ທໍານຽບຂາວ ໂຈະການຊ່ວຍເຫຼືອຂອງລັດຖະບານກາງ, ເງິນກູ້ຢືມ ແລະໂຄງການອື່ນໆ ໄວ້ຊົ່ວຄາວ

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ຍ່າງໃນລະຫວ່າງທີ່ທ່ານກັບຄືນທໍານຽບຂາວ ຈາກລັດຟລໍຣິດາ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 27 ມັງກອນ 2025.

ຄະນະລັດຖະບານຂອງ ທ່ານ ທຣໍາ ໄດ້ຢຸດໃຫ້ການຊ່ວຍເຫຼືອລ້າຊົ່ວຄາວ, ລວມທັງເງິນກູ້ ແລະໂຄງການການຊ່ວຍເຫຼືອທາງດ້ານການເງິນອື່ນໆ ຢູ່ທີ່ຫ້ອງການຄຸ້ມຄອງແລະງົບປະມານ ຫຼືເອີ້ນຫຍໍ້ວ່າ OMB, ອີງຕາມບົດບັນທຶກທີ່ຢັ້ງຢືນໂດຍອົງການຂ່າວ Reuters, ເຊິ່ງເຮັດໃຫ້ມີການປະນາມຈາກບັນດາສະມາຊິກສະພາຕ່ຳພັກເດໂມແຄຣັດ.

ບົດບັນທຶກດັ່ງກ່າວ ໄດ້ອ້າງເຖິງຄຳສັ່ງຝ່າຍບໍລິຫານຫຼາຍສະບັບ, ລວມທັງຄໍາສັ່ງໃນຄວາມພະຍາຍາມຖອດຖອນໂຄງການທີ່ກ່ຽວຂ້ອງກັບ ຄວາມຫຼາກຫຼາຍ, ຄວາມສະເໝີພາບ ແລະການຮວບຮວມ ຫຼືທີ່ເອີ້ນຫຍໍ້ DEI, ເຊິ່ງປະທານາທິບໍດີ ດໍໂນລ ທຣໍາ ໄດ້ເຊັນລົງນາມຕັ້ງແຕ່ເຂົ້າຮັບຕຳແໜ່ງໃນອາທິດແລ້ວນີ້.

ທ່ານ ແມັດທິວ ເຈ. ເວດທ໌ (Matthew J. Vaeth), ຮັກສາການຜູ້ອໍານວຍການຂອງຫ້ອງການຄຸ້ມຄອງ ແລະງົບປະມານ, ຂຽນໄວ້ໃນບົດບັນທຶກວ່າ “ໃນລະຫວ່າງນີ້, ສໍາລັບຂອບເຂດທີ່ອະນຸຍາດພາຍໃຕ້ກົດໝາຍທີ່ກ່ຽວຂ້ອງ, ອົງການຕ່າງໆຂອງລັດຖະບານກາງ ຕ້ອງຍຸຕິກິດຈະກໍາທີ່ກ່ຽວຂ້ອງກັບພັນທະ ຫຼື ການເບີກຈ່າຍຂອງການຊ່ວຍເຫຼືອດ້ານການເງິນທັງໝົດຂອງລັດຖະບານກາງ ຊົ່ວຄາວ, ແລະກິດຈະກໍາຂອງອົງການທີ່ກ່ຽວຂ້ອງອື່ນໆ ທີ່ອາດຈະໄດ້ຮັບຜົນກະທົບຈາກຄໍາສັ່ງຝ່າຍບໍລິຫານ, ເຊິ່ງລວມທັງ ແຕ່ບໍ່ຈໍາກັດ ເຊັ່ນ ການຊ່ວຍເຫຼືອດ້ານການເງິນສໍາລັບການຊ່ວຍເຫຼືອແກ່ຕ່າງປະເທດ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ໂຄງການ DEI, ການຮັບຮູ້ໃນອຸດົມການທາງເພດ, ແລະຂໍ້ຕົກລົງໃຫມ່ສີຂຽວ (green new deal).”

