ອອສເຕຣເລຍ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ເພີ່ມຄ່າທຳນຽມວີຊ່າສຳລັບນັກສຶກ ສາຕ່າງປະເທດ ຂຶ້ນຫຼາຍກວ່າສອງເທົ່າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດຂອງ ລັດຖະບານ ໃນການຄວບຄຸມການຍົກຍ້າຍຖິ່ນຖານສູງເປັນປະຫວັດການ ເຊິ່ງໄດ້ເພີ່ມຄວາມກົດດັນຕໍ່ຕະຫຼາດທີ່ຢູ່ອາໄສທີ່ເຄັ່ງຕຶງຢູ່ແລ້ວ, ອີງຕາມອົງ ການຂ່າວ Reuters.
ກະຊວງການຕ່າງປະເທດຟິລິບປິນກ່າວວ່າ ຟີລິບປິນ ມີຄວາມຍິນດີທີ່ຫວຽດນາມ ໃຫ້ການ ຍອມຮັບຕໍ່ການຍື່ນເອກະສານຕໍ່ອົງການສະຫະປະຊາຊາດຂອງມານີລາ ເພື່ອຮັບປະກັນສິດຂອງຕົນຢູ່ໃນເຂດໄຫຼ່ທະວີບຢູ່ໃນທະເລຈີນໃຕ້, ພ້ອມທັງກ່າວເສີມວ່າ ຕົນພ້ອມແລ້ວ ທີ່ຈະຈັດການເຈລະຈາກັບຮ່າໂນຍເພື່ອແກ້ໄຂບັນຫາຕ່າງໆ
South Korea’s presidential office says the agreement poses a threat to South Korea’s security and warns it will negatively affect Seoul’s relations with Moscow
ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະຜູ້ນໍາເກົາຫຼີເຫນືອ ທ່ານ ກິມ ຈົງ-ອຶນ ຕ່າງກໍພາກັນຫົວ ແລະເວົ້າຕະຫຼົກ, ໃນລະຫວ່າງທີ່ໄດ້ຂັບລົດ ໄປທົ່ວນະຄອນຫຼວງພຽງຢາງ ໃນອາທິດແລ້ວນີ້ ໃນລົດລີມູຊີນ ເອົາຣຸສ (Aurus) ທີ່ຜະລິດໂດຍຣັດເຊຍເພື່ອສະແດງໃຫ້ເຫັນເຖິງພັນທະມິດ ໃນການຕໍ່ຕ້ານຕາເວັນຕົກທີ່ແຂງແກ່ນຂອງພວກເຂົາ
ການເຜີຍແຜ່ວີດີໂອຂອງເກົາຫຼີໃຕ້ ເປັນການເປີດເຜີຍທີ່ຫາຍາກຂອງພາບວິດີໂອກ້ອງວົງຈອນປິດ ເພື່ອປະຕິເສດການກ່າວອ້າງຂອງ ເກົາຫລີເຫນືອ ກ່ຽວກັບການທົດລອງທີ່ບໍ່ປະສົບຜົນສໍາເລັດ
ໃນວັນສຸກມື້ນີ້, ຈີນໄດ້ຮຽກຮ້ອງໃຫ້ສະຫະລັດ ຢຸດຕິການຍອມຮັບ ແລະສະໜັບ ສະໜູນຕໍ່ "ການກໍ່ກວນ" ຂອງຟີລິບປິນ, ພາຍຫຼັງຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຄີດ ແຄັມເບລ (Kurt Campbell) ໄດ້ສະແດງຄວາມກັງວົນກ່ຽວກັບ "ການກະທຳທີ່ພາໃຫ້ເກີດຄວາມບໍ່ໝັ້ນຄົງຢູ່ທະເລຈີນໃຕ້" ຂອງ ຈີີນ
ການຈູ່ໂຈມໃນວັນພຸດວານນີ້ແມ່ນການຈັບກຸມທີ່ໃຫຍ່ທີ່ສຸດຂອງປີນີ້, ອີງຕາມການກ່າວຂອງອົງການຄົນເຂົ້າເມືອງ.
