ສະຫະລັດ ກໍາລັງພະຍາຍາມຄວບຄຸມຄວາມໂກດແຄ້ນຈໍານວນນຶ່ງ ທີ່ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງ ແລະເຮັດໃຫ້ເກີດການປະທ້ວງຫຼາຍແຫ່ງຢູ່ທົ່ວໂລກ ລຸນຫຼັງ ການໂຈມຕີໃສ່ໂຮງຫມໍ ອາລີ ອາຣັບ (Ahli Arab) ຢູ່ແຫຼມກາຊາ ໃນອາທິດທີ່ ຜ່ານມາ.
ຄວາມໂກດແຄ້ນທັງຫຼາຍໄດ້ສຸມໃສ່ ອິສຣາແອລ, ໂດຍມີຜູ້ປະທ້ວງຫຼາຍຄົນປະ ຕິບັດຕາມການນໍາພາຂອງກຸ່ມຫົວຮຸນແຮງປາແລັສະໄຕນ໌ຮາມາສ, ເຊິ່ງກ່າວຫາ ອິສຣາແອລ ວ່າດໍາເນີນການໂຈມຕີທາງອາກາດ, ໂດຍຮ້ອງເຫດການດັ່ງກ່າວ ນີ້ວ່າເປັນ "ການສັງຫານຂ້າລ້າງເຜົ່າພັນ."
ແຕ່ ສະຫະລັດ ໄດ້ໃຫ້ການສະໜັບສະໜູນຕອບໂຕ້ຄືນ, ດ້ວຍການເຜີຍແຜ່ການປະເມີນຂໍ້ມູນລັບເບື້ອງຕົ້ນຂອງຕົນ ໃນຂະນະດຽວກັນຍັງໄດ້ແບ່ງປັນລາຍລະອຽດຂອງການຄົ້ນພົບຕ່າງໆເພີ້ມເຕີມກັບບັນດາລັດຖະບານທີ່ສຳຄັນ.
ແຟ້ມຮູບ-ພາບຖ່າຍດາວທຽມ ທີ່ໄດ້ຮັບການສະໜອງຈາກ Maxar Technologies ທີ່ຖ່າຍໃນວັນທີ 18 ຕຸລາ 2023, ສະແດງໃຫ້ເຫັນເຖິງຜົນຮ້າຍຫຼັງຈາກການໂຈມຕີໃສ່ໂຮງໝໍ Ahli Arab ແລະບໍລິເວນໃກ້ຄຽງ ໃນແຫຼມກາຊາ, ວັນທີ 17 ຕຸລາ 2023.
"ພວກເຮົາໄດ້ອອກໄປ ແລະແບ່ງປັນການວິເຄາະ ກັບພາຄີຂອງພວກເຮົາທັງ ຫຼາຍຢູ່ໃນທົ່ວໂລກ," ອີງຕາມເຈົ້າໜ້າທີ່ສືບລັບອາວຸໂສຂອງສະຫະລັດ ທີ່ກ່າວ ຕໍ່ບັນດານັກຂ່າວໃນຕອນແລງຂອງວັນອັງຄານວານນີ້, ເຊິ່ງໄດ້ກ່າວໃນສະພາບ ທີ່ບໍ່ສາມາດເປີດເຜີຍຊື່ໄດ້ ຍ້ອນລັກສະນະຂອງເຫດການທີ່ລະອຽດອ່ອນ.
"ມາຮອດປັດຈຸບັນນີ້, ມັນມີຄວາມເຂັ້ມແຂງພໍສົມຄວນໃນສິ່ງທີ່ພວກເຮົາສາມາດ ສະໜອງໄດ້," ເຈົ້າໜ້າທີ່ກ່າວເພີ້ມເຕີມ. "ຂ້າພະເຈົ້າສົງໃສວ່າພວກເຮົາຈະມີ ການຍົກລະດັບມັນ ແລະສົ່ງຂໍ້ມູນອອກໄປເພີ້ມເຕີມ ໃນຂະນະທີ່ພວກເຮົາດໍາເນີນງານໄປຂ້າງຫນ້າ."