ລັດຖະບານ ທ່ານໄບເດັນ, ເບິ່ງຄືວ່າ ບໍ່ປ່ຽນແປງຕໍ່ວິໄສທັດທີ່ພົ້ນເດັ່ນຂອງຕົນສໍາລັບແຫຼມກາຊາລຸນຫລັງສົງຄາມ, ເຖິງແມ່ນວ່ານາຍົກລັດຖະມົນຕີຂອງອິສລາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ປະຕິເສດກ່ຽວກັບອົງປະກອບທີ່ສໍາຄັນຂອງແຜນການດັ່ງກ່າວນັ້ນ ກ່ຽວກັບການສ້າງຕັ້ງລັດປາແລັສໄຕນ໌.
ທຳນຽບຂາວ ໃນເວລາດຽວກັນ ກໍມີຄວາມຫວັງ ທີ່ຈະໄກ່ເກ່ຍໃຫ້ມີການສ້າງຕັ້ງສາຍພົວພັນຢ່າງເປັນປົກກະຕິ ລະຫວ່າງອິສຣາແອລ ແລະ ຊາອຸດີ ອາຣາເບຍ, ເຊິ່ງເປັນລາງວັນທີ່ສະແຫວງຫາມາດົນນານໂດຍມີຄວາມໝາຍທາງດ້ານເສດຖະ ກິດ ແລະ ຄວາມໝັ້ນຄົງຢ່າງກວ້າງຂວາງຢູ່ໃນພາກພື້ນ.
ແຕ່ ທ່ານເນຕັນຢາຮູ ຫັນຫຼັງໃສ່ແຜນການດັ່ງກ່າວຢູ່ທີ່ກອງປະຊຸມຖະແຫຼງຂ່າວທີ່ອອກອາກາດທົ່ວປະເທດ ໃນວັນພະຫັດວານນີ້, ໂດຍຢືນຢັດໃຫ້ອິສຣາແອລຄວບຄຸມດ້ານຄວາມໝັ້ນຄົງຕໍ່ໝົດທຸກສິ່ງທີ່ປະກອບດ້ວຍດິນແດນຂອງຊາວປາແລັສໄຕນ໌.
ທ່ານກ່າວວ່າ "ນີ້ ຂັດກັບແນວຄວາມຄິດກ່ຽວກັບອະທິປະໄຕ, ແລ້ວພວກເຈົ້າສາມາດເຮັດຫຍັງໄດ້?"
ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄບີ ບອກປະຕິເສດຕໍ່ຄຳເຫັນດັ່ງກ່າວນັ້ນ.
ທ່ານກ່າວຕໍ່ບັນດານັກຂ່າວໃນຂະນະຢູ່ເທິງເຮືອບິນ Air Force One ໃນວັນພະຫັດວານນີ້ວ່າ "ນີ້ບໍ່ແມ່ນການສະແດງຄຳເຫັນໃໝ່ ຂອງນາຍົກລັດຖະມົນຕີ ເນຕັນຢາຮູ. ພວກເຮົາເຊື່ອວ່າ ຊາວປາແລັສໄຕນ໌ມີສິດທິໃນການດຳລົງຊີວິດຢູ່ໃນລັດເອກະລາດ ທີ່ມີສັນຕິພາບ ແລະຄວາມໝັ້ນຄົງ."
Your browser doesn’t support HTML5
US, Israel Differ Over Future of Gaza
ທ່ານ ເນຕັນຢາຮູ ກ່າວວ່າ, ທ່ານໄດ້ແຈ້ງໃຫ້ລັດຖະບານ ທ່ານ ໄບເດັນ ຮັບຮູ້ກ່ຽວກັບທ່າທີຂອງຕົນ, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມແຕກແຍກ ອັນເລິກເຊິ່ງລະຫວ່າງລັດຖະບານອິສຣາແອລ ແລະຜູ້ສະໜັບສະໜຸນທີ່ແຂງຂັນທີ່ສຸດກ່ຽວກັບການບຸກໂຈມຕີຂອງກອງທັບຕົນຕໍ່ຕ້ານພວກຫົວຮຸນແຮງຮາມາສໃນດິນແດນປາແລັສໄຕນ໌ທີ່ຖືກປິດລ້ອມ.
ວໍຊິງຕັນ ໄດ້ຮຽກຮ້ອງໃຫ້ ອິສຣາແອລ ຜ່ອນຜັນການໂຈມຕີຂອງຕົນ, ເຊິ່ງໄດ້ສັງຫານປະຊາຊົນ ຢູ່ໃນຂົງເຂດກາຊາໄປແລ້ວຫຼາຍກວ່າ 24,000 ຄົນ, ອີງຕາມກະຊວງສາທາລະນະສຸກທີ່ປົກຄອງໂດຍກຸ່ມຮາມາສ ຢູ່ໃນຂົງເຂດກາຊາ. ການໂຈມຕີຂອງກຸ່ມຮາມາສໃນວັນທີ 7 ຕຸລາ ໄດ້ສັງຫານປະຊາຊົນໃນອິສຣາແອລ 1,200 ຄົນ, ເຊິ່ງເປັນເຫດການທີ່ນອງເລືອດທີ່ສຸດໃນການປະທະກັນມາເປັນເວລາຫຼາຍທົດສະວັດທີ່ຍາວນານ.
The Biden administration appears unswayed from its emerging vision for a postwar Gaza Strip despite Israeli Prime Minister Benjamin Netanyahu’s rejection Thursday of a key element of that plan — the establishment of a Palestinian state.
The White House hopes at the same time to broker a normalization of relations between Israel and Saudi Arabia, a long-sought prize with broad economic and security implications for the region.
But Netanyahu turned his back on the scheme at a nationally broadcast news conference Thursday, insisting on Israeli security control over all of what now comprises the Palestinian territories.
"This collides with the idea of sovereignty,” he said. “What can you do?"
National Security Council spokesman John Kirby brushed off the remark.
"This is not a new comment by Prime Minister Netanyahu. We obviously see it differently," he said to reporters Thursday onboard Air Force One. "We believe that the Palestinians have every right to live in an independent state with peace and security."
Netanyahu said he has informed the Biden administration of his position, highlighting deep divisions between the Israeli government and the staunchest backer of its military campaign against Hamas in the Palestinian enclave.
Washington has urged Israel to scale back its offensive, which has killed more than 24,000 people in Gaza, according to the Hamas-run Gaza Health Ministry. The October 7 attack by Hamas killed 1,200 people in Israel — the bloodiest episode in the decadeslong conflict.