Cosmetics ແມ່ນສານຊະນິດນຶ່ງເຊັ່ນ ຄຣີມໜຽວ ແລະ ນໍ້າຢາສໍາລັບທາຜິວ
Incredible ໝາຍຄວາມວ່າ ຍາກ ທີ່ຈະ ເຊື່ອ, Incredible ຍັງສາມາດແປໄດ້ອີກວ່າ ດີແທ້ໆ, ວິເສດທີ່ສຸດ ຫຼື ຍິ່ງໃຫຍ່
Two peas in a pod ຖືກໃຊ້ເພື່ອພັນລະນາເຖິງສອງຄົນ ທີ່ຄ້າຍຄືກັນຫຼາຍ ແລະ ເຂົ້າ ກັນໄດ້ດີແທ້ໆ. ພວກທ່ານບໍ່ຕ້ອງເປັນຫວ່ງເດີ. ເຄທີ ກັບຂ້າພະເຈົ້າ ຍັງເປັນປົກະຕິດີ. ຂ້າພະເຈົ້າ ພຽງແຕ່ໄດ້ຮູ້ວ່າການປະຊຸມອາຫານເຊົ້າຂອງພວກເຮົາ ອາດຈະຂ້ອນຂ້າງວ່າເຊົ້າເກີນໄປສຳລັບລາວ.
Artifact ແມ່ນສິ່ງປະດິດທໍາມະດາທີ່ຖືກສ້າງຂຶ້ນມາ ແລະນໍາໃຊ້ໂດຍຄົນໃນສະໄໝກ່ອນ, ໃນທາງດ້ານວິທະຍາສາດ ແມ່ນວັດສະດຸ ຫຼື ໂຄງສ້າງ ທີ່ຖືກສ້າງຂຶ້ນມາໂດຍມະນຸດ
ໃນຂ່າວນີ້, ການຖືກໄລ່ອອກຈາກການ ໝາຍຄວາມວ່າທ່ານສູນເສຍວຽກງານຂອງທ່ານ
ຖ້າເຈົ້າ off the hook, ເຈົ້າຫຼຸດພົ້ນຈາກບັນຫາ ຫຼືສະຖານະການທີ່ຫຍຸ້ງຍາກ. ເຈົ້າບໍ່ຈຳເປັນຕ້ອງເຮັດບາງສິ່ງບາງຢ່າງທີ່ເຈົ້າຄວນຈະເຮັດເປັນປະຈຳ ເພາະວ່າມີຄົນອື່ນ ກຳລັງເຮັດມັນແທນເຈົ້າ.
Fake ຍັງສາມາດໝາຍຄວາມວ່າ ບາງສິ່ງທີ່ຄວນຈະເບິ່ງຄືວ່າແທ້, ແຕ່ບໍ່ແມ່ນແທ້
Euphoria ແມ່ນຄວາມຮູ້ສຶກດີໃຈທີ່ສຸກລົ້ນ ແລະຕື່ນເຕັ້ນທີ່ສຸດ, ຕົວຢ່າງ: ຜູ້ທີ່ໄດ້ຮັບໄຊຊະນະ ອາດຈະມີປະສົບການທີ່ຕື່ນເຕັ້ນດີໃຈທີ່ສຸດ ໂດຍສະເພາະ ຖ້າການຊະນະ ເປັນຄວາມປະຫຼາດໃຈ
A pet peeve ແມ່ນສິ່ງເລັກໆນ້ອຍໆ ທີ່ເຮັດໃຫ້ເຈົ້າລຳຄານ. ມັນສາມາດເປັນເລື້ອງແປກ ແລະ ສະເພາະເຈາະຈົງຢ່າງໜ້າປະຫຼາດໃຈ. ມັນຈະເປັນສິ່ງທີ່ຄົນອື່ນເຮັດ ເມື່ອເຈົ້າຢູ່ແຖວໆນັ້ນ ແລະ ເຈົ້າພຽງແຕ່ຢາກໃຫ້ພວກເຂົາຢຸດເຮັດ.