ອີງຕາມບົດບັນທຶກ, ການຢຸດເຊົາດັ່ງກ່າວມານັ້ນ ມີຜົນບັງຄັບໃຊ້ນັບແຕ່ວັນທີ 28 ມັງກອນ ເວລາ 5 ໂມງແລງ ຕາມເວລາໃນພາກຕາເວັນອອກ ເປັນຕົ້ນໄປ.

ບັນດາສະມາຊິກສະພາຕ່ຳຈາກພັກເດໂມແຄຣັດ ທີ່ຮັບຜິດຊອບກ່ຽວກັບການຈັດສັນງົບປະມານ ໄດ້ຕອບໂຕ້ຕໍ່ບົດລາຍງານຂອງບົດບັນທຶກຊ່ວຍຈຳ ໂດຍການສົ່ງຈົດໝາຍຮຽກຮ້ອງໃຫ້ OMB ຍົກເລີກການຕັດສິນໃຈຂອງທໍານຽບຂາວ.

ສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານນາງ ແພັດຕີ້ ເມີເຣ (Patty Murray) ແລະສະມາຊິກສະພາຕ່ຳຈາກພັກເດໂມແຄຣັດ ທ່ານນາງ ໂຣຊາ ເດີລໍໂຣ (Rosa DeLauro) ຂຽນວ່າ “ຂອບເຂດຂອງສິ່ງທີ່ທ່ານສັ່ງອອກມານັ້ນ ເປັນເລື່ອງທີ່ໜ້າຕົກໃຈ ແບບບໍ່ເຄີຍມີມາກ່ອນ, ແລະຈະສົ່ງຜົນສະທ້ອນທີ່ຕິດຕາມມາຢ່າງຮ້າຍແຮງໃນທົ່ວປະເທດ. ພວກເຮົາຂຽນໜັງສືມາໃນມື້ນີ້ ເພື່ອຮຽກຮ້ອງໃຫ້ທ່ານ ຈົ່ງຍຶດໝັ້ນຕາມກົດໝາຍ ແລະລັດຖະທໍາມະນູນຢ່າງເຂັ້ມງວດທີ່ສຸດ ແລະໃຫ້ຮັບປະກັນວ່າ ຊັບພະຍາກອນຂອງລັດຖະບານກາງທັງຫມົດ ຈະຖືກນໍາໃຊ້ໂດຍສອດຄ່ອງກັບກົດໝາຍ.”

ບົດ​ບັນ​ທຶກກ່າວ​ວ່າ ບັນ​ດາ​ອົງ​ການ​ຕ່າງໆ ​ມີ​ເວ​ລາ​ຮອດ​ວັນ​ທີ 10 ​ກຸມ​ພາ ເພື່ອ​ສົ່ງ​ຂໍ້​ມູນ​ລະ​ອຽດ​ກ່ຽວ​ກັບລາຍການຕ່າງໆ, ໂຄງ​ການ ​ຫຼື​ ກິດ​ຈະ​ກຳ​ທີ່​ຖືກຍຸຕິຊົ່ວຄາວ.

ບົດບັນທຶກເປີດເຜີຍຕື່ມວ່າ ການໂຈະດັ່ງກ່າວ ຈະເຮັດໃຫ້ຝ່າຍບໍລິຫານມີເວລາເພື່ອທົບທວນໂຄງການຕ່າງໆຂອງອົງການ ແລະກໍານົດການນໍາໃຊ້ເງິນທຶນທີ່ດີທີ່ສຸດສໍາລັບໂຄງການເຫຼົ່ານັ້ນ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະລໍາດັບຄວາມສໍາຄັນອື່ນໆຂອງ ທ່ານ ທຣໍາ.

ອ່ານຂ່າວນີ້ເປັນພາສາອັງກິດ