ກະຊວງການຕ່າງປະເທດຂອງຫວຽດນາມ ກ່າວໃນວັນພະຫັດມື້ນີ້ວ່າ ຫວຽດນາມ ສະໜັບສະໜູນແຜນການຂອງກຳປູເຈຍ ທີ່ຈະສ້າງຄອງນ້ຳຈາກລຸ່ມແມ່ນ້ຳຂອງ ໄປຍັງຊາຍຝັ່ງກຳປູເຈຍ ແລະ ຕ້ອງການມີສ່ວນຮ່ວມໃນການຊອກຫາວິທີແກ້ໄຂຜົນກະທົບທາງລົບທີ່ອາດຈະເກີດຂຶ້ນຈາກຄອງນ້ຳດັ່ງກ່າວ, ອີງຕາມອົງການຂ່າວ Reuters
ເກົາຫຼີໃຕ້ ອາດແຕກຫັກກັບພັນທະມິດ ສະຫະລັດ ຂອງຕົນໄດ້ ແລະສ້າງຜົນກະທົບໃຫ້ກັບຕະຫຼາດການເງິນ ຖ້າຕົນເລີ່ມສ້າງອາວຸດນິວເຄລຍ, ລັດຖະມົນຕີປ້ອງກັນປະເທດ ທ່ານ ຊິນ ວອນ-ຊິກ (Shin Won-sik) ກ່າວຕໍ່ ອົງການຂ່າວ Reuters, ໂດຍປະຕິເສດ ການຮຽກຮ້ອງພາຍໃນປະເທດຄືນໃຫມ່ ໃຫ້ມີຄັງອາວຸດຂອງຕົນເອງ ເພື່ອສະກັດກັ້ນ ເກົາຫຼີເຫນືອ
ອອສເຕຣເລຍ ຈະເລີ່ມຜະລິດອາວຸດນຳວິຖີ ຮ່ວມກັບສະຫະລັດ ໃນປີໜ້າ ເພື່ອເສີມຂະຫຍາຍການສະໜອງ ໃຫ້ບັນດາພັນທະມິດໃນພາກພື້ນອິນໂດປາຊີຟິກ ແລະເພີ່ມກຳລັງທະຫານສະຫະລັດຢູ່ໃນປະເທດ, ເຊິ່ງລວມເຖິງເຮືອບິນຖິ້ມລະເບີດ, ທັງສອງປະເທດກ່າວ ຫຼັງຈາກການເຈລະຈາດ້ານປ້ອງກັນປະເທດ ປະຈຳປີ
ທ້າວ ຊິນວາ, ແມ່ນຜູ້ວາງແຜນໂຈມຕີ ອິສຣາແອລ ທີ່ຮຸນແຮງທີ່ສຸດໃນຮອບຫຼາຍທົດສະວັດ.
ການໂຈມຕີຂອງ ຢູເຄຣນ ຍັງໄດ້ສ້າງຄວາມເສຍຫາຍຕໍ່ຕຶກອາພາດເມັ້ນຕ່າງໆໃນເມືອງ ໂວໂຣເນັສ, ພວກເຈົ້າໜ້າໃນພາກພື້ນໄດ້ກ່າວ.
“ສະຫະລັດ ແມ່ນກຳລັງພະຍາຍາມຮື້ຟື້ນການປະຕິບັດງານຂອງກອງບັນຊາການສະຫະປະຊາຊາດ ເຊິ່ງຄວນສູນພັນໄປແລ້ວເມື່ອສັດຕະວັດທີ່ຜ່ານມາ."
ນັກວິຊາການຈີນຄົນນຶ່ງ ໄດ້ຖືກຕັດສິນວ່າມີຄວາມຜິດ ໃນວັນອັງຄານວານນີ້ ໃນຂໍ້ຫາປະພຶດໂຕ ເປັນສາຍລັບຕ່າງຊາດ ໃນສະຫະລັດ ຢ່າງຜິດກົດໝາຍ ໂດຍການຮວບຮວມຂໍ້ມູນກ່ຽວກັບ ນັກເຄື່ອນໄຫວ ໃນນະຄອນ ນິວຢອກ ທີ່ສະໜັບສະໜູນປະຊາທິປະໄຕ ໃນຈີນ ແລະແບ່ງປັນຜົນຂອງການຄົ້ນພົບ ຂອງລາວ ກັບ ປັກກິ່ງ
ໂທລະພາບແຫ່ງຊາດຂອງຣັດເຊຍກ່າວວ່າ ລາຍລະອຽດແມ່ນຄວາມລັບຂອງລັດຖະບານ ແລະບໍ່ສາມາດໃຫ້ລາຍລະອຽດຕ່າງໆເພີ້ມເຕີມໄດ້
ທ່ານ ເຊີຮີ ປັອບໂກ, ຫົວໜ້າອຳນາດການປົກຄອງທະຫານຂອງ ກີຢິບ, ໄດ້ກ່າວວ່າ, ອີງຕາມລາຍງານໃນເບື້ອງຕົ້ນ, ມັນບໍ່ມີຄວາມເສຍຫາຍ ຫຼື ຜູ້ບາດເຈັບ ແລະ ເສຍຊີວິດ.
