ທຳນຽບຂາວກ່າວວ່າ ຕົນກຳລັງຕິດຕາມເບິ່ງການກໍ່ລັດຖະປະຫານຢູ່ໃນ ໄນເຈີຢ່າງ ໃກ້ຊິດ, ໃນຂະນະທີ່ສະຖານທູດສະຫະລັດ ກຽມຍົກຍ້າຍພະນັກງານຈຳນວນອອກຈາກປະເທດອາຟຣິກາຕາເວັນຕົກແຫ່ງນັ້ນ. ຂະນະທີ່ພວກວາງແຜນກໍ່ລັດຖະປະຫານ ໄດ້ແນມເບິ່ງເສັ້ນຕາຍວ່າວັນອາທິດນີ້ ໃຫ້ເອົາປະທານາທິບໍດີຜູ້ຖືກເລືອກຕັ້ງແບບປະຊາທິປະໄຕທີ່ຖືກປົດອອກຈາກຕຳແໜ່ງນັ້ນກັບຄືນມາກຳຕຳແໜ່ງຄືນຢູ່ນັ້ນ, ພວກນັກວິເຄາະກ່າວວ່າ ມົສກູ ແລະປັກກິ່ງກໍຕິດຕາມເບິ່ງ ນິອາເມ ແລະຊອກຫາໂອກາດເພື່ອຈະຂະຫຍາຍອິດທິພົນຂອງຕົນ.
ທ່ານຈອນ ເຄີບີ ຫົວໜ້າຝ່າຍສື່ສານຍຸດທະສາດຂອງສະພາຄວາມໝັ້ນ ຄົງແຫ່ງຊາດ ກ່າວຕໍ່ນັກຂ່າວໃນອາທິດນີ້ວ່າ "ພວກເຮົາກຳລັງຕິດຕາມເບິ່ງເລື່ອງນີ້ຢ່າງໃກ້ຊິດ. "ແລະພວກເຮົາບໍ່ໄດ້ຕັດສິນໃຈໃດໆ ແຕ່ແນ່ນອນວ່າ ພວກເຮົາຈະດໍາເນີນການຢ່າງ ເຂັ້ມງວດ ເພື່ອປະເມີນການຊ່ວຍເຫຼືອຂອງພວກເຮົາໃນຂັ້ນຕໍ່ໄປ."
ການກໍ່ລັດຖະປະຫານໃນອາທິດແລ້ວນີ້ ໃນປະເທດໄນເຈີ ໄດ້ປະຕິບັດຕາມແບບຢ່າງ ທີ່ເຮັດໂດຍການກໍ່ລັດຖະປະຫານໃນມໍ່ໆມານີ້ໃນມາລີ, ກີເນຍ ແລະ ເບີກີນາ ຟາໂຊ: ນາຍທະຫານກຸ່ມນຶ່ງທີ່ບໍ່ພໍໃຈຕໍ່ຄວາມໝັ້ນຄົງ ແລະ ການປົກຄອງທີ່ບໍ່ດີ, ໄດ້ຈັບຕົວ ຜູ້ນຳຂອງປະເທດ, ຍຶດເອົາຄື້ນອອກອາກາດ ແລະ ປະກາດວ່າຕົນເອງເປັນ ຜູ້ຮັບຜິດຊອບທັງໝົດ.
ພວກສັນຊາດອີຕາລີ ແລະຊາວຢູໂຣບຈາກປະເທດອື່ນ ແລະພົນລະເມືອງອາເມຣິກັນທີ່ພາກັນຍົກຍ້າຍອອກຈາກໄນເຈີຫລັງຈາກທະຫານໄດ້ກໍ່ລັດຖະປະຫານນັ້ນ ໄດ້ພາກັນໄປເຖິງສະໜາມບິນແຫ່ງນຶ່ງໃຫ້ກັບນະຄອນຫລວງໂຣມ, ອາຕາລີ, ວັນທີ 2 ສິງຫາ, 2023.
ແຕ່ຖ້າເອົາທັດສະນະທີ່ຄ້າຍຄືກັນທີ່ໂດດເດັ່ນ, ນັ້ນໄວ້ຕ່າງຫາກແລ້ວ ການກໍ່ລັດຖະ ປະຫານໃນປະເທດຢູ່ເຂດອາຟຣິກາຕາເວັນຕົກແຫ່ງນັ້ນ ແມ່ນແຕກຕ່າງກັນ, ແລະ ເຮັດໃຫ້ວໍຊິງຕັນຕິດຕາມເບິ່ງ "ເປັນແຕ່ລະຊົ່ວໂມງໄປ" ເພື່ອເບິ່ງວ່າການ ທູດທີ່ຫນ້າເກງຂາມ ຈະເຮັດໃຫ້ປະທານາທິບໍດີທີ່ຖືກປົດອອກຈາກຕໍາແໜ່ງ - ເຊິ່ງກະຊວງການຕ່າງປະເທດໄດ້ສະແດງ "ການສະຫນັບສະຫນູນຢ່າງບໍ່ຢຸດຢັ້ງ" - ນັ້ນກັບຄືນສູ່ອໍານາດໄດ້ບໍ່.
ທັງນີ້ ກໍເພາະວ່າ ໄນເຈີເປັນຄູ່ຮ່ວມມືທີ່ສຳຄັນຂອງສະຫະລັດໃນການຕໍ່ສູ້ກັບລັດທິຫົວຮຸນແຮງອິສລາມໃນເຂດຊາແຮລ ໂດຍມີຖານທັບເຮືອບິນທີ່ສຳຄັນຂອງສະຫະລັດ ແລະກຳລັງທະຫານສະຫະລັດຫຼາຍຮ້ອຍຄົນຢູ່ໃນປະເທດນັ້ນ.