ບັນດານັກກູ້ໄພຍັງຊອກຫາຫຼາຍສົບຕື່ມອີກທີ່ຢູ່ພາຍໃຕ້ຊາກຫັກພັງຂອງເຮືອນ ຊານ ທ່ານອັບດູລ ມູຮາຣີ ໂຄສົກຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງ ອິນໂດເນເຊຍ ໄດ້ກ່າວ. ທ່ານ ໄດ້ກ່າວຕື່ມວ່າ ສົບທັງໝົດນັ້ນ ລວມມີ ເດັກນ້ອຍຄົນນຶ່ງ ທີ່ໄດ້ພົບເຫັນຢູ່ພາຍໃນລັດສະໝີ 4 ກິໂລແມັດຈາກປາກ ຂອງພູໄຟ
ຂະບວນແຫ່ທີ່ປະກອບດ້ວຍວົງດົນຕີຫຼາຍກຸ່ມອາດສາມາດໄດ້ຍິນສຽງສະທ້ອນ ໄປທົ່ວເມືອງ ໃນຂະນະທີ່ພວກເຂົາເຈົ້າ ພາກັນແຫ່ໄປຕາມເສັນທາງໃນເມືອງ ຫຼາຍສາຍ ໂດຍມີຜູ້ຄົນຫຼວງຫຼາຍຈາກທຸກເພດທຸກໄວໄດ້ພາກັນມາຢືນຊົມ ຢູ່ຕາມແຄມທາງ ພວກເຂົາໄດ້ຍື່ນມືອອກໄປເພື່ອຮັບເອົາຖົງຂະໜົມຫຼາຍຊະນິດ
ຄາດວ່າ ລູກສອນໄຟ ຮົວຊອງ-19 ຈະມີຄວາມຍາວຢ່າງໜ້ອຍ 28 ແມັດ, ໃນຂະນະທີ່ລູດສອນໄຟ ICBMs ທີ່ທັນສະໄໝຂອງ ສະຫະລັດ ແລະ ຣັດເຊຍ ມີຄວາມຍາວໜ້ອຍກວ່າ 20 ແມັດເທົ່ານັ້ນ
ຖະແຫຼງການຂອງຈີນເປີດເຜີຍວ່າ ທ່າທີຂອງ ຈີນ ກ່ຽວກັບວິກິດການ ຢູເຄຣນ ແມ່ນ 'ໝັ້ນຄົງ ແລະຈະແຈ້ງ'
ບຸນ ດີວາລີ ເຊິ່ງຈະມີການສະເຫຼີມສະຫຼອງກັນໃນວັນພະຫັດມື້ນີ້ ຖືກສະເຫຼີມສະຫຼອງໂດຍການພົບປະສັງສັນ ແລະ ແລກປ່ຽນຂອງຂວັນກັນພາຍໃນຄອບ ຄົວ ແລະໝູ່ເພື່ອນ
ສະຫະລັດ ແລະ ເກົາຫລີໃຕ້ ກ່າວວ່າ ທະຫານເກົາຫລີເໜືອ ຈຳນວນນຶ່ງ ກໍາລັງມຸ່ງໜ້າໄປຍັງຂົງເຂດ ເຄິສຄ໌ ຂອງ ຣັດເຊຍ ຢູ່ບໍລິເວນຊາຍແດນຕິດກັບ ຢູເຄຣນ
ການຍິງຄັ້ງນີ້ ເປັນການດຶງດູດຄວາມສົນໃຈຂອງຊາວອາເມຣິກັນກ່ອນການເລືອກຕັ້ງຂອງ ສະຫະລັດ ພ້ອມທັງຕອບໂຕ້ຕໍ່ການປະນາມໃນການສົ່ງທະຫານຂອງເກົາຫຼີເໜືອໄປຍັງຣັດເຊຍ
ທີມນັກບິນອະວະກາດ ທີ່ມີຊາຍສອງຄົນ ແລະຍິງຄົນນຶ່ງ ຈະສັບປ່ຽນບັນດານັກ ບິນອະວະກາດ ຜູ້ທີ່ໄດ້ອາໄສຢູ່ໃນສະຖານີອະວະກາດ ທຽນກົງ ມາໄດ້ຫົກ ເດືອນຜ່ານມາແລ້ວນັ້ນ ແລະຈະດຳເນີນການທົດລອງຫລາຍຢ່າງ ແລະ ບູລະນະຮັກສາໂຄງສ້າງຂອງສະຖານີອະວະກາດນຳດ້ວຍ
ທາງອົງການສືບລັບເຊື່ອວ່າ ເກົາຫຼີເໜືອ ສຳເລັດການກຽມພ້ອມທີ່ຈະທຳການທົດລອງນິວເຄລຍ ຢູ່ສະຖານທີ່ທົດລອງຂອງຕົນ
ພວກນັກບິນອະວະກາດຂອງຈີນ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ພວກເຂົາໄດ້ ກຽມພ້ອມສຳລັບຄວາມທ້າທາຍຕ່າງໆທີ່ຕົນຈະປະເຊີນຢູ່ໃນອະວະກາດ ຂະນະ ທີ່ພວກເຂົາມີກຳນົດຈະດຳເນີນພາລະກິດການບິນຂຶ້ນສູ່ອະວະກາດດ້ວຍຈະຫຼວດ Shenzhou-19
