ປະຊາຄົມຊາວລາວ ແລະເອເຊຍຕາເວັນອອກສຽງໃຕ້ ກຳລັງເຕີບໃຫຍ່ຂະຫຍາຍຕົວ ຢູ່ໃນເມືອງວິຈິດຕາ ລັດແຄນຊັສ

ທ່ານຄຳຜຸຍ ມະນີແສງ ແລະພັນລະຍາ ຢູ່ທີ່ວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ລັດແຄນຊັສ.

ເມືອງວິຈິດຕາ ເປັນເມືອງໃຫຍ່ສຸດໃນລັດແຄນຊັສ ຕັ້ງຢູ່ພາກໃຕ້ຕອນກາງຂອງສະຫະລັດ ຊຶ່ງເປັນບ່ອນທີ່ປະຊາຄົມຊາວລາວ ກຳລັງເຕີບໃຫຍ່ຂະຫຍາຍຕົວ ໂດຍເມືອງນີ້ ເປັນທີ່ຕັ້ງຂອງບັນດາໂຮງຈັກໂຮງງານຜະລິດເຮືອບິນໂດຍສານຫຼາຍປະເພດ ພ້ອມທັງໂຮງງານຜະລິດເຄື່ອງຈັກແລະອາໄຫຼ່ຕ່າງໆເປັນຕົ້ນ ຊຶ່ງເປັນເມືອງທີ່ໜ້າມາຕັ້ງຖິ່ນຖານ ອີງຕາມທ່ານຄຳຜຸຍ ມະນີແສງ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາການສຳພາດກັບທ່ານຄຳຜຸຍ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ປະຊາຄົມຊາວລາວ ແລະເອເຊຍຕາເວັນອອກສຽງໃຕ້ ກຳລັງເຕີບໃຫຍ່ຂະຫຍາຍຕົວ ຢູ່ໃນເມືອງວິຈິດຕາ ລັດແຄນຊັສ

ທ່ານຄຳຜຸຍ ມະນີແສງ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງວິຈິດຕາ ໃນທ້າຍປີ 1975 ຊຶ່ງໃນເວລານັ້ນ ທ່ານຍັງເປັນຊາຍໂສດໄວໜຸ່ມອາຍຸ 22 ປີ ທີ່ໄດ້ມາອາໄສຢູ່ກັບຄອບຄົວຜູ້ອຸປະຖຳ ຫຼືສະປ່ອນເຊີ ຊຶ່ງໃນໄລຍະນັ້ນ ທ່ານກ່າວໃຫ້ວີໂອເອຟັງວ່າ:

Your browser doesn’t support HTML5

ທ່ານຄຳຜຸຍ ມະນີແສງ ກ່າວ ກ່ຽວກັບການເຂົ້າມາຕັ້ງຖິ່ນຖານໃນເມືອງວິຈິດຕາ ລັດແຄນຊັສ

ໃນເບື້ອງຕົ້ນທ່ານກໍໄດ້ເລີ້ມເຮັດວຽກຊ່ອຍຜູ້ອຸປະຖຳຂອງທ່ານ ຜູ້ທີ່ມີດິນລ້ຽງສັດຫຼາຍເຮັກຕາ ຊຶ່ງໃນຊ່ວງເວລານັ້ນ ເປັນລະດູໜາວ ກໍໄດ້ເຮັດໃຫ້ທ່ານຄຳຜຸຍ ຮູ້ສຶກຍາກລຳບາກ ແຕ່ເພິ່ນກໍຕ້ອງອົດທົນ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານຄຳຜຸຍ ມະນີແສງ ກ່າວ ກ່ຽວກັບການເລີ້ມຕົ້ນເຮັດວຽກ

