸກ​ເທື່ອ​ກະ​ຍ້ອນ​ເຂົາ​ເຈົ້າ​ບໍ່​ຟັງ​ຄຳ​ສັ່ງ​ຕຳຫຼວດ. ເວ​ລາ​ອ້າຍ​ຖືກ​ຕຳຫຼວດ​ກັກ​ນີ້​ອ້າຍ​ຊິບໍ່​ເຮັດ​ຫຍັງ​ໃຫ້​ເພິ່ນ​ສົງ​ໄສ. ມື​ຕ້ອງ​ຈັບ​ພວງ​ມາ​ໄລ​ລົດ​ຕະຫຼອດ. ຖ້າ​ເຮົາ​ຍ້າຍ​ມື​ໄປ​ບ່ອນ​ອື່ນ​ເຂົາ​ອາດ​ຄິດ​ວ່າ​ເຮົາ​ຊິ​ຍື້​ໄປ​ເອົາ​ປືນ​ເອົາ​ອາ​ວຸດ​ຊີ້​ນະ. ເຂົາ​ອາດ​ໃຊ້​ກຳ​ລັງ​ກັບ​ເຮົາ​ໄດ້.”

ໂດຍ​ລວມ​ແລ້ວ, ຕຳຫຼວດ​ໃນ ສະ​ຫະ​ລັດ ໄດ້​ສ້າງ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່​ຊຸມ​ຊົນຕ່າງໆ​ໃນ​ທົ່ວ​ປະ​ເທດ. ຖ້າ​ເກີດ​ເຫດ​ການ​ສຸກ​ເສີນ ແລະ ໂທ​ຫາ​ເບີ 911 ເຂົາ​ເຈົ້າ​ຈະ​ມາ​ຮອດ​ທ່ານ​ໃນ​ເວ​ລາບໍ່​ເຖິງ 5 ນາ​ທີ.