ໃນນີ້ Renovation ໝາຍເຖິງ ການປ່ຽນແປງ ແລະ ສ້ອມແປງຕຶກອາຄານ ເພື່ອຍົກລະດັບໃຫ້ດີຂຶ້ນໃໝ່
Coding ໝາຍຄວາມວ່າ ການຂຽນກ່ຽວກັບລາຍລະອຽດຂອງຄໍາສັ່ງ ເພື່ອໃຫ້ຄອມພິວເຕີ້ປະຕິບັດຕາມ, Coding ຍັງຮູ້ໃນອີກອັນນຶ່ງວ່າ ການຂຽນໂປຣແກຣມຄອມພິວເຕີ້
ຖ້າໃຜຄົນນຶ່ງ ເວົ້າວ່າ I’m game, ມັນໝາຍຄວາມວ່າ ພວກເຂົາ ຕັ້ງໃຈ ຫຼື ພ້ອມ ທີ່ຈະເຮັດສິ່ງໃດສິ່ງນຶ່ງ. ພວກເຂົາຈະເຮັດຕາມແຜນການ ຫຼື ຄຳແນະນຳໃດກໍຕາມ ທີ່ທ່ານມີ. ແຕ່ວ່າ ໃນກໍລະນີນີ້, ຂ້າພະເຈົ້າບໍ່ແນ່ໃຈວ່າ ແດນ ພ້ອມ ທີ່ຈະມີອານນາ ເປັນຄູ່ຕີ ພິກເຄີລບອລ ຂອງລາວ ຫຼືບໍ່.
Burgeoning ໝາຍເຖິງການຂະຫຍາຍໂຕ ຫຼືພັດທະນາຢ່າງໄວວາ
Integration ຍັງມີຄວາມໝາຍວ່າ ສອງສິ່ງ ຫຼື ຫຼາຍກວ່ານັ້ນຮວມເຂົ້າກັນ ເພື່ອສ້າງບາງສິ່ງທີ່ແຕກຕ່າງອອກໄປ
ຄົນທີ່ມີສອງໜ້າ ປະພຶດໂຕໃນທາງທີ່ຜິດ. ພວດເຂົາອາດຈະເວົ້າສິ່ງທີ່ບໍ່ດີ ກ່ຽວກັບເຈົ້າ ກັບຄົນອື່ນ. ແຕ່ຕໍ່ໜ້າເຈົ້າ, ພວກເຂົາດີ. ພວກເຂົາຍັງອາດຈະເວົ້າຫຍັງຫຼາຍໆຢ່າງ ກັບຫຼາຍໆຄົນເພື່ອ ໃຫ້ພວກເຂົາໄດ້ຮັບການຍອມຮັບ.
To confront ແມ່ນການຕັ້ງຄໍາຖາມ ຫຼື ຄັດຄ້ານຕໍ່ບາງສິ່ງໂດຍກົງ ແລະໃນທາງບັງຄັບ
ເວລາທີ່ພວກເຮົາເວົ້າວ່າ like oil and water, ມັນໝາຍຄວາມວ່າ ພວກເຂົາ ເຂົ້າກັນໄດ້ບໍ່ດີປານໃດ. ສຳນວນນີ້ບໍ່ໄດ້ຖືກໃຊ້ພຽງແຕ່ກັບຄົນເທົ່ານັ້ນ. ສິ່ງໃດກໍຕາມ ທີ່ປະສົມເຂົ້າກັນ ບໍ່ໄດ້ງ່າຍໆ ກໍສາມາດປຽບທຽບໄດ້ກັບນໍ້າມັນ ກັບນໍ້າ.
ຍານພາຫະນະ hybrid ໝາຍຄວາມວ່າສິ່ງນຶ່ງ ທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ແລະ ນໍ້າມັນເຊື້ອໄຟ
Surreal ອະທິບາຍເຖິງບາງສິ່ງ ຫຼື ບາງຄົນ ທີ່ແປກປະຫຼາດ ຫຼື ຜິດປົກກະຕິ, ເຊິ່ງມັນອາດຈະຄ້າຍຄືກັບຄວາມຝັນ
ເວລາທີ່ພວກເຮົາເວົ້າວ່າ art imitates life, ພວກເຮົາໝາຍເຖິງ ງານສີລະປະ ທີ່ໄດ້ຮັບແຮງຈູງໃຈມາຈາກເຫດການຕ່່າງໆໃນຊີວິດຈິງ. ຫຼື ງານສີລະປະທີ່ເປັນເງົາສະທ້ອນຂອງຊີວິດຈິງ ໃນບາງລັກສະນະ. ພວກເຮົາສາມາດເວົ້າໄດ້ວ່າ ສິ່ງນີ້ກ່ຽວຂ້ອງທຸກໆປະເພດຂອງໂຄງການທີ່ມີຄວາມຄິດສ້າງສັນ.
ໂຫລດຕື່ມອີກ