ທ່ານກ່າວວ່າ ຕົກມາກາງປີ 1976 ມີຄອບຄົວຊາວລາວ ກໍເລີ້ມເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງວິຈິດຕາ ສອງສາມຄອບຄົວ ແລະທ່ານບອກວ່າ “ກໍໄດ້ອາສາສະໝັກໄປຊ່ອຍພີ່ນ້ອງຊາວລາວ ທີ່ມາໃໝ່ໃນນາມເປັນຄົນລາວຜູ້ນຶ່ງ ທາງໂບດຄາໂຕລິກໄດ້ສະປ່ອນເຊີເອົາຄອບຄົວຊາວລາວເຫຼົ່ານີ້ມາ ແລ້ວກໍໄດ້ໄປແປພາສາໃຫ້ພວກເຂົາແດ່ ແລະພາເຂົາເຈົ້າໄປໂຮງຮ່ຳໂຮງຮຽນ ໄປໂຮງໝອກໂຮງໝໍ ນອກຈາກນັ້ນທ່ານກໍຍັງອາສາສະໝັກຊ່ອຍເຫຼືອຊາວເອເຊຍທີ່ໄດ້ອົບພະຍົບມາຕັ້ງຖິ່ນຖານໃໝ່" ນຳດ້ວຍ ທັງຍັງຕ້ອງໄປຮ່ຳຮຽນຕໍ່ ດັ່ງທີ່ທ່ານກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານຄຳຜຸຍ ມະນີແສງ ກ່າວ ກ່ຽວກັບການອາສາສະໝັກຊ່ອຍເຫຼືອພີ່ນ້ອງຊາວລາວ ແລະຊາວເອເຊຍ

ໃນຊຸມປີ 1920 ຫາ 1930 ອຸດສາຫະກຳການຜະລິດເຄືອງຈັກແລະເຮືອບິນໂດຍສານພານິດ ແລະເຮືອບິນສ່ວນຕົວ ເຊັ່ນວ່າ Beechcraft, Cessna ແລະ Stearman Aircraft ໄດ້ເຂົ້າມາຕັ້ງໂຮງງານຢູ່ໃນເມືອງວິຈິດຕາ ຕໍ່ຈາກນັ້ນ ບັນດາບໍລິສັດໃຫຍ່ໆໃນດ້ານການຜະລິດເຮືອບິນໂດຍສານທີ່ມີຊື່ສຽງໂດ່ງດັງທົ່ວໂລກ ເຊັ່ນ Boeing, Airbus ແລະ Learjet ເປັນຕົ້ນກໍໄດ້ເຂົ້າມາຕັ້ງໂຮງງານເຊັ່ນກັນ ຈຶ່ງເຮັດໃຫ້ເມືອງນີ້ກາຍເປັນສູນກາງຂອງອຸດສາຫະກຳການຜະລິດເຮືອບິນເປັນຫຼັກ ສະນັ້ນຈຶ່ງເປັນເມືອງທີ່ຊາວລາວອົບພະຍົບໄດ້ພາກັນເຂົ້າມາຕັ້ງຖິ່ນຖານນັບມື້ນັບຫຼາຍຂຶ້ນ ດັ່ງທີ່ທ່ານຄຳຜຸຍກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ທ່ານຄຳຜຸຍ ມະນີແສງ ກ່າວ ກ່ຽວກັບວຽກງານຢູ່ໃນເມືອງວິຈິດຕາ

ທ່ານຍັງກ່າວອີກວ່າ “ພີ່ນ້ອງຊາວລາວ ເຮັດວຽກຢູ່ໃນໂຮງງານຜະລິດຍົນຕ່າງໆເກືອບວ່າ 90 ກວ່າເປີເຊັນ ແລະໄດ້ຮັບເງິນເດືອນດີສົມຄວນ ຄ່າຈ້າງງານຂັ້ນຕົ້ນແມ່ນ 30 ໂດລາຕໍ່ຊົ່ວໂມງ ແລະມີວຽກເພີ້ມໃຫ້ເຮັດທີ່ໄດ້ຄ່າຈ້າງຕື່ມຢູ່ເລື້ອຍໆເປັນປະຈຳ ສະນັ້ນຄົນລາວຢູ່ໃນເມືອງວິຈິດຕາ ສ່ວນຫຼາຍມີບ້ານມີເຮືອນຫຼັງໃຫຍ່ ລົດງາມຂີ່ ແລະຢູ່ດີກິນດີ ໝົດທຸກຄົນ.” ທ່ານກ່າວຕື່ມວ່າ ປັດຈຸບັນນີ້ ບໍລິສັດ ໂບອິ້ງຕ້ອງການພະນັກງານຄົນເອເຊຍຫຼາຍທີ່ສຸດ ຫຼາຍພັນຄົນສຳລັບຕຳແໜ່ງຕ່າງໆ ເນື່ອງຈາກວ່າ ຄົນເອເຊຍເຮັດວຽກດີ ດຸມັ່ນຂະຫຍັນ ມັກເຮັດວຽກເພີ້ມ ຫຼື overtime ແລະອີກປະການນຶ່ງ ຫຼາຍໆປະເທດໄດ້ສັ່ງຊື້ເຮືອບິນໂດຍສານຈາກບໍລິສັດ ດັ່ງນັ້ນເພິ່ນຢາກຊັກຊວນພີ່ນ້ອງຊາວລາວ ທີ່ກຳລັງຫາວຽກເຮັດ ກໍຂໍໃຫ້ມາເບິ່ງແລ້ວສະໝັກເຂົ້າເປັນພະນັກງານຢູ່ໂຮງງານຜະລິດເຮືອບິນຂອງໂບອິ້ງໄດ້ ທາງບໍລິສັດຍັງຈະໃຫ້ເງິນພິເສດ ຫຼື ໂບນັສ 3,000 ຫາ 4,000 ໂດລາ ຖ້າໄດ້ເຂົ້າບັນຈຸເປັນພະນັກງານ ຫຼັງຈາກຜ່ານການຝຶກງານໄລຍະສາມເດືອນ ແລະທາງອຳນາດການປົກຄອງເພິ່ນກໍອຳນວຍຄວາມສະດວກຕ່າງໆໃຫ້ໂດຍສະເພາະແມ່ນເຈົ້າເມືອງ.