ຟີລິບປິນ ແມ່ນໄດ້ເລັ່ງສ້າງສາຍພົວພັນຂອງເຂົາເຈົ້າກັບບັນດາປະເທດທີ່ຕັ້ງຢູ່ໃກ້ຄຽງ
ຄວາມພະຍາຍາມຂອງນານາຊາດ ເພື່ອໂດດດ່ຽວລະບອບການປົກຄອງຂອງ ທະຫານໃນມຽນມາ ປາກົດວ່າ ໄດ້ເຮັດມີຜົນກະທົບຕໍ່ຄວາມສາມາດໃນການຊື້ ອາວຸດຍຸດໂທປະກອນໃໝ່ຈາກຕ່າງປະເທດ ແຕ່ຝ່າຍທະຫານກໍຍັງສາມາດ ເຂົ້າເຖິງແຫລ່ງເງິນ ແລະອາວຸດຕ່າງໆໄດ້
ເກົາຫຼີເໜືອ ໄດ້ປະສົບຜົນສຳເລັດໃນການທົດລອງທີ່ສຳຄັນ ທີ່ແນໃສ່ພັດທະນາ ລູກສອນໄຟທີ່ບັນຈຸຫົວລົບຫຼາຍລູກ, ອົງການສື່ມວນຊົນຂອງລັດ KCNA ກ່າວໃນວັນພະຫັດມື້ນີ້, ເຊິ່ງເປັນຄຳກ່າວອ້າງທີ່ຖືກປະຕິເສດໂດຍເກົາຫຼີໃຕ້ ວ່າເປັນ “ການຫຼອກລວງ” ເພື່ອປົກປິດການຍິງທີ່ຫຼົ້ມແຫຼວ
ແຫຼ່ງຂ່າວກ່າວວ່າ ການສັ່ງເຮືອບິນ widebody 777 ແລະ 787, ຄາດວ່າຈະຖືກຈັດສົ່ງໃນບໍ່ເທົ່າໃດມື້ຂ້າງຫນ້ານີ້
ກຸ່ມສິດທິມະນຸດຊື່ວ່າ ຢຸດການຂ້ຳງລ້າງເຜົ່າພັນຊາວ ວີເກີ ຫຼື Stop Uyghur Genocide ທີ່ມີຫ້ອງການຢູ່ປະເທດ ອັງກິດ ໄດ້ເລີ່ມການໂຄສະນາຫາເຜີຍແຜ່ ທາງດ້ານກົດໝາຍເພື່ອສະກັດກັ້ນຄວາມເປັນໄປໄດ້ທີ່ ບໍລິສັດ ຊີອິນ (Shein) ຈະຂຶ້ນທະບຽນບໍລິສັດ ໃນນະຄອນຫຼວງ ລອນດອນ ເນື່ອງຈາກຄວາມກັງວົນ ກ່ຽວກັບ ການປະຕິບັດດ້ານແຮງງານ
ໄພນ້ຳຖ້ວມເປັນປະຫວັດການ ໃນພາກໃຕ້ຂອງບຣາຊີລ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 170 ຄົນ ແລະເຮັດໃຫ້ອີກເຄິ່ງລ້ານຄົນບໍ່ມີທີ່ຢູ່ອາໄສ ເປັນສັນຍານເຕືອນເຖິງໄພພິບັດ ທີ່ຈະເກີດຂຶ້ນໃນທົ່ວອາເມຣິກາ ຕື່ມອີກ ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດ
ການຍິງລູກສອນໄຟຄັ້ງສຸດທ້າຍຂອງ ເກົາຫຼີເໜືອ ແມ່ນໃນວັນທີ 30 ພຶດສະພາທີ່ຜ່ານມາ
