ທຳນຽບຂາວ ບໍ່ສະແດງຄວາມຄິດເຫັນ ຕໍ່ການກ່າວຂອງທ່ານໄບເດັນ ກ່ຽວກັບ ‘ການຖິ້ມລະເບີດໂດຍບໍ່ມີການຈຳແນກ’ ຂອງອິສຣາແອລ

ແຟ້ມພາບ - ທ່ານ ຈອນ ເຄີບີ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ກ່າວລະຫວ່າງການສະຫຼຸບປະຈຳວັນ ຢູ່ທຳນຽບຂ່າວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ກັນຍາ 2023.

ທຳນຽບຂາວ ປາກົດວ່າ ກຳລັງຈະນຳເອົາການຕໍາໜິແບບເປີດເຜີຍທີ່ໜັກໜ່ວງທີ່ສຸດ ທີ່ເຄີຍມີມາ ຂອງປະທານາທິບໍດີ ໂຈ ໄບເດັນ ຕໍ່ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ແລະ ສິ່ງທີ່ທ່ານໄດ້ອະທິບາຍວ່າເປັນ “ການຖິ້ມລະເບີດໂດຍບໍ່ມີການຈຳແນກ” ຂອງອິສຣາແອລ ຢູ່ເຂດກາຊາ.

ການ​ເຄື່ອນ​ໄຫວ​ທາງ​ທະຫານ​ທີ່​ແກ່ຍາວ​ເປັນ​ເວລາ 10 ອາທິດ​ຂອງ​ອິສຣາ​ແອ​ລ ​ໄດ້​ສັງຫານ​ປະຊາຊົນ​ ຫລາຍ​ກວ່າ 18,000 ຄົນ, ອີງ​ຕາມລາຍງານ ຂອງ​ກະ ຊວງ​ສາທາລະນະ​ສຸກ​ ​ຢູ່ ເຂດກາຊາ ທີ່ບໍລິຫານງານໂດຍກຸ່ມຮາມາສ.

"ປະທານາທິບໍດີໄດ້ສະທ້ອນໃຫ້ເຫັນ ເຖິງຄວາມກັງວົນ ທີ່ພວກເຮົາມີມາ ເປັນໄລຍະເວລາໃດນຶ່ງແລ້ວ ແລະຈະຍັງສືບຕໍ່ມີຕໍ່ໄປ ເນື່ອງຈາກການປະຕິບັດງານທາງທະຫານນີ້ ຍັງຄົງດຳເນີນຢູ່, ກ່ຽວກັບຄວາມຈຳເປັນໃນການຫຼຸດຜ່ອນຄວາມເສຍຫາຍຕໍ່ພົນລະເຮືອນ ແລະການມີຄວາມຊັດເຈນ ແລະລະມັດລະວັງ ແລະຮອບຄອບທີ່ສຸດເທົ່າທີ່ຈະເປັນໄປໄດ້," ທ່ານ ຈອນ ເຄີບີ, ຜູ້​ປະສານ​ງານ​ດ້ານ​ການ​ສື່ສານ​ຍຸດ​ທະ​ສາດ ຂອງສະພາຄວາມໝັ້ນຄົງແຫ່ງຊາດກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ລະຫວ່າງການຖະ​ແຫຼງ​ຂ່າວ ເມື່ອວັນ​ພຸດ​ວານ​ນີ້.

ທ່ານເຄີບີ ໄດ້ຖືກກົດດັນເລື້ອຍໆຈາກບັນດານັກຂ່າວ ໃຫ້ອະທິບາຍຄໍາຄິດຄໍາເຫັນຂອງ ທ່ານໄບເດັນ ໃນລະຫວ່າງ ການໂຄສະນາຫາສຽງໃນວັນອັງຄານ, ບ່ອນທີ່ທ່ານກ່າວວ່າອິສຣາແອລ ກໍາລັງສູນເສຍການສະຫນັບສະຫນູນຈາກສາກົນຍ້ອນ "ການຖິ້ມລະເບີດໂດຍບໍ່ມີການຈໍາແນກ ທີ່ເກີດຂື້ນ."

ກົດໝາຍມະນຸດສະທຳສາກົນ ຫ້າມການໂຈມຕີແບບບໍ່ຈຳແນກ ທີ່ບໍ່ແຍກໃຫ້ເຫັນຢ່າງຈະແຈ້ງລະຫວ່າງຈຸດປະສົງທາງທະຫານ ແລະບຸກຄົນ ຫຼືຊັບສິນຂອງພົນລະເຮືອນ.

ເຖິງແມ່ນວ່າ ຈະມີການຢືນຢັນວ່າ "ປະທານາທິບໍດີ ກ່າວເພື່ອນະໂຍບາຍຕ່າງ ປະເທດຂອງອາເມຣິກາ," ທ່ານເຄີບີ ກໍ່ຈະບໍ່ຢືນຢັນເມື່ອຖືກຖາມວ່າຄໍາຖະແຫຼງຂອງ ທ່ານໄບເດັນ ແມ່ນເປັນການຕີລາຄາຢ່າງເປັນທາງການ ໂດຍຝ່າຍບໍລິ ຫານວ່າ ອິສຣາແອລ ດຳເນີນການປະຕິບັດການທາງທະຫານ ແນວໃດ.

ອ່ານຂ່າວນີ້ເປັນພາສາອັງກິດ