ຊາວອິສຣາແອລ ທີ່ຖືກປ່ອຍໂຕ ແລະໄດ້ຮັບການຟື້ນຟູ ໃນມື້ທໍາອິດຂອງການຢຸດຍິງນັ້ນ ແມ່ນໃຜ?

ບັນດາຍາດພີ່ນ້ອງ ພ້ອມທັງໝູ່ເພື່ອນຂອງຄົນທີ່ເສຍຊີວິດ ແລະຖືກຈັບໂຕໄປໃນຂົງເຂດກາຊາໂດຍກຸ່ມຮາມາສ, ສະແດງຄວາມທ່າທາງອອກມາ ໃນລະຫວ່າງຮວມໂຕກັນໃນເມືອງ ເທລອາວີບ, ອິສຣາແອລ, ວັນທີ 19 ມັງກອນ 2025.

ໂຕປະກັນທີ່ກຸ່ມຮາມາສຈັບກຸມ 3 ຄົນ ໄດ້ຖືກປ່ອຍໂຕອອກມາໃນວັນອາທິດວານນີ້ ລຸນຫຼັງຖືກກັກຂັງມາເປັນເວລາ 471 ມື້, ເຊິ່ງເປັນສ່ວນນຶ່ງຂອງການຢຸດຍິງລະຫວ່າງ ອິສຣາແອລ ແລະ ກຸ່ມຫົວຮຸນແຮງປາແລັສໄຕນ໌. ມີການຕົກລົງເຫັນດີໃນການ​ປ່ອຍ​ໂຕ​ຜູ້ທີ່ຖືກຈັບໄປຫຼາຍ​ສິບ​ຄົນແບບຄ່ອຍເປັນຄ່ອຍໄປໃນອີກ​ຫຼາຍ​ອາ​ທິດ​ຕໍ່​ໜ້າອີກດ້ວຍ, ອີງຕາມລາຍງານຂອງອົງການຂ່າວ AP.

ການ​ຍຸຕິສູ້ລົບ ​ແລະ​ການ​ປ່ອຍ​ໂ​ຕ​ປະກັນ​ ໄດ້ສົ່ງຜົນ​ເຮັດ​ໃຫ້​ປະຊາຊົນຊາວ ອິສຣາແອລຍັງຄົງຫວັງ ​ແລະມີຄວາມຢ້ານ​ກົວ​. ຫຼາຍໆຄົນຢ້ານວ່າ 3 ຂໍ້ຕົກລົງ ສາມາດພົບກັບຄວາມລົ້ມແຫຼວກ່ອນທີ່ໂຕປະກັນທັງໝົດຈະກັບຄືນມາ, ຫຼື ພວກເຂົາເຈົ້າອາດຈະເຂົ້າຂັ້ນທີ່ມີສຸຂະພາບບໍ່ດີ. ຫຼາຍໆຄົນກັງວົນວ່າ ຈໍານວນຜູ້ຖືກຈັບທີ່ເສຍຊີວິດນັ້ນ ອາດມີຫຼາຍກວ່າທີ່ຄາດການໄວ້.

ມີປະມານ 250 ຄົນ​ຖືກ​ລັກ​ພາໂ​ຕ​ໄປ​ໃນ​ລະຫວ່າງ​ການໂຈມຕີເມືອວັນ​ທີ 7 ຕຸລາ ປີ 2023 ຈາກ​ກຸ່ມຮາມາສ, ເຊິ່ງເປັນການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ເກີດ​ສົງຄາມ​ເປັນ​ເວລາ 15 ເດືອນ. ໂຕປະກັນປະມານ 100 ຄົນ ຍັງຄົງອາໄສຢູ່ໃນຂົງເຂດກາຊາ, ຫຼັງຈາກໂຕປະກັນທີ່ຍັງເຫຼືອທັງໝົດໄດ້ຖືກປ່ອຍໂຕ ຫຼື ສົບຂອງເຂົາເຈົ້າຖືກຄົ້ນພົບ.

ໃນບໍ່ເທົ່າໃດຊົ່ວໂມງກ່ອນການຢຸດຍິງໃນວັນອາທິດວານນີ້, ເຊິ່ງຫຼາຍໆຄົນຫວັງວ່າ ເປັນບາດກ້າວທໍາອິດທີ່ຈະສິ້ນສຸດສົງຄາມ, ອິສະຣາແອລ ອອກມາປະກາດວ່າ ໄດ້ຄົ້ນພົບສົບຂອງ ທ້າວ ໂອຣອນ ຊອລ (Oron Shaul), ທະຫານທີ່ຖືກຂ້າຕາຍໃນສົງຄາມ ອິສຣາແອລ ແລະ ກຸ່ມຮາມາສ ເມື່ອປີ 2014 ເຊິ່ງສົບຂອງລາວຖືກກຸ່ມຕິດອາວຸດກັກຂັງໄວ້ຕັ້ງແຕ່ນັ້ນເປັນຕົ້ນມາ.