ທະນາຍຄວາມຂອງທ່ານ ດໍໂນລ ທຣຳ ກ່າວຕໍ່ຜູ້ພິພາກສາລັດຖະບານກາງໃນວັນຈັນວານນີ້ວ່າ ການດຳເນີນຄະດີອາຍາຕໍ່ອະດີດປະທານາທິບໍດີໃນຂໍ້ຫາທີ່ວ່າ ທ່ານເກັບມ້ຽນມເອກະສານລັບນັ້ນ ໄດ້ຮັບການສະໜອງທຶນໃຫ້ຢ່າງຜິດກົດໝາຍ, ໃນຂະນະທີ່ພວກເຂົາພະຍາຍາມອີກຄັ້ງ ທີ່ຈະຍົກເອົາຂໍ້ກ່າວຫາດັ່ງກ່າວອອກຈາກສານ
ພົນອາກາດເອກ ບຣາວ ກ່າວວ່າ 'ມັນເປັນເລື້ອງຫນ້າສົນໃຈທີ່ຈະໄດ້ເຫັນວ່າ ທັງສາມປະເທດເຫຼົ່ານີ້ ຈະມີວິທີການດໍາເນີນງານໃນບົດບາດດັ່ງກ່າວນີ້ແນວໃດ'
ບັນດາແມ່ຍິງຫຼາຍພັນຄົນ ໄດ້ພາກັນອອກມາເດີນຂະບວນຢູ່ຕາມຖະໜົນຫົນທາງໃນເມືອງຕ່າງໆທົ່ວປະເທດຝຣັ່ງໃນວັນອາທິດວານນີ້ ເພື່ອປະທ້ວງພັກໂຮມຊາດຂວາຈັດ ຂອງ ທ່ານນາງ ມາຣິນ ເລີ ເພັນ (Marine Le Pen), ເນື່ອງຈາກຜົນໄດ້ຮັບຂອງການສຳຫຼວດຄວາມຄິດເຫັນສະແດງໃຫ້ເຫັນວ່າ ພັກດັ່ງກ່າວ ອາດຈະຊະນະການເລືອກຕັ້ງລັດຖະສະພາທີ່ກຳລັງຈະມາເຖິງນີ້
ນາງ ຊີເນຍ ຄາເຣລີນາ, ຜູ້ທີ່ເກີດໃນ ຣັດເຊຍ ແຕ່ໄດ້ຕັ້ງຊີວິດໃໝ່ດັ່ງກັບຜູ້ຊ່ຽວຊານການເສີມຄວາມງາມໃນສະປາແຫ່ງນຶ່ງຢູ່ນະຄອນ ລອສ ແອນເຈີລິສ ຫຼັງຈາກໄດ້ຍົກຍ້າຍຖິ່ນຖານມາຢູ່ ສະຫະລັດ ເມື່ອນຶ່ງທົດສະວັດທີ່ຜ່ານມາ
ໂຄສົກກະຊວງການຕ່າງປະເທດຂອງໄທ ກ່າວວ່າ 'ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຄຳເຫັນໃນທາງບວກ ແລະ ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງກຸ່ມ BRICS ໃນທັນທີ ຢູ່ທີ່ກອງປະຊຸມສຸດຍອດຄັ້ງຕໍ່ໄປທີ່ຈະຈັດຂຶ້ນຢູ່ໃນ ຣັດເຊຍ'
ຈີນ ໄດ້ເປີດການສືບສວນສອບສວນ ໃນເລື້ອງໝູຂອງ EU ແລະຜະລິດຕະພັນຕ່າງໆຈາກໝູຂອງຕົນ ທີ່ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ ລຸນຫຼັງທີ່ກຸ່ມປະເທດດັ່ງກ່າວໄດ້ວາງພາສີອາກອນເພື່ອຕໍ່ຕ້ານການອຸດໜູນຕໍ່ລົດໄຟຟ້າທັງຫຼາຍທີ່ຜະລິດໂດຍ ຈີນ
ໂຫລດຕື່ມອີກ