ຟີລິບປິນ ແລະ ຫວຽດນາມ ຈະເລີ່ມດຳເນີນການຊ້ອມລົບຮ່ວມທາງທະເລຄັ້ງທຳອິດ ຢູ່ອ່າວມະນີລາໃນອາທິດນີ້, ເຊິ່ງສອດຄ່ອງກັບຄຳໝັ້ນສັນຍາຂອງທັງສອງປະເທດ ກ່ຽວກັບ ການຊຸກຍູ້ການຮ່ວມມືທາງທະເລ, ອີງຕາມອົງການຂ່າວ Reuters
ເກາະທີ່ຢູ່ຫ່າງໄກຂອງ ອອສເຕຣເລຍ ເກາະນຶ່ງ ທີ່ຢູ່ໃກ້ກັບດ່ານກວດກາໃນມະຫາສະໝຸດອິນເດຍ ສໍາລັບການຂົນສົ່ງນໍ້າມັນຂອງຈີນ ແມ່ນຢູ່ໃນລາຍຊື່ຂອງ ສະຖານທີ່ທີ່ອາດຈະເປັນໄປໄດ້ ສຳລັບການກໍ່ສ້າງທາງທະຫານຂອງ ສະຫະລັດ ເພື່ອແນໃສ່ສະກັດກັ້ນຈີນ, ໂດຍສະຫະລັດ ກ່າວວ່າ ຕົນ "ອາດຈະ ຫຼືອາດຈະບໍ່" ສະໜັບສະໜູນກອງກຳລັງຂອງ ສະຫະລັດ ຢູ່ທີ່ນັ້ນ
ອົງການຂ່າວ KCNA ຂອງລັດຖະນ ເກົາຫຼີເໜືອ ລາຍງານໃນວັນຈັນວານນີ້ວ່າ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ກຳກັບເບິ່ງແຍງການສົ່ງມອບລະບົບ ຍິງລູກສອນໄຟຂີປະນາວຸດຍຸດທະວິທີໃໝ່ 250 ລູກ ໄປໃຫ້ທະຫານແຖວໜ້າ, ອີງຕາມອົງການຂ່າວ Reuters
ຈຳນວນຄູ່ຮັກ ສາມລ້ານສີ່ແສນສາມສິບພັນຄູ່ໄດ້ແຕ່ງງານກັນໃນຫົກເດືອນທຳອິດຂອງປີ
ບັນດານາຍພົນທີ່ປົກຄອງປະເທດ ມຽນມາ ແມ່ນໄດ້ຕົກຢູ່ພາຍໃຕ້ຄວາມກົດດັນແບບບໍ່ເຄີຍມີມາກ່ອນ
ບັນດາສາຍການບິນ ກໍາລັງຫຼີກລ້ຽງເຂດນ່ານຟ້າຂອງອີຣ່ານ ແລະເລບານອນ ແລະ ຍົກເລີກຖ້ຽວບິນໄປ ອິສຣາແອລ ແລະ ເລບານອນ ເນື່ອງຈາກມີຄວາມ ກັງວົນຫຼາຍຂຶ້ນ ກ່ຽວກັບຄວາມຂັດແຍ້ງທີ່ອາດຈະເກີດຂຶ້ນໃນພາກພື້ນນີ້ ຫຼັງຈາກມີການສັງຫານສະມາຊິກອາວຸໂສຂອງກຸ່ມຫົວຮຸນແຮງ ຮາມາສ ແລະ ກຸ່ມ ເຮັສໂບລລາ ໃນອາທິດນີ້
ລັດຖະບານເຢຍລະມັນ ມີບົດບາດທີ່ສໍາຄັນໃນການແລກປ່ຽນນັກໂທດ ໃນວັນພະຫັດວານນີ້ ລະຫວ່າງມົສກູ ແລະຕາເວັນຕົກ ດ້ວຍການປ່ອຍຕົວ ວາດິມ ຄຣາຊິກັອຟ, ຊາວຣັດເຊຍ ທີ່ຖືກຕັດສິນວ່າມີຄວາມຜິດໃນຄະດີຄາດຕະກໍາອະດີດນັກລົບ ເຊັຊເນຍ ໃນ ນະຄອນຫຼວງ ເບີລິນ ໃນປີ 2019, ເຊິ່ງເປັນການຕັດສິນໃຈທີ່ລັດຖະບານເຢຍຣະມັນກ່າວວ່າ ຕົນບໍ່ໄດ້ດຳເນີນແບບບໍ່ໃສ່ໃຈ
ດັດຊະນີລາຄາຂອງອົງການອາຫານ ແລະ ກະສິກຳສະຫະປະຊາຊາດ ສະເລ່ຍຢູ່ທີ່ລະດັບ 120.8 ຈຸດໃນເດືອນກໍລະກົດ, ທີ່ຫຼຸດລົງຈາກ 121.0 ໃນເດືອນມິຖຸນາ
ການແຕ່ງງານຖືເປັນເງື່ອນໄຂເບື້ອງຕົ້ນສຳລັບການມີລູກ
ເທັກນິກການເຮັດໝັນແມ່ນໄດ້ຖືກໃຊ້ໃນພາກສ່ວນອື່ນໆຂອງໂລກ
ກອງທັບເຮືອຟີລິບປິນ ແລະສະຫະລັດ ໄດ້ດຳເນີນການຊ້ອມລົບຮ່ວມທາງທະເລ ຢູ່ທະເລຈີນໃຕ້ ໃນວັນພຸດວານນີ້, ກອງກຳລັງປະກອບອາວຸດຟີລິບປິນກ່າວ, ອີງຕາມອົງການຂ່າວ Reuters
ໂຫລດຕື່ມອີກ