ແລະນີ້ ແມ່ນບັນດາຂອງໂຕປະກັນສາມຄົນທີ່ຖືກປ່ອຍອອກມາໃນວັນອາທິດວານນີ້:

ຮູບພາບທີ່ບໍ່ໄດ້ລະບຸວັນທີນີ້ ໄດ້ຮັບການສະໜອງໃຫ້ໂດຍຄະນະຄອບຄົວຂອງບັນດາໂຕປະກັນ, ຜູ້ທີ່ຖືກກັກຂັງໃນຂົງເຂດກາຊາໂດຍກຸ່ມຫົວຮຸນແຮງ ຮາມາສ.

ນາງ ໂຣມີ ໂກເນັນ (Romi Gonen) ອາຍຸ 24 ປີ, ຖືກລັກພາໂຕໄປຈາກງານເທດສະການດົນຕີ ໂນວາ (Nova) ທາງພາກໃຕ້ຂອງ ອິສຣາແອລ ໃນວັນທີ 7 ຕຸລາ ປີ 2023. ໃນຕອນເຊົ້າມື້ນັ້ນ, ແມ່ຂອງ ໂກເນັນ, ນາງ ເມີຣາບວ໌ (Merav), ແລະລູກສາວກົກຂອງນາງ ໄດ້ໃຊ້ເວລາປະມານ 5 ຊົ່ວໂມງເວົ້າກັບ ໂກເນັນ ໃນຂະນະທີ່ພວກຫົວຮຸນແຮງໄດ້ບຸກໂຈມຕີຢູ່ບໍລິເວນງານເທດສະການດັ່ງກ່າວ.

ຮູບພາບທີ່ບໍ່ໄດ້ລະບຸວັນທີນີ້ ໄດ້ຮັບການສະໜອງໃຫ້ໂດຍຄະນະຄອບຄົວຂອງບັນດາໂຕປະກັນ, ຜູ້ທີ່ຖືກກັກຂັງໃນຂົງເຂດກາຊາໂດຍກຸ່ມຫົວຮຸນແຮງ ຮາມາສ.

ນາງ ເອັມມີລີ ດາມາຣີ (Emily Damari) ອາຍຸ 28 ປີ, ນາງເປັນພົນລະເມືອງຂອງອັງກິດເຊື້ອສາຍອິສຣາແອລ ທີ່ຖືກລັກພາໂຕໄປຈາກອາພາດທ໌ເມັນຂອງນາງຢູ່ ກິບບຸທສ໌ ຄຟາ ອາຊາ (Kibbutz Kfar Aza), ເຊິ່ງເປັນໝູ່ບ້ານກະສິກຳຊຸມຊົນທີ່ໄດ້ຮັບຜົນກະທົບໜັກຈາກການບຸກໂຈມຕີຂອງກຸ່ມຮາມາສ. ນາງອາໄສຢູ່ໃນອາພາດທ໌ເມັນນ້ອຍໆໃນຊຸມຊົນສໍາລັບໄວໜຸ່ມ, ໂດຍເປັນສ່ວນນຶ່ງຂອງກິບບຸທສ໌ ທີ່ໃກ້ກັບຂົງເຂດກາຊາທີ່ສຸດ. ກຸ່ມ​ຫົວ​ຮຸນ​ແຮງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຮົ້ວບໍລິເວນ​ຊາຍ​ແດນ​ຂອງ​ ກິບບຸທສ໌ ​ແລະ​ໄດ້​ເຂົ້າຍຶດ​ເອົາ​ຄຸ້ມ​ບ້ານ​ດັ່ງກ່າວນີ້.

ຮູບພາບທີ່ບໍ່ໄດ້ລະບຸວັນທີນີ້ ໄດ້ຮັບການສະໜອງໃຫ້ໂດຍຄະນະຄອບຄົວຂອງບັນດາໂຕປະກັນ, ຜູ້ທີ່ຖືກກັກຂັງໃນຂົງເຂດກາຊາໂດຍກຸ່ມຫົວຮຸນແຮງ ຮາມາສ.

ນາງ ໂດຣອນ ສໄຕນ໌ເບຣັກເກີ້ (Doron Steinbrecher) ອາຍຸ 31 ປີ, ເປັນພະຍາບານສັດຕະວະແພດທີ່ຮັກສັດ, ແລະເປັນເພື່ອນບ້ານຂອງ ນາງ ດາມາຣີ ໃນ ກິບບຸທສ໌ ຄຟາ ອາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