ຜົນງານພາກຕໍ່ຂອງຮູບເງົາຊຸບເປີຮີໂຣສາຍມືດ ທີ່ເອີ້ນວ່າ “ເວນ້ອມ” (Venom) ເປີໂຕສາຍໃນອາທິດທຳອິດທີ່ມີການຄາດການໄວ້ໃນດ້ານລາຍຮັບ ເຖິງຈະໄດ້ຮັບຕຳແໜ່ງຮູບເງົາທີ່ສ້າງລາຍໄດ້ສູງສຸດປະຈຳອາທິດໄປໄດ້ກໍຕາມ
ປະທານາທິບໍດີຂອງ ອີຈິບ ໄດ້ປະກາດໃນວັນອາທິດວານນີ້ວ່າ ປະເທດຂອງ ທ່ານໄດ້ສະເໜີໃຫ້ມີການຢຸດຍິງສອງວັນລະຫວ່າງ ອິສຣາແອລ ແລະ ກຸ່ມ ຮາມາສ ເຊິ່ງໃນຊ່ວງເວລານີ້ ໂຕປະກັນສີ່ຄົນທີ່ຖືກຈັບກຸມຢູ່ໃນເຂດກາຊາ ຄວນຖືກປ່ອຍໂຕ
ທ່ານ ປຣາໂວໂດ ເປັນປະທານາທິບໍດີຄົນທີ 8 ຂອງ ອິນໂດເນເຊຍ, ເຊິ່ງຮ້ອງ ຄະນະປະຕິບັດງານຊຸດນີ້ວ່າ 'ຄະນະລັດຖະມົນຕີສີແດງ ແລະສີຂາວ'
ການເດີນໜ້າລົງທຶນໃນການຜະລິດພະລັງງານນິວເຄລຍຂອງສອງບໍລິສັດນີ້ ມີອອກມາບໍ່ດົນຫຼັງຈາກທີ່ບໍລິສັດ ໄມໂຄຣຊອຟ (Microsoft ວາງແຜນຈະຈັດຊື້ພະລັງງານຈາກໂຮງງານໄຟຟ້າ ພະລັງນິວເຄລຍ Three Mile Island ທີ່ເຄີຍຖືກປິດໄປມາດົນນານ
ບໍລິສັດ ສເປສ ແອັກສ໌ (SpaceX) ຂອງມະຫາເສດຖີ ອີລອນ ມັສຄ໌ ປະສົບຄວາມສຳເລັດ ໃນການທົດລອງສົ່ງຈະຫຼວດຂະໜາດໃຫຍ່ ທີ່ເອີ້ນວ່າ ສະຕາຣຊິປ (Starship) ແລະສາມາດໃຊ້ແຂນກົນຈັກ ໃນການຈັບຊິ້ນສ່ວນດ້ານລຸ່ມຂອງຈະຫຼວດທີ່ກຳລັງບິນລົງມາຢູ່ນັ້ນ ໄວ້ໄດ້
ສໍານັກງານໄອຍະການຂອງ ຢູເຄຣນ ລາຍງານວ່າ ທະຫານ ຣັດເຊຍ ໄດ້ສັງຫານທະຫານອຢູເຄຣນ 16 ຄົນທີ່ຖືກກັກຂັງຢູ່ໃນຂົງເຂດ ໂດເນັສກ໌ ຂອງ ຣັດເຊຍ
‘Terrifier 3’ ເປັນຮູບເງົາຕາຢ້ານທີ່ລົງທຶນໜ້ອຍ, ມັນເປັນເລື້ອງລາວຂອງຄາດຕະກອນ Art the Clown ທີ່ນຸ່ງຊຸດຊານຕາຄລອສ ໄລ່ຂ້າຄົນໃນງານວັນຄຣິສມາສ
ການປະກວດປະຈຳປີຄັ້ງນີ້ ເປັນພິທີນຶ່ງໃນການສະເຫຼີມສະຫຼອງຄວາມມຸ້ງໝັ້ນຂອງພວກໝີສີນ້ຳຕານ 2,200 ໂຕ ທີ່ດຳລົງຊີວິດໃນປ່າສະຫງວນແຫ່ງຊາດຢູ່ແຫຼມຂອງລັດອາລາສກາ
ກະຊວງຮັກສາຄວາມໝັ້ນຄົງພາຍໃນປະເທດ ຫຼື DHS ປະກາດໃນວັນພຸດວ່າ ຕົນຈະຫ້າມການນຳເຂົ້າສິນຄ້າຈາກຜູ້ຜະລິດເຫຼັກກ້າ ແລະສານໃຫ້ຄວາມຫວານທຽມຂອງຈີນ ໂດຍການກ່າວຫາວ່າ ທັງສອງ ມີສ່ວນພົວພັນໃນການໃຊ້ແຮງງານແບບບັງຄັບຈາກເຂດປົກຄອງຕົນເອງ ຊິນຈຽງ ທາງຕາເວັນຕົກສຸດຂອງຈີນ
ບົດຄວາມຂອງ TIME 100 Next ອະທິບາຍສັ້ນໆກ່ຽວກັບ ທ່ານນາງ ແພທອງທານ ວ່າເປັນຜູ້ນຳປະເທດທີ່ເປັນແມ່ຍິງ ແລະ ມີອາຍຸນ້ອຍທີ່ສຸດທີ່ເອເຊຍເຄີຍມີມາ
ໂຫລດຕື່ມອີກ