ໂດຍການອອກການຕີຄວາມໝາຍສົນທິສັນຍາສາກົນທີ່ສຳຄັນສະບັບໃໝ່, ໜ່ວຍງານເຝົ້າລະວັງຂອງສະຫະປະຊາຊາດໄດ້ລະບຸວ່າ ມັນໄດ້ຮັບປະກັນສິດທິ ທີ່ຈະມີສະພາບແວດລ້ອມ ທີ່ດີຕໍ່ສຸຂະພາບໃຫ້ແກ່ເດັກນ້ອຍ
ຫຼາຍພັນຄົນ ໂຮມຊຸມນຸມກັນຢູ່ໄນເຈີ ໃນວັນອາທິດວານນີ້ເພື່ອສະໜັບສະໜຸນການເຮັດລັດຖະປະຫານ ໃນເດືອນແລ້ວ ບໍ່ເທົ່າໃດຊົ່ວໂມງ ກ່ອນກຳນົດເສັ້ນຕາຍ ໃນການຍື່ນຄຳຂາດ ໃຫ້ເອກອັກຄະລັດຖະທູດຝຣັ່ງ ອອກຈາກປະເທດ
ພວກນັກວິເຄາະກ່າວວ່າ ການແຊກແຊງທາງທະຫານ ຈະມີຄວາມສ່ຽງໃນດ້ານການປະຕິບັດງານແລະຄວາມບໍ່ແນ່ນອນທາງດ້ານການເມືອງ ເມື່ອເວົ້າເຖິງການແຕກແຍກຢູ່ພາຍໃນກຸ່ມ ECOWAS ແລະຄວາມຢ້ານກົວທີ່ຈະເຮັດໃຫ້ສະຖານະການຢູ່ໃນເຂດຊາແຮລ ຊຸດໂຊມລົງຕື່ມ
ເຫດການໄຟໄໝ້ປ່າຢູ່ເກາະມາວອີ (Maui) ໃນອາທິດແລ້ວນີ້ ແມ່ນໄຟໄໝ້ປ່າ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດໃນຮອບນຶ່ງສັດຕະວັດ ຂອງສະຫະລັດ, ໂດຍມາເຖິງປັດຈຸບັນນີ້ ມີພຽງ 1/4 ຂອງຊາກຫັກພັງຂອງເມືອງ ລາຮາຍນາ (Lahaina) ທີ່ຖືກທຳລາຍ ໄດ້ມີການຄົ້ນຫາຜູ້ເຄາະຮ້າຍ
ຜູ້ນຳພັກຝ່າຍຄ້ານທີ່ມີອິດທິພົນສູງ ທ່ານແດລວາ ຮອສເຊນ ສາວີດີ ເສຍຊີວິດຫຼັງຈາກຫົວໃຈວາຍ ຮວມອາຍຸໄດ້ 83 ປີ
ການອອກຈາກເມືອງ ເບີ (Ber) ຂອງກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດ ໃນປະເທດ ມາລີ ຫຼື MINUSMA ມີຂຶ້ນຫຼັງຈາກກອງທັບມາລີກ່າວໃນວັນເສົາວານວ່າ ທະຫານ 6 ຄົນເສຍຊີວິດ ແລະ ນັກລົບ 24 ຄົນຈາກ "ກຸ່ມກໍ່ການຮ້າຍຕິດອາວຸດ" ໄດ້ຖືກຂ້າຕາຍ ໃນການປະທະກັນໃນເຂດດັ່ງກ່າວ ໃນວັນສຸກ
ຜູ້ຕາງຫນ້າຈາກປະມານ 40 ປະເທດ, ລວມທັງຈີນ, ເຢຍຣະມັນ, ອິນເດຍແລະສະຫະລັດ, ໄດ້ເຂົ້າຮ່ວມການຊຸມນຸມໃນທ້າຍອາທິດທີ່ຜ່ານມາ ຢູ່ນະຄອນເຈດດາ, ເຖິງແມ່ນວ່າຣັດເຊຍຈະບໍ່ໄດ້ຖືກເຊື້ອເຊີນກໍ່ຕາມ
ພາຍຸດັ່ງກ່າວ, ເຊິ່ງໄດ້ພັດຖະຫຼົ່ມ ຍີ່ປຸ່ນ ກ່ອນເຄື່ອນໄປສູ່ແຫຼມ ເກົາຫຼີ ນັ້ນ, ໄດ້ພັດຂຶ້ນຝັ່ງປະມານ 9 ໂມງ 20 ນາທີໃນຕອນເຊົ້າຕາມເວລາໃນທ້ອງຖິ່ນຂອງ ເກົາຫຼີໃຕ້.
ການປະກາດຂອງວັນພະຫັດມື້ນີ້ແມ່ນການເຄື່ອນໄຫວຄັ້ງຫຼ້າສຸດຕໍ່ການເປີດປະເທດຄືນ.