ທ່ານຄຳຜຸຍ ມະນີແສງ ແຖວໜ້າເບື້ອງຊ້າຍ ພຣະອາຈານ ດຣ. ຄຳພູ ເຈົ້າອະທິການວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ແລະ ເຈົ້າເມືອງວິຈິດຕາ ດຣ. ແແຣນດອນ ວິບໂປ.

ດຽວນີ້ທ່ານຄຳຜຸຍ ໄດ້ກະສຽນອອກກິນເບ້ຍບຳນານແລ້ວ ແຕ່ເພິ່ນກໍຍັງເຮັດວຽກຊ່ອຍສັງຄົມຊາວເອເຊຍໃນເມືອງວິຈິດຕາ ແລະທ່ານໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າຂອງຊາວເອເຊຍໃນເມືອງນີ້ ທັງເປັນທີ່ປຶກສາແກ່ເຈົ້າເມືອງນຳດ້ວຍ ດັ່ງທີ່ທ່ານກ່າວຕໍ່ວີໂອເອ. ນອກຈາກນັ້ນ ທ່ານໄດ້ເປັນປະທານຄະນະກຳມະການວັດ ມາໄດ້ຫຼາຍຟ້າຫຼາຍປີເລີຍໄດ້ລາອອກແຕ່ກໍຍັງໃຫ້ການຊ່ອຍເຫຼືອຕາມເຄີຍ ຊຶ່ງທ່ານກໍໄດ້ຊ່ອຍໃນການຊອກຫາສະຖານທີ່ເພື່ອສ້າງຕັ້ງວັດໃນເມືອງວິດຈິດຕາ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານຄຳຜຸຍ ມະນີແສງ ກ່າວ ກ່ຽວກັບການສ້າງສາວັດລາວພຸດທະຣັຕະນະຣາມເມືອງວິຈິດຕາ

ວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ລັດແຄນຊັສ

ວັດດັ່ງກ່າວນີ້ ຊື່ວ່າ ວັດລາວພຸດທະຣັຕະນະຣາມເມືອງວິຈິດຕາ ໂດຍມີພຣະອາຈານຄຳພູ ເປັນເຈົ້າອະທິການວັດ ຊຶ່ງໃນວັນທີ 26 ສິງຫາ ຫາ ວັນທີ 3 ກັນຍາ 2023 ນີ້ ຈະມີພິທີຈັດບຸນສະເຫຼີມສະຫຼອງຣັຕນະມະຫາວິຫານ ຫຼື ບຸນສະຫຼອງສິມ 9 ບຸນ 9 ມື້ 9 ຄືນ ພ້ອມກັບຊາວພຸດນານາຊາດ ເທື່ອທຳອິດ ຄັ້ງປະຫວັດສາດ ແລະວີໂອເອລາວ ຈະມີລາຍງານກ່ຽວກັບເລື້ອງນີ້ ໃນໂອກາດໜ້າ ກະລຸນາຕິດຕາມຟັງ.