ປະມານ 43,000 ຄົນໄດ້ເຂົ້າຮ່ວມງານ ຈຳໂບຣີ ທີ່ໄດ້ເລີ້ມຂຶ້ນໃນແຂວງ ເຈໂອລາເໜືອ ເມື່ອອາທິດແລ້ວນີ້ ແຕ່ວ່າຄື້ນອາກາດຮ້ອນຮຸນແຮງໄດ້ເຮັດ ໃຫ້ພວກເດັກນ້ອຍລູກເສືອຫລາຍຮ້ອຍຄົນພາກັນລົ້ມປ່ວຍ
ສອງສາມມື້ຫຼັງຈາກໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງໃນເດືອນກໍ ລະກົດ, ທ່ານຮຸນ ເຊນ (Hun Sen), ເຊິ່ງເປັນນຶ່ງໃນບັນດາຜູ້ນຳທີ່ດຳລົງຕຳແໜ່ງດົນທີ່ສຸດໃນໂລກ, ໄດ້ປະກາດວ່າທ່ານກຳລັງຈະກ້າວລົງຈາກຕຳແໜ່ງ ນາຍົກລັດຖະມົນຕີ ແລະມອບອຳນາດໃຫ້ລູກຊາຍກົກຂອງທ່ານ
ຜູ້ໂດຍສານຫລາຍກວ່າ 1,000 ຄົນ ໄດ້ຢູ່ໃນລົດໄຟດ່ວນຮາຊາຣາ ເວລາລົດ ໄຟຕົກອອກຈາກລາງຢູ່ໃນເຂດຊົນນະບົດທີ່ຮາບພຽງຂອງແຂວງ ຊິນດ໌ ໃກ້ກັບ ເມືອງ ນາວາບຊາ, ປະມານ 250 ກິໂລແມັດ ໂດຍທາງລົດໄຟຈາກເມືອງທ່າ ກາຣາຈີ ທາງພາກໃຕ້ຂອງປະເທດ
ມັນໄດ້ມີຄວາມເປັນຫ່ວງສຳລັບສຸຂະພາບຂອງເຈົ້າຂອງລາງວັນໂນແບລອາຍຸ 78 ປີນັ້ນ ແລະ ລັດຖະບານທະຫານໄດ້ຍ້າຍທ່ານນາງອອກຈາກຄຸກໄປຢູ່ຕຶກລັດຖະບານເມື່ອອາທິດທີ່ຜ່ານມາ.
ເຂດນອກຝັ່ງທະເລຂອງອ່າວທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ຊຶ່ງຮູ້ຈັກ ກັນໃນຊື່ ອາຣັຊ໌ (Arash) ໃນອີຣ່ານແລະ ດໍຣ໌ຣາ (Dorra) ໃນ ຄູເວດ (Kuwait) ແລະ ຊາອຸດີ ອາຣາເບຍ (Saudi Arabia), ໄດ້ເປັນຈຸດສຳຄັນ ຂອງການຂັດແຍ້ງລະຫວ່າງສາມປະເທດມາເປັນເວລາດົນນານ
ທ່ານແອນໂທນີ ບລິງເກັນ (Antony Blinken) ໃນວັນພະຫັດນີ້ ໄດ້ຍົກໃຫ້ເຫັນຄວາມເປັນໄປໄດ້ ຂອງນິວຊີແລນ ແລະປະເທດອື່ນໆ ຈະເຂົ້າຮ່ວມໃນສົນທິສັນຍາດ້ານປ້ອງກັນປະເທດ ອໍ-ກັສ (AUKUS) ຊຶ່ງເປັນການຮ່ວມມືທີ່ອາດສ້າງຄວາມບໍ່ພໍໃຈໃຫ້ກັບຈີນ ທີ່ເປັນຄູ່ ການຄ້າທີ່ສຳຄັນ ຂອງ ເວລລິງຕັນ (Wellington)
ທ່ານບລິງເກັນ ກ່າວຕໍ່ປະເທດເຈົ້າພາບວ່າ ການຢ້ຽມຢາມຂອງທ່ານ ແມ່ນເປັນສັນຍານ ຂອງການຟື້ນຟູຜົນປະໂຫຍດ ຂອງວໍຊິງຕັນ ຢູ່ໃນຂົງເຂດຄືນໃໝ່
ກຸ່ມຕາລີບານອ້າງວ່າ ຕົນໄດ້ພົບປະກັບພວກນັກການເມືອງ ຢູ່ໃນປະເທດທີ່ມີປະຊາຊົນນັບຖືສາສະໜາອິສລາມທີ່ໃຫຍ່ທີ່ສຸດໃນໂລກ
ປະເທດທີ່ມີຂະໜາດໃຫຍ່ທັງສອງ ຊຶ່ງມີຊາຍແດນຮ່ວມກັນທີ່ຍາວຢຽດ ມີຄວາມປະສົງທີ່ຈະຕອບໂຕ້ ໃນອັນທີ່ເຂົາເຈົ້າມອງເຫັນວ່າ ການຄອງຄວາມເປັນເຈົ້າຂອງອາເມຣິກາ ເຮັດໃຫ້ປະເທດທັງສອງ ມີຄວາມໃກ້ຊິດຫຼາຍຂຶ້ນທາງດ້ານທະຫານ ນັບແຕ່ຣັດເຊຍ ໄດ້ເປີດສາກບຸກໂຈມຕີ ເຂົ້າໄປໃນຢູເຄຣນເມື່ອປີກາຍ
ຫຼາຍໆເຂດຂອງປະເທດ ໄດ້ຮັບການເຕືອນ ກ່ຽວກັບຝົນຕົກໜັກທີ່ພາໃຫ້ເກີດນ້ຳຖ້ວມ ຊຶ່ງໄດ້ຖືກບັງຄັບໃຫ້ຍົກຍ້າຍປະຊາຊົນຫຼາຍພັນຄົນ
ພວກທີ່ເຫັນເຫດການຢູ່ທີ່ເມືອງໂອມດູຣແມນ ຊຶ່ງເປັນເມືອງຄູ່ແຝດ ຂອງນະຄອນຫຼວງ ລາຍງານວ່າ ການໂຈມຕີທາງອາກາດແລະສຽງປືນຕໍ່ຕ້ານເຮືອບິນໄດ້ດັງຂຶ້ນ ທັງໆທີ່ໄດ້ມີການປະກາດໃຫ້ມີການຢຸດຍິງ ໂດຍນາຍພົນ ຄູ່ປໍລະປັກທັງສອງ
ໂຫລດຕື່ມອີກ